ແລະ ແບ່ງປັນທັດສະນະກ່ຽວກັບຂໍ້ສະເໜີຂອງລັດຖະບານໃນການປັບປຸງລະບົບການອະນຸລັກໃຫ້ທັນສະໄໝຍິ່ງຂຶ້ນ, ໂດຍລັດຖະບານນູແວນເຊລັງເຜີຍແຜ່ຂໍ້ສະເໜີດັ່ງກ່າວໃນວັນທີ 15 ພະຈິກຜ່ານມາ ແລະ ຈະປິດຮັບຄວາມຄິດເຫັນໃນທ້າຍເດືອນກຸມພາ 2025
ທ່ານ ທາມາໂປທາກາ ລັດຖະມົນຕີ ກະຊວງອະນຸລັກ ຂອງນູແວນເຊລັງ ກ່າວວ່າ: ລັດຖະບານ ຕັ້ງເປົ້າໝາຍປັບປຸງລະບົບການອະນຸລັກຂອງນູແວນເຊລັງ ໃຫ້ທັນສະໄໝ ນັບຕັ້ງແຕ່ປະກາດໃຊ້ກົດໝາຍ ການອະນຸລັກຮັກສາ ໃນປີ 1987ເພື່ອຕິດຕາມການຄຸ້ມຄອງຄວາມຫຼາກຫຼາຍທາງຊີວະພາບທີ່ດີຍິ່ງຂຶ້ນ ແລະ ເພີ່ມຂີດຄວາມສາມາດດ້ານການຄຸ້ມຄອງການທ່ອງທ່ຽວແບບຍືນຍົງ.
ລັດຖະບານນູແວນເຊລັງ ຕັ້ງເປົ້າໝາຍຫຼຸດຄວາມສັບຊ້ອນຂອງກົດລະບຽບການອະນຸລັກຮັກສາ ເພື່ອຄຸ້ມຄອງພື້ນທີ່ທໍາມະຊາດໃຫ້ງ່າຍຍິ່ງຂຶ້ນ ຫຼຸດກົດລະບຽບດ້ານການທ່ອງທ່ຽວແບບນິເວດ ແລະ ທຸລະກິດເພື່ອສົ່ງເສີມການເຂົ້າເຖິງຢ່າງມີຄວາມຮັບຜິດຊອບ ແລະ ກະຕຸ້ນເສດຖະກິດໃນລະດັບພາກພື້ນ ແລະ ເພີ່ມຜົນປະໂຫຍດສູງສຸດຈາກກິດຈະກໍາແບບການຄ້າກ່ຽວກັບທີ່ດິນອະນຸລັກ ເພື່ອສະໜັບສະໜູນທຳມະຊາດ ແລະຊຸມຊົນທ້ອງຖິ່ນ.
ນອກຈາກນັ້ນ, ລັດຖະບານນູແວນເຊລັງ ຕັ້ງເປົ້າໝາຍພັດທະນາພື້ນທີ່ອຳນວຍຄວາມສະດວກໃນການຄຸ້ມຄອງທຳມະຊາດ ພ້ອມທັງຍົກລະດັບປະສົບການຂອງນັກທ່ອງທ່ຽວ ແລະ ເພີ່ມຄວາມຍືດຍຸ່ນຂອງການແລກປ່ຽນ ຫຼື ຈັດສັນທີ່ດິນທີ່ສອດຄ່ອງກັບການອະນຸລັກ ແລະ ຄວາມຕ້ອງການຂອງຊຸມຊົນ.
ລັດຖະບານນູແວນເຊລັງ ຍັງພິຈາລະນາຂໍ້ສະເໜີເກັບຄ່າທຳນຽມການເຂົ້າພື້ນທີ່ອະນຸລັກສາທາ ລະນະບາງແຫ່ງ ຊຶ່ງອາດຈະສ້າງແຫຼ່ງລາຍຮັບໃໝ່ເພື່ອສະໜັບສະໜູນການເບິ່ງແຍງຮັກສາແລະ ບຳລຸງສ້າງພູມສັນຖານທີ່ໂດດເດັ່ນທີ່ສຸດຂອງປະເທດ.
ຄໍາເຫັນ