ນູແວນເຊລັງ ທົດລອງໃຊ້ໄຮໂດຣເຈນໃນພາກການບິນການຄ້າ

ນູແວນເຊລັງ ທົດລອງໃຊ້ໄຮໂດຣເຈນໃນພາກການບິນການຄ້າ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທາງການນູແວນເຊລັງໄດ້ມີການນຳໃຊ້ໄຮໂດຣເຈນໃນສະໜາມບິນນູແວນເຊລັງເປັນຄັ້ງທຳອິດ ຊຶ່ງເປັນສ່ວນໜຶ່ງຂອງການດຳເນີນງານໃນໄລຍະຍາວ ເພື່ອຫຼຸດການປ່ອຍກາກບອນໃນພາກການບິນຂອງປະເທດ.
    ການທົດລອງຄັ້ງນີ້ຈະຊ່ວຍປະເມີນຄວາມເປັນໄປໄດ້ຂອງການນໍາໃຊ້ໄຮໂດຣເຈນສຳລັບການສາກໄຟຟ້າ ແລະ ໃຫ້ຂໍ້ມູນທາງເລິກທີ່ດີກ່ຽວກັບຄວາມທ້າທາຍ ແລະ ໂອກາດການດຳເນີນງານ. ທຸລະກິດຂອງນູແວນເຊລັງ 4 ແຫ່ງໄດ້ແກ່ ສາຍການບິນແອນູແວນເຊລັງ, ສະໜາມບິນເວວລິງຕັນ, ໂຕໂຢຕ້ານູແວນເຊລັງ ແລະ ຮິຣິນກາ ເອເນີຈີ ໄດ້ເຂົ້າຮ່ວມການທົດລອງດັ່ງກ່າວໃນລະຫວ່າງວັນທີ 4-15 ມີນານີ້ ໂດຍໃຊ້ໄຮໂດຣເຈນສາກລົດລາກຈູງໄຟຟ້າ ແລະ ຍານພາຫະນະບໍລິການຂອງສາຍການບິນທີ່ສະໜາມບິນເວວລິງຕັນ. ທ່ານ ເຈຄອບ ສະເນວໂກຣບ ຜູ້ຈັດການອາວຸໂສຝ່າຍຄວາມໝັ້ນຄົງຂອງແອນູແວນເຊລັງກ່າວວ່າ: ສາຍການບິນຕ້ອງການບຸກເບີກການໃຊ້ງານຮູບແບບການຄ້າຂອງຍົນພະລັງງານໄຮໂດຣເຈນທີ່ເປັນມິດຕໍ່ສິ່ງແວດລ້ອມໃນນູແວນເຊລັງ. ທົ່ວໂລກກຳລັງເລີ່ມໃຊ້ໄຮໂດຣເຈນສີຂຽວເປັນເຊື້ອໄຟປ່ອຍມົນລະພິດຕ່ຳສຳລັບລົດເມ, ລົດບັນທຸກ, ລົດໄຟ, ເຮືອ ແລະ ຈະນຳມາໃຊ້ກັບຍົນເປັນລຳດັບຕໍ່ໄປ ໂດຍມີການທົດລອງຖ້ຽວບິນທີ່ປະສົບຄວາມສຳເລັດໃນຕ່າງປະເທດ. ຄວາມທ້າທາຍຂະໜາດໃຫຍ່ທີ່ສຸດສຳລັບນູແວນເຊລັງຄືການກຳນົດການສະໜອງການຂົນສົ່ງ ແລະ ໂຄງສ້າງພື້ນຖານ ເພື່ອສະໜັບສະໜູນການເຕີມເຊື້ອໄຟຍົນ ແລະ ຈະດຳເນີນການທົດລອງໂດຍໃຊ້ເຊວເຊື້ອໄຟໄຮໂດຣເຈນ ຊຶ່ງໃຊ້ໄຮໂດຣເຈນເພື່ອຜະລິດໄຟຟ້າ.
    ທາງດ້ານທ່ານ ແອນດຣິວ ເຄນເນດ ປະທານຄະນະເຈົ້າໜ້າທີ່ບໍລິຫານຂອງ ຮິຣິນກາ ເອເນີຈີ ບໍລິສັດພະລັງງານສະອາດທີ່ມີຖານຢູ່ໃນນູແວນເຊລັງກ່າວວ່າ: ໄຮໂດຣເຈນສີຂຽວມີບົດບາດສຳຄັນກັບການຫຼຸດຄາບອນໃນນູແວນເຊລັງ ຊຶ່ງໂຄງການນີ້ກຳລັງຊ່ວຍໃຫ້ທຸກຄົນເຂົ້າໃຈປະໂຫຍດຂອງການນຳໄຮໂດຣເຈນມາໃຊ້ ໃນການດຳເນີນງານທີ່ສະໜາມບິນ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

OPEC+ ກຽມເພີ່ມການຜະລິດນ້ຳມັນໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນທີ 5 ເມສາ ຜ່ານມາ, ເພື່ອເພີ່ມການຜະລິດນໍ້າມັນດິບ 206,000 ບາເຣວຕໍ່ມື້ໃນເດືອນພຶດສະພາ.
ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ເມສາ ຜ່ານມາວ່າ: ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດ ຄັ້ງທີ 61 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ໃນມໍ່ໆມານີ້. ຜູ້ຕາງໜ້າຈີນໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ, ພ້ອມທັງຊຸກຍູ້ການພັດທະນາພາລະກິດສິດທິມະນຸດຢ່າງປອດໃສຕື່ມອີກ.
ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 7 ເມ​ສາ ນີ້ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ດ້ວຍ​ບັດ​ເຫັນ​ດີ 495/495 ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າດ້ວຍການ​ເລືອກ​ຕັ້ງ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ເປັນ​ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.
ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນເຊົ້າວັນທີ 6 ເມສານີ້ ຢູ່ນະຄອນຫຼວງຮ່າໂນ້ຍ ໃນກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ໄດ້ເລືອກຕັ້ງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາແຫ່ງຊາດຊຸດທີ 16 ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 16, ດ້ວຍບັດເຫັນດີ 100%.
ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025.
ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທຳນຽບປະທານາທິບໍດີ ສ ເກົາຫຼີ ໄດ້ຖະແຫຼງວ່າ, ເພື່ອຮັບມືກັບສະພາບການສະໜອງພະລັງງານທີ່ຫຍຸ້ງຍາກ ເນື່ອງຈາກຄວາມບໍ່ສະຖຽນລະພາບໃນພາກພື້ນຕາເວັນອອກກາງ, ລັດຖະບານມີແຜນຈະຜ່ານການໃຫ້ເງິນອຸດໜູນ ເພື່ອຊຸກຍູ້ໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະໃນເວລາທີ່ບໍ່ແມ່ນເຂົ້າການ-ເລີກການ.
ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລໍເຣັນສວອງ ນາຍົກລັດຖະມົນຕີສິງກະໂປໄດ້ເປີດເຜີຍຜ່ານຄລິບວີດີໂອທີ່ເຜີຍແຜ່ຫວ່າງມໍ່ໆມານີ້ວ່າ, ທ່ານໄດ້ຮຽກປະຊຸມຄະນະກຳມະການລະດັບກະຊວງກ່ຽວກັບການຄຸ້ມຄອງວິກິດການພາຍໃນປະເທດ ເພື່ອປະສານງານການຕອບສະໜອງໃນລະດັບຊາດ. ໂດຍຄະນະກຳມະການດັ່ງກ່າວມີທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງປະສານງານຄວາມໝັ້ນຄົງແຫ່ງຊາດ ເປັນປະທານ ແລະ ທ່ານ ກັນ ຄິມຍອງ ຮອງນາຍົກລັດຖະມົນຕີ ເປັນທີ່ປຶກສາ.
ການຍົກລະດັບອຸດສາຫະກຳເຕັກໂນໂລຊີລະດັບສູງຂອງຈີນສືບຕໍ່ເຂົ້າສູ່ລວງເລິກ

ການຍົກລະດັບອຸດສາຫະກຳເຕັກໂນໂລຊີລະດັບສູງຂອງຈີນສືບຕໍ່ເຂົ້າສູ່ລວງເລິກ

ຂະ​ນະ​ດຽວ​ກັນ, ຜົນ​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດມາ​ປະ​ຍຸກ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ​ລາຍ​ໄດ້​ຈາກ​ການ​ຈຳ​ໜ່າຍ​ຂອງອຸດ​ສາ​ຫະ​ກຳ​ການ​ບໍ​ລິ​ການ​ດ້ານ​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ອຸດ​ສາ​ຫະ​ກຳ​ທີ່​ເນັ້ນ​ໃຊ້ຊັບ​ສິນ​ທາງ​ປັນ​ຍາ​ ຊຶ່ງມີ​ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີອ່າວ​ສູງ ຕ່າງ​ກໍ​ເພີ່ມ​ຂຶ້ນ 21% ແລະ 10.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຕາມ​ລຳ​ດັບ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ: ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກຳ​ລັງ​ເລັ່ງ​ລັດ​​ຫັນ​ເປັນ​ກຳ​ລັງ​ການ​ຜະ​ລິດ.
ມຽນມາ ຍົກເວັ້ນພາສີນໍ້າມັນກາຊວນ ເພື່ອຄວບຄຸມລາຄານໍ້າມັນເຊື້ອໄຟ

ມຽນມາ ຍົກເວັ້ນພາສີນໍ້າມັນກາຊວນ ເພື່ອຄວບຄຸມລາຄານໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ເມສາ ຜ່ານມາວ່າ: ກະຊວງການເງິນ ແລະ ພາສີຂອງມຽນມາໄດ້ປະກາດຍົກເວັ້ນພາສີຊົ່ວຄາວສຳລັບການນຳເຂົ້ານໍ້າມັນກາຊວນ HSD 500 ppm ແຕ່ວັນທີ 1 ຫາ 30 ເມສາ ເພື່ອຮັກສາສະຖຽນລະພາບ ແລະ ຫຼຸດຜ່ອນລາຄາສິນຄ້າ ຫຼັງຈາກລາຄານໍ້າມັນເຊື້ອໄຟທົ່ວໂລກເພີ່ມສູງຂຶ້ນ, ເຊັ່ນດຽວກັນກັບການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟພາຍໃນປະເທດທີ່ເກີດຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ສ ເກົາຫຼີ - ອິນໂດເນເຊຍ ຍົກລະດັບສາຍພົວພັນຂຶ້ນສູ່ລະສູງສຸດ

ສ ເກົາຫຼີ - ອິນໂດເນເຊຍ ຍົກລະດັບສາຍພົວພັນຂຶ້ນສູ່ລະສູງສຸດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ແລະ ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີ ຂອງອິນໂດເນເຊຍ ໄດ້ຕົກລົງຍົກລະດັບສາຍພົວພັນລະຫວ່າງສອງປະເທດໃຫ້ເປັນ "ຫຸ້ນສ່ວນຍຸດທະສາດພິເສດຮອບດ້ານ" ຊຶ່ງເປັນລະດັບການຮ່ວມມືສູງສຸດ ແລະ ຖືເປັນຄັ້ງທຳອິດທີ່ ສ ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນໃນລະດັບນີ້ກັບປະເທດອື່ນ. ພ້ອມກັນນີ້, ຜູ້ນຳທັງສອງຍັງໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມືໃນດ້ານຊັບພະຍາກອນ ແລະ ຄວາມໝັ້ນຄົງ ເພື່ອແກ້ໄຂວິກິດການພະລັງງານ ແລະ ຕ່ອງໂສ້ການສະໜອງທົ່ວໂລກ ທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ເພີ່ມເຕີມ