ໜຶ່ງແລວໜຶ່ງເສັ້ນທາງ ພິສູດໃຫ້ເຫັນໝາກຜົນເປັນຮູບປະທໍາ ສະໜັບສະໜຸນໂດຍກົງແກ່ ສປປ ລາວ

ໜຶ່ງແລວໜຶ່ງເສັ້ນທາງ ພິສູດໃຫ້ເຫັນໝາກຜົນເປັນຮູບປະທໍາ ສະໜັບສະໜຸນໂດຍກົງແກ່ ສປປ ລາວ
ໂດຍ: ສ.ບຸດປະຊາ
    ຜົນສຳເລັດແບບກ້າວກະໂດດ ຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ; “ໜຶ່ງແລວໜຶ່ງເສັ້ນທາງ” ຂອງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ໃນຕະຫຼອດ 10 ປີຜ່ານມາ, ໄດ້ມີຫຼາຍໝາກຜົນທີ່ເປັນຮູບປະທໍາ ໂດຍສະເພາະ ໃນກອງປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ພາຍໃຕ້ຫົວຂໍ້; “ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຄຸນນະພາບ: ຮ່ວມກັນພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ”, ໃນວັນທີ 18 ຕຸລາຜ່ານມາ, ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ຊຶ່ງ ສປປ ລາວ ກໍໄດ້ຕີລາຄາສູງ ແລະ ຢັ້ງຢືນເຖິງຜົນສໍາເລັດ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມດັ່ງກ່າວ, ໄດ້ພິສູດໃຫ້ເຫັນໝາກຜົນເປັນຮູບປະທໍາ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ ສາມາດສໍາພັດໄດ້ຕົວຈິງ.
    ຈຸດສຳຄັນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ມີວາລະກ່າວປາໄສ ແລະ ຕີລາຄາສູງ ພ້ອມທັງຍົກໃຫ້ເຫັນ  ໝາກຜົນ ທີ່ເປັນຮູບປະທໍາ. ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງເງື່ອນໄຂທີ່ເອື້ອຍອໍານວຍໃຫ້ແກ່ການພັດທະນາໃນຫຼາຍດ້ານ, ອັນພົ້ນເດັ່ນ ແມ່ນການພັດທະນາພື້ນຖານໂຄງລ່າງ ເຊື່ອມໂຍງ-ເຊື່ອມຈອດ ໃຫ້ເຫັນຢ່າງເປັນຮູບປະທໍາ. ນີ້ໄດ້ກາຍເປັນການຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຕະຫຼອດຮອດການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າ, ການແລກປ່ຽນວັດທະນະທໍາ-ສັງຄົມ ກໍຄືການໄປມາຫາສູ່ກັນລະຫວ່າງປະຊາຊົນ ກັບ ປະຊາຊົນ, ເປັນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ຊຶ່ງກັນ ແລະ ກັນ ໃຫ້ນັບມື້ເລິກເຊິ່ງຍິ່ງຂຶ້ນ.
    ສະຫາຍ ປະທານປະເທດ ໄດ້ຕີລາຄາສູງວ່າ: ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ພິສູດໃຫ້ເຫັນໝາກຜົນເປັນຮູບປະທໍາ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ ສາມາດສຳພັດໄດ້ຕົວຈິງເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນພາຍໃນປະເທດ, ໂຄງການພັດທະນາ ແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ. ນີ້ເປັນພຽງແຕ່ຜົນສຳເລັດສ່ວນໜຶ່ງຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ທີ່ສາມາດບັນລຸໄດ້ ໃນໄລຍະ 10 ປີ ຂອງການປະຕິບັດຂໍ້ລິເລີ່ມດັ່ງກ່າວຢູ່ ສປປ ລາວ ເວົ້າສະເພາະ. ທັງໝົດນີ້, ແມ່ນສອດຄອງກັບຫົວຂໍ້ຂອງກອງປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ວ່າ: “ການຮ່ວມມື ທີ່ມີຄຸນນະພາບສູງ ກອບໜຶ່ງແລວໜຶ່ງເສັ້ນທາງ”, ແນໃສ່ບັນລຸການພັດທະນາ ແລະ ການຈະເລີບເຕີບໄຕຮ່ວມກັນ.
    ຕໍ່ໜ້າສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີຄວາມແກ້ງແຍ້ງກັນສູງ ຊຶ່ງສາມາດນໍາໄປສູ່ການປະທະກັນດ້ານກຳລັງ ຊຶ່ງຈະເຮັດໃຫ້ສະພາບເສດຖະກິດຂອງໂລກຖົດຖອຍ, ບັ່ນທອນໂອກາດຂອງສັງຄົມໂລກ ໃນການພັດທະນາ ແລະ ສ້າງຄວາມກ້າວໜ້ານັ້ນ, ການຮ່ວມມືກັນດ້ວຍຄວາມຈິງໃຈ ແລະ ສ້າງສັນ ເປັນສິ່ງທີ່ຕ້ອງສົ່ງເສີມຢ່າງຈິງຈັງ. ຕໍ່ກັບບັນຫານີ້,  ສະຫາຍ ທອງລຸນ ສີສຸລິດ ຜູ້ນໍາສູງສຸດຂອງປະເທດເຮົາ ເຫັນວ່າ: 10 ປີຜ່ານມາ, ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ມີບົດບາດສຳຄັນ ໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ກົນໄກການຮ່ວມມືຫຼາຍຝ່າຍ ໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ. ບົນຈິດໃຈດັ່ງກ່າວ, ສະຫາຍ ປະທານປະເທດ ໄດ້ຖືໂອກາດນີ້, ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງລັດຖະບານຈີນ ໂດຍສະເພາະ ສະຫາຍ ສີ ຈິ້ນຜິງ ທີ່ມີຂໍ້ລິເລີ່ມທີ່ດີເລີດນີ້ ແລະ ເປັນຜູ້ທີ່ມີບົດບາດນໍາໜ້າໃນການສົ່ງເສີ່ມ ແລະ ປົກປ້ອງຜົນປະໂຫຍດລວມຂອງປະເທດກຳລັງພັດທະນາ ກໍຄືຫຼັກການຮ່ວມມືຫຼາຍຝ່າຍ. ສປປ ລາວ, ສະໜັບສະໜູນສຸດຂີດຕໍ່ຂໍ້ລິເລີ່ມໃໝ່ຂອງ ສປ ຈີນ ເປັນຕົ້ນ ຂໍ້ລິເລີ່ມການພັດທະນາທົ່ວໂລກ (GDI), ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ (GSI) ແລະ ຂໍ້ລິເລີ່ມອາລິຍະທໍາທົ່ວໂລກ (GCI). ນີ້ຈະເປັນການປະກອບສ່ວນບໍ່ສະເພາະແຕ່ໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເທົ່ານັ້ນ, ແຕ່ຍັງຈະເປັນກົນໄກ ໃນການສົ່ງເສີມຄວາມເຂົ້າໃຈ ແລະ ຄວາມເຊື່ອໝັ້ນ ຊຶ່ງກັນ ແລະ ກັນ ລະຫວ່າງ ປະຊາຊາດໃນໂລກ ກໍຄືສົ່ງເສີ່ມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. 
    ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ການສະໜັບສະໜູນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແຕ່ຫົວທີ ໂດຍໄດ້ໃຫ້ຄວາມສຳຄັນຕໍ່ການເຊື່ອມໂຍງ-ເຊື່ອມຈອດ, ເອົາໃຈໃສ່ປັບປຸງ ແລະ ຍົກລະດັບພື້ນ ຖານໂຄງລ່າງດ້ານຄົມມະນາຄົມ ແລະ ຂົນສົ່ງ ຢ່າງຮອບດ້ານ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ. ອັນພົ້ນເດັ່ນ, ແມ່ນໂຄງການຮ່ວມມືເສັ້ນທາງລົດໄຟ ລາວ-ຈີນ ຊຶ່ງເປັນໂຄງການຍຸດທະສາດທີ່ສຳຄັນ ຕໍ່ການປະຕິບັດຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ທັງເປັນການສະໜັບສະໜູນໂດຍກົງໃຫ້ແກ່ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດ ໃນພາກພື້ນ” ໃຫ້ເປັນຮູບປະທໍາ. ໂຄງການນີ້, ໄດ້ເປີດກວ້າງການຮ່ວມມື, ສົ່ງເສີມການລົງທຶນ, ການຂົນສົ່ງໂດຍສານ ແລະ ສິນຄ້າ, ການທ່ອງທ່ຽວພາຍໃນ ແລະ ລະຫວ່າງປະເທດ ເພື່ອສ້າງເງື່ອນໄຂໃໝ່ ໃຫ້ແກ່ການພັດທະນາຂອງ ສປປ ລາວ. ເປັນການສົ່ງເສີມ ແລະ ອຳນວຍຄວາມສະດວກທາງດ້ານການຂົນສົ່ງກັບບັນດາປະເທດໃນພາກພື້ນ ແລະ ເຊື່ອມໂຍງກັບບັນດາປະເທດໂລກ.
    ປັດຈຸບັນ, ລົດໄຟ ລາວ-ຈີນ ໃຫ້ບໍລິການນັກທ່ອງທ່ຽວ, ຜູ້ໂດຍສານປະມານ 5.000 – 6.000 ຄົນ/ວັນ ແລະ ໃນໄລຍະທໍາອິດໄດ້ໃຫ້ບໍລິການຂົນສົ່ງສິນຄ້າຜ່ານແດນ ປະມານ 10.000 – 12.000 ໂຕນ/ວັນ, ຄາດວ່າຈະເພີ່ມຂຶ້ນອີກຫຼາຍເທົ່າໃນອະນາຄົດ. ພ້ອມດຽວກັນນີ້, ສປປ ລາວ ຍັງໄດ້ພັດທະນາພື້ນຖານໂຄງລ່າງ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຜ່ານແດນ ເປັນຕົ້ນ ໄດ້ພັດທະນາທ່າບົກ (Dry-port) ເພື່ອເປັນເຂດບໍລິການເຊື່ອມຕໍ່ພາຍໃນປະເທດ ແລະ ລະຫວ່າງປະເທດ. ການເຊື່ອມຈອດເສດຖະກິດໂລກ ແບບເປີດກວ້າງ ແມ່ນເປັນທ່າແຮງພື້ນຖານຂອງຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງ ຊຶ່ງຈະນໍາພາບັນດາປະເທດຕ່າງໆໃນທົ່ວໂລກ ກ້າວໄປສູ່ການພັດທະນາທີ່ກົມກຽວ ແລະ ຍືນຍົງ. ບົນພື້ນຖານຈິດໃນດັ່ງກ່າວ, ສປປ ລາວ ຍິນດີສະໜັບສະໜູນ 8 ແຜນປະຕິບັດງານ ທີ່ສະຫາຍ ສີ ຈິ້ນຜິງ ໄດ້ສະເໜີໃນກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3, ເພື່ອຊຸກຍູ້ການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ ໃຫ້ມີຄຸນນະພາບສູງຂຶ້ນ. ສປປ ລາວ, ກໍພ້ອມແລ້ວທີ່ຈະຮ່ວມມືກັບປະເທດດເພື່ອນມິດ ໃນການປະຕິບັດໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ.
    ທັງໝົດນັ້ນ, ກໍແມ່ນຈຸດໝາຍໜຶ່ງທີ່ສໍາຄັນຂອງ ສປປ ລາວ ໃນການຮ່ວມມືຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຜົນສຳເລັດ ຊຶ່ງແມ່ນໝາກຜົນທີ່ເປັນຮູບປະທໍາ ສະໜັບສະໜູນໂດຍກົງ ໃຫ້ແກ່ ສປປ ລາວ ໃຫ້ມີບາດກ້າວພັດທະນາແບບກ້າວກະໂດດ ຂ້າມຜ່ານຂີດຈໍາກັດຈາກການເປັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດ ໃນພາກພື້ນ ທີ່ເປັນຮູບປະທໍາ, ສ້າງຜົນປະໂຫຍດຕົວຈິງມາສູ່ປະຊາຊົນ, ມາສູ່ປະເທດຊາດ. ພ້ອມສືບຕໍ່ສະໜັບສະໜູນ ຮ່ວມມືຈັດຕັ້ງປະຕິບັດ 8 ປະຕິບັດງານຮ່ວມມືກັບປະເທດຕ່າງໆໃນຕໍ່ໜ້າ ເພື່ອຊຸກຍູ້ການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ ໃຫ້ມີຄຸນນະພາບສູງຂຶ້ນ ຈະເປັນແຮງໜຸນສຳຄັນໃຫ້ແກ່ການພັດທະນາເສຖະກິດ-ສັງຄົມຂອງ ສປປ ລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ