ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້; ສື່ມວນຊົນຍີ່ປຸ່ນອ້າງອີງຂໍ້ມູນຈາກກະຊວງການເງິນ ລາຍງານວ່າ: ຍີ່ປຸ່ນມີລາຍຮັບຈາກການເກັບພາສີຂາອອກຈາກນັກທ່ອງທ່ຽວ ບັນລຸເຖິງ 48.1 ຕື້ເຢນ ໃນງົບປະມານປີ 2024 ທ່າມກາງຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນຢ່າງວ່ອງໄວ, ໂດຍມີປັດໄຈຈາກສະກຸນເງິນເຢນອ່ອນຄ່າລົງ.
ບົດລາຍງານລະບຸວ່າ: ໂຕເລກດັ່ງກ່າວສູງກວ່າສະຖິຕິກ່ອນໜ້າ ທີ່ 44,3 ຕື້ເຢນ ໃນງົບປະມານປີ 2019. ຍີ່ປຸ່ນເກັບພາສີ 1,000 ເຢນ ຈາກນັກທ່ອງທ່ຽວຕ່າງປະເທດທຸກຄົນທີ່ເດີນທາງອອກຈາກຍີ່ປຸ່ນ ຊຶ່ງ ລວມທັງຄົນສັນຊາດຍີ່ປຸ່ນ. ພາສີດັ່ງກ່າວແມ່ນເພີ່ມເຂົ້າກັບຄ່າປີ້ຍົນ ແລະ ຄ່າເຮືອສຳລານ ທີ່ເດີນທາງອອກຈາກຍີ່ປຸ່ນ.
ທັງນີ້, ລັດຖະບານຍີ່ປຸ່ນກໍາລັງພິຈາລະນາຂຶ້ນພາສີຂາອອກ ຫຼັງຈາກມີສຽງຮຽກຮ້ອງໃຫ້ສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ ແລະ ແກ້ໄຂຄວາມແອອັດຢູ່ຕາມສະຖານທີ່ທ່ອງທ່ຽວ.
ຄໍາເຫັນ