ບົດລາຍງານລະບຸວ່າ: ຍີ່ປຸ່ນມີອຸນນະພູມທີ່ສູງຜິດປົກກະຕິຕັ້ງແຕ່ເດືອນມິຖຸນາ ຫາ ເດືອນສິງຫາ. ໂດຍເມືອງອິເຊຊາກິ ໃນແຂວງກຸນມະ ມີອຸນຫະພູມສູງເຖິງ 41.8 ອົງສາ ໃນວັນທີ 5 ສິງຫາ ຜ່ານມາ ຊຶ່ງເປັນສະຖິຕິສູງສຸດໃນທົ່ວປະເທດ ແລະ ຍີ່ປຸ່ນມີອຸນຫະພູມສູງກວ່າ 40 ອົງສາ ອີກຄັ້ງ ໃນວັນທີ 30 ແລະ 31 ສິງຫາ ຜ່ານມາ, ເຮັດໃຫ້ຈຳນວນມື້ທີ່ມີອຸນຫະພູມສູງເກີນລະດັບດັ່ງກ່າວໃນປີນີ້ໂດຍລວມສູງເປັນສະຖິຕິໃໝ່ 9 ມື້.
ທັງນີ້, ອົງການດັ່ງກ່າວໄດ້ສັງເກດເຫັນວ່າ: ລະດູຮ້ອນນີ້ເປັນໜຶ່ງໃນໄລຍະທີ່ເກີດ "ຄື້ນຄວາມຮ້ອນທີ່ຜິດປົກກະຕິ" ຊຶ່ງຊີ້ໃຫ້ເຫັນເຖິງຄວາມສ່ຽງທີ່ຮ້າຍແຮງຂອງສະພາບອາກາດທີ່ຮຸນແຮງທີ່ກ່ຽວຂ້ອງກັບສະພາບອາກາດໃນທົ່ວປະເທດ.
ຄໍາເຫັນ