ທີມສຳຫຼວດຂອງຍີ່ປຸ່ນເປີດເຜີຍໃນວັນທີ 21 ມິຖຸນາ ຜ່ານມາວ່າ, ພວກເຂົາພົບແຮ່ທາດແມນການີສໂນດູນ (Manganese Nodules) ປະລິມານ 200 ລ້ານກວ່າໂຕນ ທີ່ກົ້ນທະເລ ນອກຝັ່ງທະເລເກາະມິນາມິໂຕຣິ

ຍີ່ປຸ່ນ ພົບແຮ່ທາດຫາຍາກ 200 ລ້ານກວ່າໂຕນ

ຍີ່ປຸ່ນ ພົບແຮ່ທາດຫາຍາກ 200 ລ້ານກວ່າໂຕນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນພົບແຮ່ທາດຫາຍາກ ປະລິມານ 200 ລ້ານກວ່າໂຕນ ບໍລິເວນໜ້ານໍ້າທະເລນອກຝັ່ງທະເລຂອງເກາະທາງຕາເວັນອອກຂອງປະເທດ ແລະ ກຽມເລີ່ມຂຸດຄົ້ນໃນປີໜ້າ.

ຂ່າວລະບຸວ່າ: ທີມສຳຫຼວດຂອງຍີ່ປຸ່ນເປີດເຜີຍໃນວັນທີ 21 ມິຖຸນາ ຜ່ານມາວ່າ, ພວກເຂົາພົບແຮ່ທາດແມນການີສໂນດູນ (Manganese Nodules) ປະລິມານ 200 ລ້ານກວ່າໂຕນ ທີ່ກົ້ນທະເລ ນອກຝັ່ງທະເລເກາະມິນາມິໂຕຣິ ທາງຕາເວັນອອກຂອງປະເທດ ແລະ ຢູ່ພາຍໃນເຂດເສດຖະກິດສະເພາະຂອງຍີ່ປຸ່ນ. ທີມສຳຫຼວດດັ່ງກ່າວ ຊຶ່ງປະກອບດ້ວຍມູນນິທິນິບປອນ (Nippon Foundation) ແລະ ມະຫາວິທະຍາໄລໂຕກຽວ ວາງແຜນຈະເລີ່ມການທົດລອງຂຸດຄົ້ນແຮ່ທາດດັ່ງກ່າວ ໃນປີ 2025, ໂດຍມີເປົ້າໝາຍຈະເຮັດເປັນທຸລະກິດຮ່ວມມືກັບພາກເອກະຊົນ. ແຮ່ທາດດັ່ງກ່າວປະກອບດ້ວຍໂລຫະຫາຍາກເຊັ່ນ: ໂຄບອລ ແລະ ນິເກິລ.

ທ່ານ ຍາສຸຮີໂຣະ ຄາໂຕະ ສາດສະດາຈານ ຜູ້ຊ່ຽວຊານດ້ານຊັບພະຍາກອນວິທະຍາຂອງມະຫາວິທະຍາໄລໂຕກຽວ ກ່າວໃນງານຖະແຫຼງຂ່າວວ່າ: ຊັບພະຍາກອນເຫຼົ່ານີ້ ສຳຄັນຫຼາຍຕໍ່ຄວາມ ໝັ້ນຄົງທາງເສດຖະກິດ ພວກເຮົາມີເປົ້າໝາຍຈະຂຸດໃຫ້ໄດ້ປີລະ 3 ລ້ານໂຕນ ຄວບຄູ່ໄປກັບການພັດທະນາ ໂດຍຫຼຸດຜົນກະທົບຕໍ່ສິ່ງແວດລ້ອມທາງທະເລໃຫ້ນ້ອຍທີ່ສຸດ. ທັງນີ້, ການສຳຫຼວດພື້ນດິນກົ້ນທະເລຫຼາຍກວ່າ 100 ຈຸດ ລະຫວ່າງເດືອນເມສາ ເຖິງ ເດືອນມິຖຸນາປີນີ້ ໂດຍໃຊ້ເຮືອດຳນໍ້າຄວບຄຸມໄລຍະໄກໃນຄວາມເລິກ 5.200 – 5.700 ແມັດ, ຢືນຢັນການຄົ້ນພົບແຫຼ່ງແຮ່ທາດແມນການີສໂນດູລ ປະລິມານ 230 ລ້ານກວ່າໂຕນ ໃນພື້ນທີ່ປະມານ 10.000 ກິໂລຕາແມັດ.

ຕາມການວິເຄາະຕົວຢ່າງທີ່ເກັບມາໄດ້ ທີມສຳຫຼວດປະເມີນວ່າ ແຮ່ທາດນີ້ປະກອບດ້ວຍໂຄບອລ ປະມານ 610.000 ໂຕນ ພຽງພໍສຳລັບການບໍລິໂພກຂອງຍີ່ປຸ່ນອີກປະມານ 71 ປີ ແລະ ມີ ນິກເກິລ 740.000 ໂຕນ ທຽບເທົ່າກັບປະລິມານການໃຊ້ງານໃນຍີ່ປຸ່ນເຖິງ 11 ປີ.

ຄໍາເຫັນ

ຂ່າວຕ່າງປະເທດ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທະນາຄານ​​ເພື່ອການຊຳລະສາກົນ (Bank for International Settlements: BIS) ເປີດເຜີຍບົດລາຍງານ​ການ​ປະ​ເມີນ​ເສດຖະກິດ​ໂລກ​ຄັ້ງ​ຫຼ້າ​ສຸດ​ ໃນ​ວັນ​ທີ 29 ມິຖຸນາ ຜ່ານມາ​ວ່າ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ແລະ​ ທາງ​ດ້ານພູມສາດການ​ເມືອງ​ ມີຄວາມສ່ຽງທີ່ຈະເຮັດໃຫ້ລະບົບການເງິນທົ່ວໂລກປະເຊີນກັບຄວາມບໍ່ສອດຄ່ອງໃນລະດັບທີ່ເລິກເຊິ່ງຂຶ້ນ.
ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ຄື້ນ​ຄວາມ​ຮ້ອນ​ຍັງ​ສືບ​ຕໍ່​ປົກຄຸມຫຼາຍປະເທດໃນເອີຣົບ ໂດຍ​ມີ​ຫຼາຍ​ປະ​ເທດ​ໄດ້ອອກ​ຄໍາ​ເຕືອນທ່າມກາງ​ອຸນ​ຫະ​ພູມ​ທີ່​ເພີ່ມສູງ​ຂຶ້ນ, ​ໃນ​ຂະ​ນະ​ທີ່​ແອັດສະປາຍ ທຳລາຍສະຖິຕິອຸນຫະພູມສູງທີ່ສຸດ.
ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ບົດລາຍງານຂອງ ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ເປີດເຜີຍວ່າ: ສິນຄ້າອາຫານໃນຍີ່ປຸ່ນ ປະມານ 2,105 ລາຍການ ຈະປັບຂຶ້ນລາຄາໃນເດືອນກໍລະກົດ ນີ້ ຍ້ອນການເພີ່ມຂຶ້ນຂອງລາຄາວັດຖຸດິບ, ລວມເຖິງການເພີ່ມຂຶ້ນຂອງຄ່າແຮງງານ, ການຂົນສົ່ງ ແລະ ຄ່ານໍ້າ-ຄ່າໄຟ.
ພັກກອມມູນິດຈີນ ທົບ​ທວນ​ຄືນ ກົດ​ລະ​ບຽບ​​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ

ພັກກອມມູນິດຈີນ ທົບ​ທວນ​ຄືນ ກົດ​ລະ​ບຽບ​​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ

ຂ່າວສານຊີອາໄອລາຍງານວ່າ: ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ ຜ່ານມາ ໂດຍ​ໄດ້​ທົ​ທວນ​ຄືນ “ກົດ​ລະ​ບຽບ​​ໃນ​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື​ ແລະ ​ປະ​ສານງານ​ຂອງ​ສູນ​ກາງ​ພັກ”, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ.
ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ມິຖຸນາ ຜ່ານມາ, ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດແຂວງ, ນະຄອນ, ຕາແສງ ແລະ ເຂດພິເສດ.
ປີ​ຜ່ານມາ ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ມີ​ເຖິງ 102,000 ຕື້ໂດ​ລາ

ປີ​ຜ່ານມາ ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ມີ​ເຖິງ 102,000 ຕື້ໂດ​ລາ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້; ກອງ​ປະ​ຊຸມ​ການ​ຄ້າ​ ແລະ​ ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ປະ​ກາດ​ບົດ​ລາຍ​ງານ​ວ່າ: ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ໃນ​ປີ 2023 ແມ່ນ 97,000 ຕື້​ໂດ​ລາ, ປີ 2024 ໄດ້​ເພີ່ມ​ຂຶ້ນ​ຮອດ 102,000 ຕື້ໂດ​ລາ, ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ, ​ໃນ​ນັ້ນ, ປະ​ເທດ​ທີ່​ພວມ​ພັດ​ທະ​ນາຖືກ​ກະ​ທົບ​ໜັກ​ໜ່ວງກວ່າ​ໝູ່.
ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກຸ່ມໂອເປັກພລັສ (OPEC+) ຊຶ່ງເປັນພັນທະມິດດ້ານ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກຽມເພີ່ມປະລິມານການຜະລິດນໍ້າມັນ 411,000 ບາ​ເຣນ/ວັນ​ໃນ​ເດືອນ​ສິງຫາ ຈະມາເຖິງນີ້, ໂດຍມີເປົ້າໝາຍ​ເພື່ອຟື້ນຟູ​ສ່ວນ​ແບ່ງ​ຕະຫຼາດ​ທີ່​ສູນ​ເສຍ​ໄປໃຫ້ກັບ​ຄືນ​ມາ.
ສິງກະໂປ ສຳຫຼວດພົບຜູ້ໃຫຍ່ 90% ເປັນນັກອ່ານຫຼາຍກວ່າໜຶ່ງຄັ້ງຕໍ່ອາທິດ

ສິງກະໂປ ສຳຫຼວດພົບຜູ້ໃຫຍ່ 90% ເປັນນັກອ່ານຫຼາຍກວ່າໜຶ່ງຄັ້ງຕໍ່ອາທິດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຄະນະ​ກຳມະການ​ຫໍສະໝຸດ​ແຫ່ງ​ຊາດ​ສິງກະ​ໂປ ​ໄດ້​ເປີດ​ເຜີຍ​ຜົນ​ການ​ສຶກສາ​ພຶດຕິ​ກຳ​ການ​ອ່ານ​ແຫ່ງ​ຊາດ​ປີ ​​2024​ ພົບ​ເຫັນ​ວ່າຜູ້ໃຫຍ່​ເກືອບ 9 ​ໃນ 10 ຄົນ ​ແລະ ​ໄວ​ໜຸ່ມ 8 ໃນ 10 ຄົນ​ ຂອງ​ສິງກະ​ໂປ​ອ່ານ​ຂ່າວ, ປຶ້ມ ​ແລະ ​ບົດ​ຄວາມ​ທາງ​ອອນ​ລາຍ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ຕໍ່​ອາທິດ​ໃນ​ປີ 2024.
ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກຳ​ປູ​ເຈຍ​ ແນະນຳ​ຢາ CAB-PrEP, ຢາປ້ອງກັນການຕິດໄວຣັດ HIV ແບບ​ສັກທີ່ມີປະສິດທິພາບຊະນິດໃໝ່ ສຳລັບກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງຕໍ່ການຕິດເຊື້ອໄວຣັດທີ່ເຮັດໃຫ້ເກີດໂຣກເອດສ (AIDS).
ຫວຽດນາມ ມີກຳລັງໜູນເປັນຢ່າງດີ ເພື່ອບັນລຸເປົ້າໝາຍການເຕີບໂຕດ້ານການສົ່ງອອກ

ຫວຽດນາມ ມີກຳລັງໜູນເປັນຢ່າງດີ ເພື່ອບັນລຸເປົ້າໝາຍການເຕີບໂຕດ້ານການສົ່ງອອກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມການຄາດຄະເນຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ການສົ່ງອອກໃນໄລຍະ 6 ເດືອນຕົ້ນປິ 2025 ບັນລຸລະດັບເຕີບໂຕປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ວົງເງິນສົ່ງອອກ - ນໍາເຂົ້າໃນ 6 ເດືອນຕົ້ນປີຄາດວ່າບັນລຸປະມານ 426 – 430 ຕື້ໂດລາ, ເພີ່ມຂຶ້ນປະມານ 15.5 – 15.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸປະມານ 215 – 217 ຕື້ໂດລາ, ເພີ່ມຂຶ້ນປະມານ 13.8 – 14%, ການນຳເຂົ້າຄາດວ່າບັນລຸປະມານ 211 – 213 ຕື້ໂດລາ, ເພີ່ມຂຶ້ນປະມານ 17 – 17.2%. ການສົ່ງອອກເກີນດຸນຄາດວ່າບັນລຸ 3.4 – 4 ຕື້ໂດລາ.
ເພີ່ມເຕີມ