ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ

ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ

ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ສິງຫາ ຜ່ານມາວ່າ: ທະນາຄານກາງ ສ ເກົາຫຼີ (BOK) ເປີດເຜີຍວ່າ ,ພະນັກງານຫຼາຍກວ່າເຄິ່ງໜຶ່ງໃຊ້ປັນຍາປະດິດແບບສ້າງສັນ ຫຼື Generative AI ໃນບ່ອນເຮັດວຽກ ແລະ ຄາດຄະເນວ່າ AI ໄດ້ປະກອບສ່ວນປະມານ 1% ເຂົ້າໃນ GDP ຂອງປະເທດໃນໄລຍະ 2 ປີຜ່ານມາ.

 

ຜົນການສໍາຫຼວດຂອງ BOK, ທີ່ດໍາເນີນໃນລະຫວ່າງວັນທີ 19 ພຶດສະພາ ຫາ 17 ມິຖຸນາ ໃນບັນດາພະນັກງານ ຈຳນວນ 5,512 ຄົນ ທີ່ມີອາຍຸລະຫວ່າງ 15 ຫາ 64 ປີ, ພົບວ່າ 51.8% ຂອງພະນັກງານ ສ ເກົາຫຼີ ໃຊ້ GenAI ໃນບ່ອນເຮັດວຽກ, ໃນຂະນະທີ່ 17.1% ລະບຸວ່າໃຊ້ AI ເຮັດວຽກເປັນປະຈຳ.

ບົດລາຍງານຍັງເປີດເຜີຍວ່າ: ອັດຕາສ່ວນຂອງຜູ້ໃຊ້ AI ເຮັດວຽກໃນ ສ ເກົາຫຼີ ແມ່ນສູງກວ່າໃນ ສະຫະລັດ ອາເມຣິກາ ເກືອບ 2 ເທົ່າ. ນອກຈາກນີ້, ໄລຍະເວລາສະເລ່ຍໃນການໃຊ້ AI ຕໍ່ອາທິດແມ່ນສູງກວ່າດ້ວຍ, ໂດຍຊາວ ສ ເກົາ ໃຊ້ AI ໂດຍສະເລ່ຍ 5-7 ຊົ່ວໂມງ, ເມື່ອທຽບກັບ 0.5-2 ຊົ່ວໂມງສໍາລັບພະນັກງານໃນ ສະຫະລັດ ອາເມຣິກາ.

ຜົນການສໍາຫຼວດສະແດງໃຫ້ເຫັນວ່າ: ຜູ້ຊາຍ ສ ເກົາຫຼີໃຊ້ AI ຫຼາຍກວ່າແມ່ຍິງ. ໃນຂະນະທີ່ອັດຕາການໃຊ້ AI ໃນກຸ່ມຜູ້ທີ່ມີອາຍຸ 18-29 ປີແມ່ນສູງກວ່າ ເມື່ອທຽບກັບກຸ່ມອາຍຸ 50-64 ປີ ແລະ ໃນກຸ່ມຜູ້ໃຊ້ທີ່ມີລະດັບປະລິນຍາໂທສູງກວ່າຜູ້ທີ່ມີລະດັບປະລິນຍາຕີ.

ເມື່ອພິຈາລະນາເປັນແຕ່ລະອາຊີບແລ້ວພົບວ່າ: ອາຊີບທີ່ມີໃບອະນຸຍາດເຊັ່ນ: ແພດໝໍ ແລະ ທະນາຍຄວາມເປັນຜູ້ໃຊ້ AI ຫຼາຍທີ່ສຸດ, ໂດຍມີອັດຕາການນໍາໃຊ້ 69.2%, ຮອງລົງມາແມ່ນຜູ້ຈັດການ ຢູ່ທີ່ 65.4% ແລະພະນັກງານຫ້ອງການຢູ່ທີ່ 63,1%.

ບົດລາຍງານຍັງຊີ້ໃຫ້ເຫັນວ່າ: GenAI ຊ່ວຍຫຼຸດຊົ່ວໂມງການເຮັດວຽກລົງໂດຍສະເລ່ຍ 3.8% ຫຼື 1.5 ຊົ່ວໂມງຕໍ່ອາທິດເຮັດວຽກ 40 ຊົ່ວໂມງ.

ນອກຈາກນັ້ນ, BOK ຄາດວ່າ AI ຈະປະກອບສ່ວນປະມານ 1% ໃຫ້ແກ່ການເຕີບໂຕຂອງ GDP ທີ່ 3.9% ລະຫວ່າງໄຕມາດ 4/2022 ເຖິງໄຕມາດ 2/2025.

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການສຶກສາໃໝ່ຈາກສະຖາບັນວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າຂອງສິງກະໂປ ໄດ້ເປີດເຜີຍວ່າ, ເດັກນ້ອຍຜູ້ຊາຍທີ່ນອນຫຼັບຢ່າງສະໝ່ຳສະເໝີເປັນເວລາເກົ້າຊົ່ວໂມງ ຫຼື ຫຼາຍກວ່ານັ້ນຕໍ່ຄືນຕະຫຼອດອາທິດມີຄວາມສ່ຽງເປັນໂຣກຕຸ້ຍຫຼຸດລົງ 51% ແລະ ມີໄຂມັນໜ້າທ້ອງໜ້ອຍກວ່າເດັກນ້ອຍຜູ້ຊາຍທີ່ບໍ່ໄດ້ນອນຫຼັບພຽງພໍຢ່າງຫຼວງຫຼາຍ.
ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ຂ່າວສານຊີອາໄອລາຍງານວ່າ: ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ​ລາ​ ຜ່ານມາ ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປ​ະ​ເທດມາ​ເລ​ເຊຍ. ໂອ​ກາດ​ດັ່ງ​ກ່າວ, ທ່ານ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຝ່າຍ​ໄດ້​ສ້າງ​ຂົວ​ຕໍ່, ດຳ​ເນີນ​ການ​ສົນ​ທະ​ນາ​ກັນ ຊຶ່ງຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ​ກົນ​ໄກ​ອາ​ຊຽນ​ຍັງ​ຄົງ​ມີ​ປະ​ສິດ​ທິ​ຜົນ​ພາຍ​ໃຕ້​ການ​ນຳ​ພາ​​ຢ່າງ​ສົມ​ເຫດ​ສົມ​ຜົນດ້ວຍ​ຄວາມ​ອົດ​ທົນ.
ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 29 ຕຸລາ ນີ້ວ່າ: ອີງ​ຕາມຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​ໂດຍໂທ​ລະ​ພາບ​ສາ​ກົນ​ຈີນ ​ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ​ຫຼື CMG ໄດ້ແຈກ​ຢາຍ​ແບບ​ສອບ​ຖາມ​ໃຫ້​ຊາວ​ເນັດ 47.000 ຄົນ ຈາກ 46 ປະ​ເທດ​ທົ່ວ​ໂລກໃນ​ໄລ​ຍະ 3 ປີ​ຜ່ານ​ມາ​ ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ.
ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍໄດ້ອອກກົດລະບຽບໃໝ່ທີ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ບໍລິສັດຂອງລັດ ເພື່ອສະໜັບສະໜູນໂຄງການພັດທະນາຕ່າງໆຂອງປະເທດ. ໂດຍເງິນກູ້ເຫຼົ່ານີ້ຕ້ອງພິຈາລະນາຄວາມສ່ຽງທີ່ອາດເກີດຂຶ້ນ ແລະ ຄວາມສາມາດທາງດ້ານການເງິນຂອງລັດຖະບານກ່ອນ.
ເພີ່ມເຕີມ