![]() |
ການອົບຮົມໃນຄັ້ງນີ້, ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເຖິງຫຼັກການ ແລະ ວິທີການນຳໃຊ້ລະບົບຫ້ອງການເອເລັກໂຕຣນິກ ເຂົ້າໃນການຮັບ-ສົ່ງເອກະສານ, ຈັດການຂໍ້ມູນ, ຕິດຕາມວຽກງານ ແລະ ປະສານງານ ລະຫວ່າງພາກສ່ວນຕ່າງໆ ພາຍໃນອົງກອນໃຫ້ເປັນລະບົບ. ພ້ອມນີ້, ຍັງເປັນການສ້າງຄວາມພ້ອມ ໃນການຫັນປ່ຽນຈາກຮູບແບບການເຮັດວຽກ ແບບເອກະສານເປັນຫຼັກ ໄປສູ່ການບໍລິຫານງານດ້ວຍລະບົບດີຈິຕອນ ຊຶ່ງຈະຊ່ວຍຫລຸດຜ່ອນຂັ້ນຕອນ, ປະຢັດເວລາ, ເພີ່ມຄວາມຊັດເຈນໃນການຕິດຕາມວຽກງານ ແລະ ຍົກສູງປະສິດທິພາບການບໍລິຫານ.
ທ່ານ ແກ້ວ ສິລິສະຫວັດ ໄດ້ເນັ້ນເຖິງຄວາມສຳຄັນ ຂອງການນຳໃຊ້ເຕັກໂນໂລຊີ ໃນວຽກງານລັດ ໂດຍການພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ ແລະ ນຳໃຊ້ລະບົບໃຫ້ເປັນ ຈະຊ່ວຍຍົກສູງຮູບແບບການບໍລິຫານງານ ໃຫ້ມີຄວາມຄ່ອງຕົວ, ທັນສະໄໝ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງວຽກງານໃນຍຸກໃໝ່.
ການຝຶກອົບຮົມຄັ້ງນີ້, ຖືເປັນອີກບາດກ້າວສຳຄັນ ຂອງຄະນະໂຄສະນາອົບຮົມແຂວງຈຳປາສັກ ໃນການພັດທະນາທັກສະດີຈິຕອນຂອງບຸກຄະລາກອນ ແລະ ກ້າວໄປສູ່ການບໍລິຫານງານທີ່ທັນສະໄໝ, ມີປະສິດທິພາບ ແລະ ສອດຄ່ອງກັບທິດທາງການປ່ຽນແປງ ສູ່ການບໍລິຫານດ້ວຍເຕັກໂນໂລຊີ.
ຂ່າວ: ແຂວງຈຳປາສັກ

ຄໍາເຫັນ