![]() |
ທ່ານ ມີໄຊ ໄຊເກີຢາຈົງຕົວ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້, ເປັນການຮ່ວມມືລະຫວ່າງ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ປະຈໍາແຂວງຫຼວງພະບາງ ກັບກົມສັງຄົມສົງເຄາະ ກະຊວງ ຮສສ ແລະ ພະແນກ ຮສສ ແຂວງຫຼວງພະບາງ, ຊຶ່ງເປັນບາດກ້າວສໍາຄັນຕໍ່ກັບພາກລັດ ໃນການຄຸ້ມຄອງ-ປົກປ້ອງເດັກ ແນໃສ່ສ້າງຄວາມສາມາດໃຫ້ຄູ່ຮ່ວມງານພາກລັດ ໂດຍສະເພາະຂະແໜງການ ຫຼື ໜ່ວຍງານທີ່ກ່ຽວຂ້ອງ ກັບການຄຸ້ມຄອງກໍລະນີກ່ຽວກັບການປົກປ້ອງເດັກ, ເພື່ອຮັບປະກັນເຮັດໃຫ້ເດັກໃນແຕ່ລະທ້ອງຖິ່ນ ໂດຍສະເພາະເຂດຊົນນະບົດຫ່າງໄກສອກຫຼີກໄດ້ຮັບຄວາມເປັນທຳໃນການດຳລົງຊີວິດ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຈຸດປະສົງ-ເປົ້າໜາຍຂອງໂຄງການ, ນະໂຍບາຍປົກປ້ອງເດັກຂອງອົງການຊ່ວຍເຫຼືອເດັກ, ພື້ນຖານການປົກປ້ອງ, ການບໍລິຫານຈັດການ ກໍລະນີໃນການປົກປ້ອງເດັກ, ການສື່ສານກັບເດັກທີ່ປະສົບບັນຫາ, ການໃຫ້ຄວາມຊ່ວຍເຫຼືອສຸຂະພາບທາງດ້ານຈິດໃຈ ແລະ ຮ່າງກາຍ, ການໃຫ້ຄວາມຊ່ວຍເຫຼືອແບບຮີບດ່ວນ, ການກຳນົດຕົວຕົນ ແລະ ການລົງທະບຽນຂໍ້ມູນຂອງເປົ້າໝາຍທີ່ຈະດຳເນີນການຊ່ວຍເຫຼືອ, ການປະເມີນ, ການວາງແຜນກໍລະນີ, ການຈັດຕັ້ງປະຕິບັດ, ຕິດຕາມທົບທວນ ແລະ ການປິດບັນຊີກໍລະນີເມື່ອສຳເລັດການຊ່ວຍເຫຼືອ, ຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນໄປຈົນເຖິງວັນທີ 22 ພຶດສະພາ 2026 ຈຶ່ງຈະສຳເລັດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຊ່ວຍເຫຼືອເດັກສາກົນ ປະຈໍາແຂວງຫຼວງພະບາງ.
ຂ່າວ-ພາບ: ທະນູສິນ ອິດທິພົນ

ຄໍາເຫັນ