![]() |
ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບຫຼັກຄຳສອນທາງພຸດທະສາໜາ, ຂະນົບທຳນຽມ, ຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຊາວລາວ ໂດຍສະເພາະມໍລະດົກທາງວັດທະນະທຳ ທີ່ຄົງຄຸນຄ່າ ຂອງຊາວນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໃຫ້ຫັບພະນັກງານນຳທ່ຽວ ໄດ້ຮັບຮູ້ທັງນຳໄປເຜີຍແຜ່ ໃຫ້ກັບນັກທ່ອງທ່ຽວໄດ້ຮັບຮູ້-ເຂົ້າໃຈ ທັງນຳໄປປະຕິບັດໃຫ້ສອດຄ່ອງ, ທັງເປັນການພັດທະນາຄວາມຮູ້ ແລະທັກສະໃຫ້ແກ່ພະນັກງານນຳທ່ຽວ ປະກອບສ່ວນອັນສຳຄັນໃນການອະນຸລັກ-ເຜີຍແຜ່ມໍລະດົກພຸດທະສາໜາ ແລະວັດທະນະທຳລາວ ໃຫ້ນັກທ່ອງທ່ຽວຕ່າງປະເທດໄດ້ຮັບຮູ້ ແລະພັດທະນາການທ່ອງທ່ຽວ ຂອງແຂວງຫຼວງພະບາງ ໃຫ້ຢືນຍົງ.ພາບ-ຂ່າວ: ສຸພີນດາ ດ້ວງເງີນ

ຄໍາເຫັນ