ກອງປະຊຸມຝຶກອົບຮົມທັກສະໃນການບັນຊາກອງປະຊຸມໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ

ຍົກລະດັບທັກສະການບັນຊາກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

ຍົກລະດັບທັກສະການບັນຊາກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ
ກອງປະຊຸມຝຶກອົບຮົມທັກສະໃນການບັນຊາກອງປະຊຸມໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ແຂວງຫົວພັນ, ຊຽງຂວາງ,ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ

 

 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຊຶ່ງທ່ານປະທານກອງປະຊຸມໄດ້ມີຄຳເຫັນເນັ້ນໜັກເຖິງຈຸດປະສົງຕົ້ນຕໍຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອບຳລຸງຍົກລະດັບທັກສະການບັນຊາກອງປະຊຸມໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຶ່ງເປັນໂອກາດດີທີ່ໄດ້ແລກປ່ຽນຄວາມເຫັນ, ຖອດຖອນບົດຮຽນ ແລະ ປະສົບການຊຶ່ງກັນແລະກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການນໍາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນປັດຈຸບັນ ແລະ ຕໍ່ໜ້າ.

ບັນດາການນໍາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຫຼາຍກວ່າ 30 ທ່ານ ໄດ້ຮັບຟັງການສະເໜີ 2 ຫົວຂໍ້ຄື: ທັກສະໃນການບັນຊາກອງປະຊຸມຕາມພາລະບົດບາດຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ສະເໜີໂດຍທ່ານ ຈະເລີນ ເຢຍປາວເຮີ ແລະ ການບັນຊາກອງປະຊຸມທົ່ວໄປ ສະເໜີໂດຍທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີກະຊວງພາຍໃນ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນນໍາກັນຢ່າງກົງໄປກົງມາ, ຟົດຟື້ນ, ມີການຍົກເອົາບົດຮຽນໃນການບັນຊາກອງປະຊຸມຢູ່ໃນເຂດເລືອກຕັ້ງຕ່າງໆ ມາແລກປ່ຽນນໍາກັນ ອັນເຮັດໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ສາມາດຮຽນຮູ້ຕໍ່ປະສົບການຕົວຈິງຫຼາຍຂຶ້ນ, ເປັນການສ້າງຄວາມເຂັ້ມແຂງແກ່ການນໍາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 2-3 ກັນຍາ ນີ້ ທີ່ແຂວງບໍລິຄໍາໄຊ ຊຶ່ງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.

(ຂ່າວ-ພາບ: ນາງ ອານິຕາ ມ່ວນສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງມຸນລະປາໂມກ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ຂະບວນການຜະລິດລະດູຝົນ ໂດຍສະເພາະແມ່ນການປັກດຳເຂົ້ານາປີ ປະຈຳປີ 2026 ພ້ອມທັງເຂົ້າກວດກາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ເພື່ອວາງແຜນເຝົ້າລະວັງ ແລະ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບຜົນຜະລິດຂອງຊາວກະສິກອນ.
ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການບໍລິຫານ-ຄຸ້ມຄອງວຽກງານໃຫ້ມີຄວາມວ່ອງໄວ, ສະດວກ, ຖືກຕ້ອງ ແລະ ທັນສະໄໝ, ເມືອງປະທຸມພອນ ​ແຂວງ​ຈຳ​ປາ​ສັກ ໄດ້ຈັດຊຸດອົບຮົມ “ການນຳໃຊ້ເຕັກໂນໂລຊີ​ດີ​ຈີຕອນ ເພື່ອເພີ່ມປະສິດທິພາບວຽກງານຂອງການນຳ” ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ ໂດຍ​ການເປັນປະທານຂອງ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ສະ​ຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ໄດ້ພົບ​ປະ​ໂອ້​ລົມ ພະ​ນັກ​ງານ-ລັດ​ຖະ​ກອນຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ສະ​ຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ມີພະ​ນັກ​ງານ-ລັດ​ຖະ​ກອນ ເຂົ້າຮ່ວມຮັບ​ຟັງ.
ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ປະ​ຊາ​ຊົນ ກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII ຈຳນວນ 52 ທ່ານ, ຫຼັງຈາກໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 13 ກໍລະກົດ ຫາ ວັນທີ 7 ສິງຫາ 2026 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນວ່າ:
ກົມປ່າໄມ້ ແລະ ມຊ ລົງນາມຂໍ້ຕົກລົງການຮ່ວມມື ດ້ານວິຊາການ

ກົມປ່າໄມ້ ແລະ ມຊ ລົງນາມຂໍ້ຕົກລົງການຮ່ວມມື ດ້ານວິຊາການ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເຊັນ ຂໍ້ຕົກລົງ ການຮ່ວມມື ດ້ານວິຊາການ (MOA) ກ່ຽວກັບ ການສຶກສາຄົ້ນຄວ້າຊີວະນານາພັນ ໃນເຂດອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ຢ່າງເປັນທາງການ, ໃນວັນທີ 7 ສິງຫາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ.
ພາກບ່າຍ ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ພາກບ່າຍ ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນບ່າຍ ຂອງວັນທີ 10 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ການນໍາພັກ-ລັດ ແລະ ພາກສ່ວນຕ່າງໆສືບຕໍ່ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ.
ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າວັນທີ 10 ສິງຫານີ້ ການນໍາພັກ-ລັດ, ບັນດາອົງການ, ກະຊວງ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ທ່ານ ພັນຕີ ເຄນໄຊ ພິມບຸນເລີຍ ຮອງພະແນກຂ່າວບົດ ວິທະຍຸກະຈາຍກອງທັບ ໄດ້ສະແດງທັດສະນະຕໍ່ ສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວ່າ: ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຄວາມສຳຄັນຂອງສື່ມວນຊົນ, ດ້ານການເມືອງ-ແນວຄິດ ເປັນກະບອກສຽງຂອງພັກ-ລັດ ແລະ ເປັນຂົວຕໍ່ກັບປະຊາຊົນ ເພື່ອໂຄສະນາ, ຜັນຂະຫຍາຍແນວທາງ, ນະໂຍບາຍ ແລະ ກົດໝາຍ, ດ້ານເສດຖະກິດ-ສັງຄົມ, ໃຫ້ຂໍ້ມູນຂ່າວສານ, ເຕັກໂນໂລຊີໃໝ່, ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ, ດ້ານວັດທະນະທຳ-ສຶກສາ: ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ, ພ້ອມທັງຕໍ່ຕ້ານວັດທະນະທຳທີ່ເປັນບິດເປື່ອນ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນເຄື່ອງມືຕອບໂຕ້, ທັດສະນະຜິດປົກກະຕິ, ຂ່າວປອມ (Fake News) ແລະ ການໂຄສະນາບິດເບືອນ ເພື່ອຮັກສາຄວາມສະຫງົບຂອງສັງຄົມ.
ເພີ່ມເຕີມ