ການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ

ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນແຂວງວຽງຈັນໃຫ້ດີຂຶ້ນເທື່ອລະກ້າວ

ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນແຂວງວຽງຈັນໃຫ້ດີຂຶ້ນເທື່ອລະກ້າວ
ໂດຍ: ສ.ບຸດປະຊາ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ ຕາມທິດມີກິນມີໃຊ້

 ຄື 1 ໃນ 6 ເປົ້າໝາຍໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ຊຶ່ງໃນໄລຍະຜ່ານມາອົງການປົກຄອງແຂວງວຽງຈັນ ໄດ້ສຸມໃສ່ຫຼາຍວຽກງານ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງວຽງຈັນໃຫ້ດີຂຶ້ນເທື່ອລະກ້າວ. ໃນໄລຍະ 6 ເດືອນ ຕົ້ນປີ 2024 ແຂວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຫຼາຍວຽກງານ ທັງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຄອບຄົວວັດທະນະທໍາ ແລະ ບ້ານວັດທະນະທໍາ ຕິດພັນກັບວຽກງານ 3 ສ້າງ ແລະ ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ.
ໄລຍະ 6 ເດືອນ ຕົ້ນປີນີ້, ແຂວງວຽງຈັນ ໄດ້ເອົາໃຈໃສ່ຊຸກຍູ້ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຮັດໃຫ້ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວເທົ່າກັບ 4,72% ຂອງຄອບຄົວທັງໝົດ; ໄດ້ປະເມີນການສ້າງບ້ານພັດທະນາຢູ່ເມືອງແມດ 4 ບ້ານ ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂ ດໍາລັດ 348/ລບ ແລະ ຢູ່ໃນຂັ້ນຕອນສະເໜີຮັບຮອງເປັນບ້ານພັດທະນາ, ມາຮອດປັດຈຸບັນມີບ້ານພັດທະນາ 163 ບ້ານ, ເທົ່າກັບ 38% ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວ, ເທົ່າກັບ 80,59% ຂອງຄອບຄົວທັງໝົດ, ມີບ້ານວັດທະນາທຳທັງໝົດ 413 ບ້ານ, ກວມເອົາ 96,49% ຂອງບ້ານທັງໝົດ ແລະ ມີຄອບຄົວວັດທະນະທໍາ 72.095 ຄອບຄົວ, ກວມເອົາ 75,82% ຂອງຄອບຄົວທົ່ວແຂວງ. ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ປະຈໍາຈຸດສຸມຂອງແຂວງ 29 ສະຫາຍຍິງ 3 ສະຫາຍ, ໃນນີ້: ຂັ້ນແຂວງ 13 ສະຫາຍ ແລະ ຂັ້ນເມືອງ 16 ສະຫາຍ.
 ພ້ອມດຽວກັນນີ້, ແຂວງວຽງຈັນ ກໍສາມາດປະຕິບັດ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ວັດ ບັນລຸ 80% ຂຶ້ນໄປ ມີ 5 ດ້ານ 43 ຕົວຊີ້ວັດ, ຍັງບໍ່ບັນລຸ 2 ດ້ານ 23 ຕົວຊີ້ວັດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ມີ 5 ດ້ານ 47 ຕົວຊີ້ວັດບັນລຸ 80% ຂຶ້ນໄປທັງ 5 ດ້ານ 47 ຕົວຊີ້ວັດ ມີ 4 ເມືອງ (ໂພນໂຮງ, ທຸລະຄົມ, ໝື່ນ, ຊະນະຄາມ) ຍັງບໍ່ບັນລຸ 7 ເມືອງ, ທົ່ວແຂວງ ມີ 428 ບ້ານ, ສ້າງບ້ານເປັນຫົວໝ່ວຍພັດທະນາ 4 ດ້ານ, 30 ຕົວຊີ້ວັດ ບັນລຸ 80% ຂຶ້ນໄປທັງ 4 ດ້ານ 30 ຕົວຊີ້ວັດ ມີ 258 ບ້ານ, ຍັງບໍ່ບັນລຸ 170 ບ້ານ.
 ແຂວງວຽງຈັນ, ຍັງໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ປຸກລະດົມເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາ; ພ້ອມກັນນັ້ນ, ກໍຍັງໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຊຶ່ງໃນຕົ້ນປີ 2024 ໄດ້ປະກາດ 4 ບຸກ ແລະ ມອບທຸງໄຊນາມມະຍົດປີ 2023 ໃຫ້ 2 ພາກສ່ວນຄື: ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຊາວໝຸ່ມເມືອງວັງວຽງ; ມອບຫຼຽນກາລະນຶກຊາວໜຸ່ມ 65 ປີ ໃຫ້ຄະນະຊາວໜຸ່ມເມືອງ ແລະ ໜ່ວຍຮາກຖານຊາວໜຸ່ມ, ເປີດຂະບວນການແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ ໄດ້ 243 ກອງ, ມອບໃບຢັ້ງຢືນເປັນເຍົາວະຊົນທັນວາ 13.690ຄົນ, ສ້າງຂະບວນການຕອນຮັບກອງປະຊຸມໃຫຍ່ຂັ້ນຂອງຕົນ. ພ້ອມນີ້, ກໍເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ສະມາຊິກແມ່ຍິງທຸກຂັ້ນ, ສາມາດເປີດກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄ່ຽງຄູ່ກັນນັ້ນ ກໍຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ ແລະ ວຽກງານ 3 ສ້າງ, ສາມາດຮັບຮອງເອົາໜ່ວຍສະຫະພັນແມ່ຍິງ 3 ດີຂັ້ນແຂວງໄດ້ 5 ໜ່ວຍ ແລະ 1 ຮາກຖານ, ເມືອງໄດ້ 1ເມືອງ, ພ້ອມທັງເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ3 ດີ ໄດ້ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 315 ຄົນຍິງ 280 ຄົນ.
ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງວຽງຈັນ ໃຫ້ດີຂຶ້ນເທື່ອລະກ້າວ ຕາມທິດມີກິນມີໃຊ້; ສະນັ້ນ, ໃນໄລຍະ 6 ເດືອນທ້າຍປີ ແຂວງວຽງຈັນ ໄດ້ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ ຕາມທິດ 3 ສ້າງ; ສືບຕໍ່ຕິດຕາມກວດກາ ແລະ ປະເມີນຕາມມາດຖານພົ້ນທຸກຂອງຄອບຄົວທຸກຍາກໃຫ້ຫຼຸດລົງ 1.400 ຄອບຄົວ, ໃຫ້ຍັງເຫຼືອ 2.320 ຄອບຄົວ, ສ້າງບ້ານພັດທະນາ ແລະ ຄອບຄົວພັດທະນາ ໃຫ້ໄດ້ຕາມແຜນການທີ່ກໍານົດໄວ້; ສືບຕໍ່ສ້າງບ້ານວັດທະນະທຳໃຫ້ບັນລຸ 5 ບ້ານ ແລະ ຄອບຄົວວັດທະນະທຳໃຫ້ໄດ້ 1.900 ຄອບຄົວ ພ້ອມທັງສືບຕໍ່ຕິດຕາມຊຸກຍູ້ປະເມີນຄືນບ້ານວັດທະນະທຳ ທີ່ປະຕິບັດໄດ້ແລ້ວໃຫ້ຮັກສານາມມະຍົດ ແລະ ກາຍເປັນເມືອງວັດທະນະທຳ; ສືບຕໍ່ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດໃຫ້ໄດ້ 1 ຈຸດສຸມ (ທົ່ວແຂວງມີ 7 ຈຸດສຸມ) ເພື່ອສ້າງເປັນຕົວແບບໃຫ້ແກ່ຈຸດສຸມອື່ນໆ. ພ້ອມດຽວກັນ, ກໍສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງຢ່າງແຂງແຮງ, ຕິດພັນກັບການກະກຽມກອງປະຊຸມໃຫຍ່3 ຂັ້ນຂອງພັກ; ຕິດຕາມຊຸກຍູ້ອົງການຈັດຕັ້ງມະຫາຊົນໃນການສ້າງຂະບວນການຂໍ້ແຂ່ງຂັນຕ່າງໆ ແລະ ກະກຽມເປີດກອງປະຊຸມໃຫຍ່ໃຫ້ໄດ້ດໍາເນີນຕາມແຜນການທີ່ວາງໄວ້ຕາມຂັ້ນຂອງຕົນ.
ບັນດາຂໍ້ມູນຂ້າງເທິງ, ໄດ້ຖືກເຜີຍແຜ່ໃນກອງປະຊຸມສະໄໝສາມັນ ເທື່ອ 7 ຊຸດທີ II ຂອງສະພາປະຊາຊົນແຂວງວຽງຈັນ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 31 ກໍລະກົດ ຫາ 2 ສິງຫາ 2024.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ