ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ຍົກຍ້າຍ ທ່ານ ສະເຫຼີມໄຊ ກົມມະສິດ ໄປປະຈໍາຢູ່ສຳນັກງານນາຍົກລັດຖະມົນຕີ

ຍົກຍ້າຍ ທ່ານ ສະເຫຼີມໄຊ ກົມມະສິດ ໄປປະຈໍາຢູ່ສຳນັກງານນາຍົກລັດຖະມົນຕີ
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ

 ປະທານສະພາແຫ່ງຊາດ; ໃນວາລະກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 15 ພະຈິກ 2024 ວ່າ: ອີງຕາມຄໍາສະເໜີຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 110/ນຍ, ລົງວັນທີ 12 ພະຈິກ 2024 ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ; ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງຮັບຮອງເອົາການຍົກຍ້າຍສະມາຊິກລັດຖະບານ, ຍົກຍ້າຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄປປະຈໍາຢູ່ ສຳນັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານໃນລັດຖະບານ.

ຄໍາເຫັນ

ຂ່າວການເມືອງ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ

ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ ໄດ້ຈັດກອງ​ປະຊຸມ​ສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ (ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ)​ຂຶ້ນໃນ​ວັນ​ທີ 25 ເມ​ສານີ້
ກອງປະຊຸມສ່ອງແສງລາຍງານວຽກງານ ປກສ-ປກຊ

ກອງປະຊຸມສ່ອງແສງລາຍງານວຽກງານ ປກສ-ປກຊ

ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສ່ອງແສງລາຍງານວຽກງານ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ຫໍປະຊຸມຫ້ອງວ່າການປົກຄອງເມືອງໂດຍ ການເປັນປະທານຂອງ ທ່ານ ບຸນພະລັງ ວິໄລສັກ
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ ນີ້ ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ,
ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີXII ຂອງພັກ  ໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີXII ຂອງພັກ ໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນ

ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ ໄດ້ຈັດກອງ​ປະຊຸມ​ສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XIIຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້
ປະກາດການຈັດຕັ້ງພາຍໃນອົງການກວດສອບປະຈຳພາກກາງ 2

ປະກາດການຈັດຕັ້ງພາຍໃນອົງການກວດສອບປະຈຳພາກກາງ 2

ພິທີປະກາດການຈັດຕັ້ງພາຍໃນອົງການກວດສອບ ປະຈຳພາກກາງ 2 ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ຫ້ອງປະຊຸມຂອງສ່ວຍສາອາກອນແຂວງສະຫວັນນະເຂດ, ເຊິ່ງພິທີຄັ້ງນີ້ແມ່ນການປະກາດການແຕ່ງຕັ້ງຜູ້ຊ່ວຍປະທານອົງການກວດສອບ ປະຈຳພາກກາງ 2 ໂດຍການເປັນປະທານຂອງ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ,

ຊຽງຂວາງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັງທີ XI

ຊຽງຂວາງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັງທີ XI

ແຂວງຊຽງຂວາງ ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ແລະ ນິຕິກຳຂອງພັກ, ລັດຖະບານ ແລະ ຂອງແຂວງ ຂຶ້ນໃນວັນທີ 24 ເມສານີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ.
ບໍ່ແຕນ ເຊື່ອມຊືມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ

ບໍ່ແຕນ ເຊື່ອມຊືມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ

ວັນທີ 23 ເມສາຜ່ານມານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດເຜີຍແຜ່ຂອງສະຫາຍ ຄຳສີ ແພງສະຫວັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳເມືອງບໍ່ແຕນ.
ສາລະວັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງ 18 ສະໄໝທີ IX

ສາລະວັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງ 18 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 18 ສະໄໝທີ IX ໄດ້ໄຂຂຶ້ນໃນວັນທີ 23 ເມສານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ,
ຄໍາມ່ວນ ປະກາດແຕ່ງຕັ້ງ ທ່ານ ນາງ ອາລີ ບົວຈູມ ເປັນປະທານສະຫະພັນກຳມະບານແຂວງ

ຄໍາມ່ວນ ປະກາດແຕ່ງຕັ້ງ ທ່ານ ນາງ ອາລີ ບົວຈູມ ເປັນປະທານສະຫະພັນກຳມະບານແຂວງ

ແຂວງຄໍາມ່ວນໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ປະທານສະຫະ ພັນກຳມະບານ ແຂວງຄໍາມ່ວນ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ເມສາຜ່ານມາ ໂດຍເປັນກຽດ ເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານ ລາວ,
ເພີ່ມເຕີມ