ຍົກສູງຄຸນນະພາບວຽກງານຂະຫຍາຍພັກໃນໄລຍະໃໝ່

ຍົກສູງຄຸນນະພາບວຽກງານຂະຫຍາຍພັກໃນໄລຍະໃໝ່
ໂດຍ: ສຸຄັນທອນ ສິງພວງເພັດ   
    ການຂະຫຍາຍພັກ ແມ່ນວຽກໜຶ່ງທີ່ສໍາຄັນຂອງພັກ ຊຶ່ງຈະຕ້ອງເຮັດເປັນປົກກະຕິ ເພື່ອແນໃສ່ກໍ່ສ້າງຖັນແຖວພະນັກງານ-ສະມາຊິກພັກ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ຢ່າງບໍ່ຢຸດຢັ້ງ. ເພີ່ມກໍາລັງສູ້ຮົບຂອງພັກ ແລະ ເພີ່ມທະວີບົດບາດການນໍາພາຂອງພັກ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນກ້າວໆ.
    ການຂະຫຍາຍພັກ ແມ່ນຄວາມຮຽກຮ້ອງຕ້ອງການກຳລັງແຮງແຫ່ງການນໍາພາຂອງພັກ ໃນທຸກຂົງເຂດວຽກງານ, ມີຄວາມຈຳເປັນຕ້ອງມີກຳລັງສະມາຊິກພັກ ເປັນຜູ້ນໍາພາຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ ໃຫ້ເກີດດອກອອກຜົນຕົວຈິງ. ດັ່ງນັ້ນ, ຕ້ອງເພີ່ມທະວີວຽກງານຂະຫຍາຍພັກໃຫ້ເລິກເຊິ່ງເຖິງຖອງ. ພ້ອມດຽວກັນນັ້ນ, ການຂະຫຍາຍພັກ ຕ້ອງຕິດພັນກັບການປັບປຸງ ແລະ ຍົກສູງຄຸນນະພາບ ສະມາຊິກພັກ ບົນພື້ນຖານຖືກຕ້ອງຕາມກົດລະບຽບຂອງພັກ, ຖືກຕ້ອງຕາມຂັ້ນຕອນລະບຽບການ ແລະ ທິດນໍາຂອງການຂະຫຍາຍພັກ ໂດຍສະເພາະ ແມ່ນຮັບປະກັນຄຸນນະພາບ, ຂະຫຍາຍໄດ້ຜູ້ໜຸ່ມແໜ້ນ, ຫ້າວຫັນ, ປະສິດທິຜົນວຽກງານ, ມີຄຸນສົມບັດສິນທຳປະຕິວັດ, ມີລະດັບຄວາມຮູ້ ຄວາມສາມາດ, ໜັກ  ແໜ້ນໃນອຸດົມການສັງຄົມນິຍົມ ເພື່ອແບກຫາບພາລະກິດຂອງພັກ. ດັ່ງນັ້ນ, ການຂະຫຍາຍພັກ ໃນໄລຍະໃໝ່ນີ້ ຕ້ອງກໍາແໜ້ນບາງບັນຫາພື້ນຖານດັ່ງນີ້:
1. ການຂະຫຍາຍພັກ ຕ້ອງຖືເອົາຄຸນນະພາບເປັນກົກ, ໝາຍວ່າເຮັດໃຫ້ສະມາຊິກພັກມີຄວາມໜັກແໜ້ນທາງດ້ານການເມືອງ, ມີອຸດົມການທີ່ຖືກຕ້ອງ, ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ, ມີຄຸນສົມບັດສິນທໍາປະຕິວັດ, ສາມາດເປັນແກນນໍາ-ນໍາພາໃນທຸກຂະບວນການ, ຫຼີກລ່ຽງການຂະຫຍາຍ ພັກເອົາແຕ່ປະລິມານເປັນຈຸດໜັກ. ການຂະຫຍາຍພັກ ຕ້ອງດໍາເນີນໃຫ້ຖືກຕ້ອງຕາມມາດຖານ ແລະ ລະ ບຽບການທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກ.
    2.  ການຂະຫຍາຍພັກ ຕ້ອງຕິດພັນກັບການປັບປຸງພັກ. ການຂະຫຍາຍພັກ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເຮັດໃຫ້ການເພີ່ມຂຶ້ນຂອງສະມາຊິກພັກ ເປັນການເພີ່ມກຳລັງແຮງຂອງພັກ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ຍົກສູງຄຸນນະພາບສະມາຊິກພັກ ໂດຍເລີ່ມຈາກການບໍາລຸງສົ່ງເສີມ, ຊຸກຍູ້ໃຫ້ເຂົ້າພັກ ຢ່າງຖືກຕ້ອງ ດ້ວຍການສຶກສາອົບຮົມຍົກລະດັບດ້ານຕ່າງໆ ໂດຍສະເພາະ ຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບທາດແທ້ຂອງພັກ, ປັບປຸງທັດສະນະຫຼັກໝັ້ນ, ການເປັນແບບຢ່າງ, ແບບແຜນດໍາລົງຊີວິດ ແລະ ແບບແຜນນໍາພາ ໃຫ້ສະມາຊິກພັກເປັນປົກກະຕິ. ພ້ອມກັນນັ້ນ, ຕ້ອງປັບປຸງເນື້ອໃນຮ່ວມຊີວິດການເມືອງຂອງໜ່ວຍພັກໃຫ້ດີ, ກວດກາການເຄື່ອນໄຫວຕົວຈິງຂອງສະມາຊິກພັກ ເປັນປະຈໍາ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພະນັກງານ-ສະມາຊິກພັກ ໃຫ້ໄດ້ຢ່າງທັນການ.
    3. ການຂະຫຍາຍພັກໃນຂະບວນການມະຫາຊົນ. ໜ່ວຍພັກ, ສະມາຊິກພັກ ຕ້ອງນໍາພາມະຫາຊົນສ້າງຂະບວນການຕ່າງໆ ໂດຍມອບວຽກໃຫ້ມະຫາຊົນ ເພື່ອທົດສອບ, ສ້າງໂອກາດໃຫ້ມະຫາ ຊົນ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ໂດຍຜ່ານຂະບວນການວຽກງານຕົວຈິງນັ້ນ ຕ້ອງຊອກໃຫ້ໄດ້ມະຫາຊົນຜູ້ດີເດັ່ນ, ຫ້າວຫັນນໍາໜ້າໃນການປະຕິບັດໜ້າທີ່ວຽກງານ, ເປັນແບບຢ່າງທີ່ດີເພື່ອສ້າງເປັນເປົ້າໝາຍຂະຫຍາຍເຂົ້າພັກ.
    ການຂະຫຍາຍເຂົ້າພັກ ໃນໄລຍະໃໝ່ ຕ້ອງເຮັດຢ່າງຕັ້ງໜ້າ, ຮອບຄອບ ແລະ ລະມັດລະວັງທີ່ສຸດ. ການຂະຫຍາຍພັກ ຕ້ອງມີຈຸດສຸມ, ມີທິດເລັ່ງໃຫ້ຈະແຈ້ງຖືກກັບແນວທາງຂອງພັກ. ການຕົກລົງເປົ້າໝາຍເພື່ອຂະຫຍາຍເຂົ້າພັກ ແລະ ພິຈາລະນາຮັບເອົາມະຫາຊົນກ້າວໜ້າເຂົ້າພັກ ຕ້ອງມີການຄົ້ນຄ້ວາປຶກ ສາຫາລືຕົກລົງເປັນໝູ່ຄະນະ ແລະ ກ່ອນພິຈາລະນາ ຕ້ອງໃຫ້ມະຫາຊົນມີຄໍາເຫັນ, ເປົ້າໝາຍທີ່ເຫັນວ່າ ຍັງບໍ່ຈະແຈ້ງ ຕ້ອງຊອກຮູ້, ກຳໄດ້ໃຫ້ເລິກເຊິ່ງ, ບໍ່ຄວນຟ້າວຟັ່ງ ເພື່ອຮັບປະກັນບໍ່ໃຫ້ຄົນບໍ່ດີເລັດລອດເຂົ້າມາຢູ່ໃນການຈັດຕັ້ງພັກ.
    4. ການຂະຫຍາຍພັກ ຕ້ອງເລັ່ງໃສ່ບັນດາກົມກອງຮາກຖານ ທີ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ ເພື່ອເພີ່ມກຳລັງແຮງສູ້ຮົບຂອງພັກ ແລະ ບັນດາກອງຮ້ອຍທີ່ບໍ່ທັນມີໜ່ວຍພັກ, ກອງພັນນ້ອຍທີ່ບໍ່ທັນມີຄະນະພັກຮາກຖານ, ສູ້ຊົນໃຫ້ໝູ່ມີສະມາຊິກພັກນໍາພາ, ໝວດ ມີຈຸພັກນໍາພາ, ກອງຮ້ອຍມີໜ່ວຍພັກນໍາພາ, ກອງພັນນ້ອຍ ມີຄະນະພັກຮາກຖານນໍາພາ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງປ້ອງກັນປະເທດ. 
    5. ການຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ຄວນຈັດຕັ້ງຮຽນແບບເປີດກວ້າງ ໂດຍໃຫ້ມະຫາຊົນ ຜູ້ທີ່ມີເງື່ອນໄຂຢູ່ໃນກົມກອງເຂົ້າມາຮ່ວມຮຽນສະໜັບສະໜູນ ເພື່ອເປັນການສຶກສາອົບຮົມມະຫາຊົນ, ໃຫ້ເຂົາເຈົ້າຮຽນຮູ້ກ່ຽວກັບພັກ ແລະ ຮູ້ວິທີຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນມະຫາຊົນຜູ້ທີ່ດີເດັ່ນ ແລະ ມີເງື່ອນໄຂຂະຫຍາຍເຂົ້າພັກ, ຕ້ອງຕ້ານແນວຄິດຈຸ້ມເຈື້ອເຊື້ອສາຍ.

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ