ຍທຂ ເອົາໃຈໃສ່ສົ່ງເສີມວຽກງານຂົນສົ່ງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ຍທຂ ເອົາໃຈໃສ່ສົ່ງເສີມວຽກງານຂົນສົ່ງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ
ໂດຍ: ວັນເພັງ
ປີ 2023 ຜ່ານມາ,ວຽກງານຂົນສົ່ງ ເປັນໜຶ່ງວຽກງານສຳຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເອົາໃຈໃສ່ສົ່ງເສີມວຽກງານດັ່ງກ່າວໃຫ້ມີການເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງຕາມຄາດໝາຍທີ່ວາງໄວ້.ໃນຂະນະທີ່, ວຽກງານການສ້ອມແປງ, ຍົກລະດັບແລະກໍ່ສ້າງໂຄງລ່າງພື້ນຖານມີຜົນສຳເລັດເປັນຢ່າງດີ.
ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023, ສະຫຼຸບກາງສະໄໝການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະທ້າຍສະໄໝຮອດປີ 2025 ຂອງກະຊວງຍທຂຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕໍ່ກອງປະຊຸມວຽກງານ ຍທຂທົ່ວປະເທດປະຈຳປີ 2023 ເມື່ອບໍ່ດົນມານີ້ໂດຍຫຍໍ້ວ່າ:ວຽກງານການຂົນສົ່ງ ເປັນປັດໄຈໜຶ່ງທີ່ປະກອບສ່ວນໃນການເຕີບໂຕທາງດ້ານເສດຖະກິດໂດຍສະເພາະການຂົນສົ່ງສິນຄ້າ ແລະ ໂດຍສານພາຍໃນ ແລະ ຂ້າມແດນ ຊຶ່ງຄາດໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຮັດໃຫ້ການຂົນສົ່ງທາງບົກຂະຫຍາຍຕົວ 7% ຕໍ່ປີ, ທາງນໍ້າຂະຫຍາຍຕົວ 5% ຕໍ່ປີ, ທາງອາກາດຂະຫຍາຍຕົວ 12% ຕໍ່ປີ ແລະ ທາງລົດໄຟຂະຫຍາຍຕົວ 7% ຕໍ່ປີ.ເພື່ອເປັນການສົ່ງເສີມວຽກງານການຂົນສົ່ງໃຫ້ມີການຂະຫຍາຍຕົວຕາມຄາດໝາຍທີ່ວາງໄວ້. ກະຊວງ ຍທຂ ໄດ້ເອົາໃຈໃສ່ໃນການສ້ອມແປງ, ຍົກລະດັບ ແລະ ກໍ່ສ້າງໂຄງລ່າງພື້ນຖານເພື່ອເຊື່ອມໂຍງ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ. ຄຽງຄູ່ກັນນັ້ນ,ກໍໄດ້ເອົາໃຈໃສ່ໃນການສ້າງ-ປັບປຸງກົດໝາຍ, ນິຕິກໍາແລະ ລະບຽບການເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານຂົນສົ່ງ. ອັນພົ້ນເດັ່ນການເພີ່ມຂຶ້ນຢ່າງກ້າວກະໂດດຂອງການຂົນສົ່ງທາງລົດໄຟລາວ-ຈີນ ພາຍຫຼັງທີ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຂົນສົ່ງສິນຄ້າເພີ່ມຂຶ້ນຈາກ 0,4 ພັນໂຕນ (ປີ 2020) ມາເປັນ 2.722 ພັນໂຕນ (ປີ 2023) ແລະ ຂົນສົ່ງໂດຍສານແຕ່ເລີ່ມເປີດບໍລິການທາງລົດໄຟລາວ-ຈີນຮອດທ້າຍປີ 2023 ມີຜູ້ຊົມໃຊ້ແລ້ວ 4.032 ລ້ານເທື່ອຄົນ; ຂົນສົ່ງທາງບົກສະເລ່ຍເພີ່ມຂຶ້ນ 6,42% ຕໍ່ປີ (ຍັງບໍ່ໄດ້ 7%), ຂົນສົ່ງທາງນໍ້າສະເລ່ຍເພີ່ມຂຶ້ນ 18,22% ຕໍ່ປີ (ກາຍ 5%) ແລະ ຂົນສົ່ງທາງອາກາດສະເລ່ຍເພີ່ມຂຶ້ນ 10,49% ຕໍ່ປີ (ຍັງບໍ່ໄດ້ 12%). ໃນນັ້ນ, ວຽກງານທີ່ພົ້ນເດັ່ນໃນປີ 2023 ເປັນຕົ້ນໄດ້ສໍາເລັດການຍົກລະດັບເສັ້ນທາງເລກທີ 13 ເໜືອນະຄອນຫຼວງວຽງຈັນສີເກີດ-ໂພນໂຮງ ແລະ ທາງເລກທີ 11ໄລຍະແຕ່ສົ້ນຂົວນໍ້າສັງ-ບ້ານໂນນສະຫວັນ-ບ້ານຄົກເຂົ້າດໍ; ສຸມໃສ່ຈັດຕັ້ງປະຕິບັດການກໍ່ສ້າງຂົວຂ້າມນໍ້າຂອງ 2 ແຫ່ງຄື: ຂົວຂ້າມນໍ້າຂອງລາວ-ໄທແຫ່ງທີ V (ປາກຊັນ-ບຶງການ) ປະຕິບັດໄດ້ 88,07% (ເດືອນກຸມພາ 2024) ແລະ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື້ນ-ຫ້ວຍແກ້ວ ແຂວງບໍ່ແກ້ວປະຕິບັດໄດ້ 88,39% (ເດືອນກຸມພາ 2024) ລວມທັງວຽກບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນມີຄວາມຄືບໜ້າສົມຄວນ.
    ທ່ານລັນແສງອາພອນລາຍງານໃຫ້ຮູ້ຕື່ມອີກວ່າ: ສຳລັບແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025 ຈະສືບຕໍ່ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍສະເພາະການບໍລິການຂົນສົ່ງສິນຄ້າໂດຍສານໃຫ້ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ຄື: ການຂົນສົ່ງທາງບົກຂະຫຍາຍຕົວ 7% ຕໍ່ປີ, ທາງນໍ້າຂະຫຍາຍຕົວ 5% ຕໍ່ປີ, ທາງອາກາດຂະຫຍາຍຕົວ 12% ຕໍ່ປີ ແລະ ທາງລົດໄຟຂະຫຍາຍຕົວ 7% ຕໍ່ປີ; ສືບຕໍ່ສ້າງໂຄງລ່າງ-ພື້ນຖານໃຫ້ມີຄວາມເຂັ້ມແຂງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເປັນຕົ້ນກໍ່ສ້າງ-ຍົກລະດັບ-ຟື້ນຟູ ແລະ ບູລະນະສ້ອມແປງໂຄງລ່າງພື້ນຖານຄົມມະນາຄົມຂົນສົ່ງທາງບົກ ທີ່ເປັນຕາໜ່າງນອນໃນບັນດາແລວເສດຖະກິດ
ຕາມມາດຕະຖານຂອງ ASEAN ໃຫ້ໄດ້ 1.700ກິໂລແມັດ (ກມ) ໂດຍການສູ້ຊົນຈັດຕັ້ງປະຕິບັດບັນດາໂຄງການ ທາງເລກທີ 13 ໃຕ້ ແຕ່ ກມ 71- ກມ 346, ທາງເລກ 13ເໜືອ (ສີໄຄ-ສີເກີດ), ຂົວຂ້າມນໍ້າລາວ-ໄທແຫ່ງທີ V (ປາກຊັນ-ບຶງການ) ແລະ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື້ນ-ຫ້ວຍແກ້ວໃຫ້ສໍາເລັດຕາມແຜນທີ່ວາງໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ