ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສຸມໃສ່ໃນການພັດທະນາບັນດາພື້ນຖານໂຄງລ່າງມີຫຼາຍໜ້າວຽກທີ່ພົ້ນເດັ່ນ.

ຍທຂ ໄດ້ສຸມໃສ່ການພັດທະນາບັນດາພື້ນຖານໂຄງລ່າງມີຫຼາຍໜ້າວຽກທີ່ພົ້ນເດັ່ນ

ຍທຂ ໄດ້ສຸມໃສ່ການພັດທະນາບັນດາພື້ນຖານໂຄງລ່າງມີຫຼາຍໜ້າວຽກທີ່ພົ້ນເດັ່ນ
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສຸມໃສ່ໃນການພັດທະນາບັນດາພື້ນຖານໂຄງລ່າງມີຫຼາຍໜ້າວຽກທີ່ພົ້ນເດັ່ນ. ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ໄດ້ຊີ້ແຈງຕໍ່ການຊັກຖາມ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບແຜນພັດທະນາໂຄງລ່າງພື້ນຖານທີ່ເປັນແລວທາງເສດຖະກິດເພື່ອເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຮອງຮັບໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນ, ການທ່ອງທ່ຽວ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,

ທ່ານ ງາມປະສົງ ເມືອງມະນີ ຊີ້ແຈງວ່າ: ໂດຍປະຕິບັດຕາມນະໂຍບາຍຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດບໍລິການດ້ານການຂົນສົ່ງຂອງພາກພື້ນ ແລະ ສາກົນ; ກະຊວງ ຍທຂ ໄດ້ສຸມໃສ່ການພັດທະນາບັນດາພື້ນຖານໂຄງລ່າງອັນພົ້ນເດັ່ນເປັນຕົ້ນ ເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການ ຕັ້ງແຕ່ເດືອນທັນວາ ປີ 2021 ຜ່ານມາ. ໜຶ່ງໃນຈຸດສຸມບຸລິມະສິດແຜນພັດທະນາຂອງກະຊວງ ຍທຂ ແມ່ນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ໃຫ້ເປັນການຂົນສົ່ງຫຼາຍຮູບແບບເຊື່ອມໂຍງກັບພາກພື້ນ, ເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດພາຍໃນປະເທດ ເພື່ອໃຫ້ສາມາດນໍາໃຊ້ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ໃຫ້ມີປະສິດທິຜົນ ໂດຍສະເພາະແມ່ນການຂົນສົ່ງສິນຄ້າພາຍໃນ ແລະ ສິນຄ້າຜ່ານແດນ ຊຶ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງດັ່ງນີ້: ພັດທະນາຕາໜ່າງທາງບົກ: ສຸມໃສ່ຍົກລະດັບ ແລະ ປັບປຸງ ບັນດາເສັ້ນທາງຫຼວງແຫຼ່ງຊາດ 8 ເສັ້ນ ທີ່ເປັນທາງຫຼວງອາຊຽນໃຫ້ໄດ້ມາດຕະຖານຊັ້ນ 3 ຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ. ປັດຈຸບັນກໍາລັງ ຈັດຕັ້ງປະຕິບັດການຈັດຊື້ ຈັດຈ້າງ ແລະ ກໍາລັງກໍ່ສ້າງທາງເລກ 13 ເໜືອ (AH12), ທາງເລກ 13 ໃຕ້ (AH11), ທາງ 2E ແລະ 2W (AH13), ທາງເລກ 12 (AH131), ກໍ່ສ້າງຂົວໃໝ່ ຢູ່ທາງເລກ 8 ແລະ ທາງເລກ 20, ກໍ່ສ້າງຂົວຂ້າມນໍ້າຂອງລາວ-ໄທ ແຫ່ງທີ 5. ສໍາລັບເສັ້ນທາງອື່ນໆ ພວມຂົນຂວາຍທຶນເພື່ອມາຈັດຕັ້ງປະຕິບັດ. ນອກນັ້ນ, ຍັງສືບຕໍ່ຊຸກຍູ້ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສຶກສາຄວາມເປັນໄປໄດ້ທາງດ່ວນ; ພັດທະນາຕາໜ່າງທາງລົດໄຟ ໄປຄຽງຄູ່ກັບການສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ການໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ. ຄຽງຄູ່ກັນນັ້ນ, ຍັງໄດ້ສຸມໃສ່ການພັດທະນາເສັ້ນທາງລົດໄຟລາວ-ໄທນະຄອນຫຼວງວຽງຈັນ ສະຖານີຄໍາສະຫວາດ-ໜອງຄາຍ ຊຶ່ງມີແຜນຈະເປີດໃຫ້ບໍລິການລົດຂົນສົ່ງໂດຍສານນະຄອນຫຼວງວຽງຈັນ-ກຸງເທບ (ປະເທດໄທ) ໃນທ້າຍເດືອນກໍລະກົດ ຫຼື ຕົ້ນເດືອນສິງຫາ 2024 ນີ້. ພ້ອມດຽວກັນນັ້ນ, ກໍໄດ້ວາງແຜນຂະຫຍາຍຕາໜ່າງທາງລົດໄຟເພີ່ມຕື່ມໂດຍກໍາລັງສຸມໃສ່ສຶກສາຄວາມເປັນໄປໄດ້ຄື: ເສັ້ນທາງລົດໄຟແຕ່ນະຄອນຫຼວງວຽງຈັນ - ທ່າແຂກ - ມຸຢາ ສສ ຫວຽດນາມ ແລະ ເສັ້ນທາງລົດໄຟແຕ່ສະຫວັນນະເຂດ-ລາວບາວ ແລະ ກຳລັງຂົນຂວາຍແຫຼ່ງທຶນ ມາສຶກສາຄວາມເປັນໄປໄດ້ ເສັ້ນທາງລົດໄຟລາວ-ກຳປູເຈຍ. ພ້ອມນັ້ນ, ໄດ້ພັດທະນາທ່າບົກ ຊຶ່ງປັດຈຸບັນ ມີ 3 ແຫ່ງ ທີ່ກຳລັງໃຫ້ການບໍລິການ ແລະ ກຳລັງດຳເນີນການສ້າງຕັ້ງທ່າບົກນາເຕີຍ ຢູ່ແຂວງຫຼວງນໍ້າທາ ແລະ ກຳລັງຮັບຮອງບົດ ມາສຶກສາຄວາມເປັນໄປໄດ້ທ່າບົກ ຢູ່ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ; ພັດທະນາການຂົນສົ່ງທາງນໍ້າ: ປັດຈຸບັນ ກະຊວງ ຍທຂ ໄດ້ສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ໃນການດໍາເນີນການໂອນຫຸ້ນທ່າເຮືອ ວຸ້ງອ່າງ ໃຫ້ຝ່າຍລາວຖືຫຸ້ນ 60% ເພື່ອຈະເຂົ້າໄປພັດທະນາ ແລະ ໃຫ້ບໍລິການທ່າເຮືອແຫ່ງທໍາອິດຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍາລັງສຸມໃສ່ພັດທະນາລະບົບການຂົນສົ່ງທາງນໍ້າຢູ່ທາງພາກເໜືອ ໂດຍມີແຜນຈະພັດທະນາທ່າເຮືອ 3 ແຫ່ງຕາມແມ່ນໍ້າຂອງຕອນເໜືອ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານການຂົນສົ່ງທາງນໍ້າລະຫວ່າງລາວ-ໄທ-ມຽນມ້າ-ຈີນ ຄື: ທ່າເຮືອຊຽງກົກ (ແຂວງຫຼວງນໍ້າທາ) ກໍາລັງສຶກສາຄວາມເປັນໄປໄດ້, ທ່າເຮືອປາກແບ່ງ (ແຂວງອຸດົມໄຊ) ແລະ ທ່າເຮືອຄົກຈອງ (ແຂວງຫຼວງພະບາງ) ກໍາລັງຂົນຂວາຍແຫຼ່ງທຶນ ແລະ ໄດ້ພັດທະນາວຽກງານການບິນ ເພາະວ່າການບິນເປັນໜຶ່ງຂະແໜງການທີ່ມີຄວາມສໍາຄັນໃນການຫັນປະເທດເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ. ກະຊວງ ຍທຂ ໄດ້ເອົາໃຈໃສ່ໃນການພັດທະນາຂະແໜງການການບິນ ໂດຍສຸມໃສ່ພັດທະນາ ແລະ ຍົກລະດັບສະໜາມບິນສາກົນທີ່ມີຢູ່, ໄດ້ເປີດນໍາໃຊ້ສະໜາມບິນບໍ່ແກ້ວ ແລະ ສໍາເລັດການສຶກສາຄວາມເປັນໄປໄດ້ໃນການຂະຫຍາຍສະໜາມສາກົນບິນວັດໄຕ.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ ພິມເມືອງ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ