ຍທຂ ຊີ້ແຈງບັນຫາຈຸດຄຽ່ນຖ່າຍສິນຄ້າລະຫວ່າງທາງລົດໄຟລາວ-ໄທ ສູ່ທາງລົດໄຟລາວ-ຈີນ

ຍທຂ ຊີ້ແຈງບັນຫາຈຸດຄຽ່ນຖ່າຍສິນຄ້າລະຫວ່າງທາງລົດໄຟລາວ-ໄທ ສູ່ທາງລົດໄຟລາວ-ຈີນ

ຍທຂ ຊີ້ແຈງບັນຫາຈຸດຄຽ່ນຖ່າຍສິນຄ້າລະຫວ່າງທາງລົດໄຟລາວ-ໄທ ສູ່ທາງລົດໄຟລາວ-ຈີນ
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາງທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງກ່ຽວກັບ ການແກ້ໂຂບັນຫາຈຸດຄຽ່ນຖ່າຍສິນຄ້າລະຫວ່າງທາງລົດໄຟລາວ-ໄທ, ສູ່ທາງລົດໄຟລາວ-ຈີນ ຢູ່ດ່ານສິນຄ້າທ່າບົກທ່ານາແລ້ງໃນກອງປະຊຸມສະໄໝສາມັນເທຶອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ຊາດ.

ທ່ານ ງາມປະສົງ ເມືອງມະນີໄດ້ກ່າວວ່າ:ພາລະບົດບາດການຂົນສົົ່ງທາງລົດໄຟ ແລະ ທ່າບົກນັ້ນ, ສອງການບໍລິການນີ້ແມ່ນແຍກກັນຈະແຈ້ງແລ້ວ. ການບໍລິການທາງລົດໄຟແມ່ນພາຍໃຕ້ກົດໝາຍ ວ່າດ້ວຍທາງລົດໄຟ ສະບັບເລກທີ່62/ສພຊ, ລົງວັນທ 17 ທັນວາ 2018 ແລະ ທ່າບົກນຳໃຊ້ດຳລັດ 298/ລບ ທຸກຝ່າຍ ຕ້ອງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ທີ່ລະບຸໃນນິຕິກຳນີ້ຢ່າງເຂັ້ມງວດ. ເສັ້ນທາງລົດໄຟລາວ-ຈີນ ເຊືີ່ອມໃສ່ເສັ້ນທາງລົດໄຟລາວ-ໄທ ເປັນເສັ້ນທາງລົດໄຟແຫ່ງຊາດ ຊຶ່ງມີເຂດສະຫງວນ ແລະ ການຄຸ້ມຄອງລະບຸໃນກົດໝາຍວ່າດ້ວຍການລົດໄຟ ສະບັບເລກທ 62/ສພຊ ຊັດເຈນແລ້ວ, ເປັນການຂົນສົົ່ງຕາມທາງລົດໄຟທີ່ຜູ້ປະກອບການຕ້ອງມີທະບຽນທຸລະກິດຂະແໜງການນີ້. ສ່ວນກິດຈະການບໍລິການທ່າບົກ ກໍລະບຸໃນດຳລັດ 298/ລບ ຊຶ່ງບໍໍ່ມີກິດຈະກກຳທີ່ຂັດຕໍໍ່ການຂົນສົົ່ງ ທາງລົດໄຟເລີຍ. ສາເຫດທີ່ພາໃຫ້ທ່າບົກເຂົ້າໃຈວ່າທາງລົດໄຟ ທຸກເສັ້ນຈະຕ້ອງມາເຊືີ່ອມຕໍໍ່ໃສ່ທ່າບົກຂອງຕົນເອງຄືກັບບົດສຶກສາຄວາມເປັນໄປໄດ້ເບື້ອງຕົົ້ນ (FS) ນັ້ນ ເປັນຄວາມເຂົ້າໃຈທີ່ຜິດ ແລະ ມີລັກສະນະຜູກຂາດ. ພ້ອມນັ້ນ, ໃນສັນຍາສຳປະທານແມ່ນບໍໍ່ໄດ້ລະບຸໃຫ້ຜູກຂາດທາງລົດໄຟແຕ່ຢ່າງໃດ ມີແຕ່ລະບຸສາມາດຄ່ຽນຖ່າຍສິນຄ້າຈາກທາງລົດໄຟ ຢູ່ CY ໄດ້. ນອກນັ້ນ ຍັງມີບັນຫາທັບຊ້ອນກັບທີ່ດິນຂອງລັດ ແລະ ໃຊ້ຊັບສິນຂອງລັດ ທີ່ລັດຖະບານກຳລັງແກ້ໄຂຢູ່. ສຳລັບການບໍລິການຄ່ຽນຖ່າຍຈາກລາງສູ່ລາງ ຍ້ອນຄວາມກວ້າງຂອງລາງບໍໍ່ເທົ່າກັນນັ້ນ, ລັດຖະບານໄດ້ມອບໃຫ້ລັດວິສາຫະກິດ ລົດໄຟແຫ່ງຊາດລາວ (ລລຟລ) ເປັນຜູ້ຈັດຕັ້ງປະຕິບັດຕາມແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບ ເລກທີ່435, 484, 1378 ແລະ ອືີ່ນໆ ຊຶ່ງ ລລຟລ ກໍມີສິດໄດ້ຮັບຄ່າບໍລິການທີ່ຕົນເປັນຜູ້ປະຕິບັດ.

ທ່ານຍັງໄດ້ກ່າວວ່: ສຳລັບວິທີແກ້ໄຂຂໍ້ຂັດແຍ່ງນັ້ນແມ່ນໄດ້ແຍກການບໍລິການທັງ 2 ອັນອອກຈາກກັນ. ຖ້າທ່າບົກມີຄວາມສົນໃຈໃຊ້ບໍລິການຂົນສົົ່ງທາງລົດໄຟ ກໍຕ້ອງມີສັນຍາກັບຜູ້ບໍລິການທາງລົດໄຟ. ປັດຈຸບັນທ່າບົກ ບໍໍ່ໄດ້ມີລົດໄຟຂົນສົົ່ງຂອງຕົນເອງ ຕ້ອງໄດ້ໃຊ້ບໍລິການຂອງລົດໄຟລາວ-ຈີນ ແລະ ລົດໄຟລາວ-ໄທ ຊຶ່ງ ລລຟລ ເປັນຜູ້ຕາງໜ້າຢູ່ 2 ບໍລິສັດນີ້; ທຸລະກິດທາງລົດໄຟ ກໍມີສະຖານລົດໄຟລາວ-ຈີນ, ລາວ-ໄທ, ດ່ານສາກົນ ທ່ານາແລ້ງກໍໄດ້ແບ່ງເປັນ 4 ຈຸ ແລ້ວແຕ່ໄປລວມສູນຢູ່ຂົວມິດຕະພາບ 1, ດັ່ງນັ້ນ ບໍລິສັດລົດໄຟ ບໍລິການອັນໃດ ກໍເກັບຄ່າບໍລິການອັນນັ້ນ ເຊັ່ນດຽວກັນກັບທ່າບົກ ບໍລິການຕາມກິດຈະກຳ 298 ເກັບຄ່າຕາມການບໍລິການນັ້ນ.

ສືບຕໍໍ່ກວດກາຄືນຊັບສິນຂອງລັດ ຢູ່ທ່າບົກວ່າອັນໃດເປັນຂອງທ່າບົກອັນໃດເປັນຂອງທາງລົດໄຟ ແລະ ແບ່ງປັນຕາມຂອບເຂດການບໍລິການ (ກະຊວງການເງິນ ໄດ້ແຕ່ງຕັ້ງຄະນະກຳມະການກວດກາ ຄືນຊັບສິນ ຂອງລັດວິສາຫະກິດລົດໄຟແຫ່ງຊາດລາວ ທີ່ໄດ້ມາພາຍໃຕ້ໂຄງການເງິນກູ້ຢືນ ODA ຈາກ NEDA ເພືີ່ອເອກະພາບໃນການຄຸ້ມຄອງ ແລະ ການນຳໃຊ້ຕົວຈິງໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົົ່ງ, ຕາມຂໍໍ້ຕົກລົງສະບັບເລກ ທີ່2460/ກງ, ລົງວັນທ 05 ກໍລະກົດ 2024 ).

ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນສັນຍາສຳປະທານ ຖ້າເຫັນວ່າຄັດກັບກົດໝາຍ ກໍໍສະເໜີດັດແກ້ສັນຍາສຳປະທານ;ໃນຕໍໍ່ໜ້າການພັດທະນາທ່າບົກ ນັກທຸລະກິດກໍຕ້ອງເບິ່ງທຸກກົດໝາຍ, ສິດ ແລະ ໜ້າທີ່ຂອງ ທ່າບົກ ແລະ ຕ້ອງສຶກສາ FS ໃຫ້ຖືກຕ້ອງຕາມລະບຽບການ ເພືີ່ອຈະເຫັນພາບວ່າສາມາດລົງທຶນແລະ ສ້າງກຳໄລຈາກກິດຈະກຳນີ້ຕາມກົດໝາຍໄດ້ແທ້ຫຼືບໍໍ່.

ຄໍາເຫັນ

ຂ່າວການເມືອງ

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ່ 24 ກໍລະກົດນີ້ ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍເປັນປະທານຂອງ ທ່ານ ສີງຕັນ ໄຊລືຊົງ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ມີແຂກຖືກເຊີນ ແລະ ພາກສ່່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ IX ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 22 ກໍລະກົດ ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ວັນທີ່ 21ກໍລະກົດນີ້, ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ຄະນະປະຈໍາ ເລຂາທິການ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ການກະກຽມຄາວມພ້ອມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານແຂວງ, ຊຶ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ອາທິດຜ່ານມານີ້ ທີ່ສະໂມສອນໃຫຍ່ນະຄອນ ຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ V ຂຶ້ນ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ອ່ອນສີ ຈ່າເພຍວ່າ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ປະທານແນວລາວສ້າງຊາດຂັ້ນບ້ານໃນທົ່ວນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ເພີ່ມເຕີມ