ອົງການ ສປຊ ປະຈໍາລາວ ຈັດພິທີສະຫຼອງວັນສ້າງຕັ້ງອົງການ ຄົບຮອບ 78 ປີ

ອົງການ ສປຊ ປະຈໍາລາວ ຈັດພິທີສະຫຼອງວັນສ້າງຕັ້ງອົງການ ຄົບຮອບ 78 ປີ
ຫ້ອງການປະສານງານ ອົງການສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 78 ປີ (24/10/1945-24/10/2023) ໃນວັນທີ 24 ຕຸລາ ຜ່ານມາ, ທີ່ນະຄອນຫຼວງວຽງຈັນ ໂດຍການກ່າວເປີດພິທີຂອງ ທ່ານ ບາໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. 
ເຂົ້າຮ່ວມໃນພິທີດັ່ງກ່າວ, ມີ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຮອງລັດຖະມັນຕີ ກະຊວງກ່ຽວຂ້ອງ ແລະ ບັນດາທ່ານທູດ, ຕາງໜ້າຄະນະທູດບັນດາປະເທດ, ອົງການຈັດຕັ້ງກ່ຽວຂ້ອງ.
    ທ່ານ ບາໂຄເດັຍ ເບີຄະນ໋ອຟ ກ່າວວ່າ: ເລຂາທິການໃຫຍ່ ອົງການ ສປຊ ເຄີຍກວ່າວ່າ: ຄຸນຄ່າ ແລະ ຄວາມມຸ່ງໝັ້ນ ທີ່ສ້າງຕັ້ງອົງການ ສປຊ ແມ່ນເປັນນິລັນ, ແຕ່ໂລກໃບນີ້ມີການປ່ຽນແປງຢູ່ຕະຫຼອດເວລາ - ສັນຕິພາບ ແລະ ການພັດທະນາແບບຍືນຍົງ ແມ່ນຢູ່ພາຍໃຕ້ຄວາມສ່ຽງ - ສົ່ງຜົນເຮັດໃຫ້ເຮົາມີການປັບຕົວ ແລະ ຊອກຫານະວັດຕະກຳ ໃນການແກ້ໄຂຂໍ້ຫຍຸ້ງຢາກຢ່າງບໍ່ຢຸດຢັ້ງ”. ພ້ອມນີ້, ທ່ານ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໃຫ້ຮູ້ອີກວ່າ: ເປັນທີ່ແນ່ນອນວ່າ ນັບແຕ່ໄລຍະກາງປີນີ້ ຫາ ປີ 2030 ພວກເຮົາ ຍັງຫ່າງໄກຫຼາຍຈາກເປົ້າໝາຍທີ່ພວກເຮົາໄດ້ວາງໄວ້. ໃນທົ່ວໂລກ, ພຽງແຕ່ 15% ຂອງເປົ້າໝາຍການພັດທະນາແບບຍືນຍົງ (SDG) ເທົ່ານັ້ນ ທີ່ໄດ້ບັນລຸຕາມເປົ້າໝາຍ. ແຕ່ຫຼາຍໆເປົ້າໝາຍ ກຳລັງຈະປ່ຽນໄປໃນທາງກົງກັນຂ້າມ. ບາງເປົ້າໝາຍກໍຊ້າເກີນໄປ ທີ່ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ມີຄວາມແຕກຕ່າງຈາກເກົ່າ ໃຫ້ມີສະພາບດີຂຶ້ນເຊັ່ນ: ຄວາມໝັ້ນຄົງທາງດ້ານອາຫານ, ການຈັດການກັບສະພາບອາກາດ ແລະ ການປົກປ້ອງຄວາມຫຼາກຫຼາຍທາງຊີວະພາບ ແມ່ນນັບມື້ຖອຍຫຼັງ;  ພະຍາດລະບາດ, ການເພີ່ມຂຶ້ນຂອງຄ່າຄອງຊີບ, ຄວາມຂັດແຍ່ງ ແລະ ໄພພິບັດ ໄດ້ເຮັດໃຫ້ຄວາມຄືບໜ້າດ້ານການພັດທະນາ ຊ້າລົງຢ່າງຫຼວງຫຼາຍ.
    ທ່ານ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ຍັງຍໍ້າວ່າ: ພວກເຮົາຕ້ອງຮີບຮ້ອນອອກຈາກວົງຈອນບັນຫານີ້ ແລະ ພວກເຮົາ ຍັງມີຫວັງ ທີ່ກໍາລັງເຂົ້າໃກ້ມາດຖານສາກົນ, ທັກສະການໃຫ້ກຳເນີດ, ການເຂົ້າເຖິງລະບົບເຄືອຂ່າຍມືຖື ແລະ ການເພີ່ມຂຶ້ນ ໃນການນຳໃຊ້ລະບົບອິນເຕີເນັດ. ຂະນະທີ່, ບົດລາຍງານການພັດທະນາແບບຍືືນຍົງສາກົນ ສະບັບປີ 2023 ໄດ້ລະບຸໄວ້ວ່າ: ໃຫ້ສຳເລັດທຸກເປົ້າໝາຍພາຍໃນໄລຍະ 7 ປີ ທີ່ຍັງເຫຼືອ ແມ່ນເປັນການຍາກ, ແຕ່ທຸກໆຄວາມຄືບໜ້າ ລ້ວນແຕ່ມີຄວາມສຳຄັນຫຼາຍ ແລະ ບັນຫານີ້ຕ້ອງບັນລຸໃນລະດັບສາກົນ, ບໍ່ປະຖິ້ມປະເທດໃດ, ສັງຄົມໃດ ຫຼື ບຸກຄົນໃດ ໄວ້ຂ້າງຫຼັງ.
    ສຳລັບ ສປປ ລາວ ບັນດາຂໍ້ຫຍຸ້ງຍາກ ບໍ່ໄດ້ເຮັດໃຫ້ເຮົາຫວາດຫວັ່ນ ເຊັ່ນດຽວກັນກັບທີ່ອື່ນໆ ໃນໂລກໃບນີ້, ຂໍ້ຫຍຸ້ງຍາກສ້າງໂອກາດໃໝ່ໆ ແລະ ໂອກາດນັ້ນກໍເສີິມສ້າງຈຸດຍືນ, ຄວາມໝັ້ນຄົງ ທີ່ພວກເຮົາໃຊ້ຮ່ວມກັນ. ທຸກໆທ່ານທີ່ຢູ່ໃນງານນີ້ ກໍໄດ້ແບ່ງປັນຄວາມໝັ້ນຄົງ ຕໍ່ປະເທດລາວ, ລວມທັງຄວາມສະເໝີພາບ ແລະ ການພັດທະນາແບບຍືນຍົງ ດ້ວຍການປະສານງານຮ່ວມກັນຢ່າງມີປະສິດທິພາບ ຫຼາຍກວ່າທີ່ໄດ້ເຮັດຜ່ານມາ, ພວກເຮົາຈະສາມາດນໍາໃຊ້ໂອກາດທີ່ຢູ່ຕໍ່ໜ້າຂອງພວກເຮົາ ໃຫ້ເກີດຜົນປະໂຫຍດສູງສຸດ.
    ໃນໂອກາດນີ້, ອົງການ ສປຊ ຍັງຮຽກຮ້ອງໃຫ້ທຸກຄົນຈົ່ງພ້ອມໃຈກັນ, ຕັ້ງໜ້າສ້າງສັນໂລກຂອງເຮົາ ໃຫ້ດີຂຶ້ນດັ່ງທີ່ພວກເຮົາຄາດຫວັງໃຫ້ສຳເລັດ; ຂໍໃຫ້ພວກເຮົາທຸກຄົນຕັ້ງຄວາມຫວັງຕໍ່ອະນາຄົດ ແລະ ພ້ອມຈັດຕັ້ງປະຕິບັດ ໃຫ້ສົມກັບອົງກອນຂອງພວກເຮົາ; ໂລກຂອງພວກເຮົາ ມີການແບ່ງແຍກ, ແຕ່ພວກເຮົາຕ້ອງເປັນຊົນຊາດທີ່ສາມັກຄີກັນ. 
(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: ສປຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ເພີ່ມເຕີມ