ອົງການໄອຍະການປະຊາຊົນ ສາມາດແກ້ໄຂຄະດີແພ່ງຂັ້ນຕົ້ນໄດ້ 3.514 ເລື່ອງ

ອົງການໄອຍະການປະຊາຊົນ ສາມາດແກ້ໄຂຄະດີແພ່ງຂັ້ນຕົ້ນໄດ້ 3.514 ເລື່ອງ
ໃນໄລຍະກາງສະໄໝ (2021-2023) ອົງການໄອຍະການປະຊາຊົນ ມີສຳນວນຄະດີແພ່ງຂັ້ນຕົ້ນ ຈຳນວນ 3.610 ເລື່ອງ, ໃນນັ້ນມີຄະດີຄ້າງມາ 46 ເລື່ອງ, ສາມາດແກ້ໄຂໄດ້ແລ້ວ ຈຳນວນ 3.514 ເລື່ອງ ພ້ອມນີ້, ກໍາລັງຄົ້ນຄວ້າ 96 ເລື່ອງ; ສຳລັບສຳນວນຄະດີແພ່ງຂັ້ນອຸທອນມີ 1.343 ເລື່ອງ, ໃນນັ້ນມີຄະດີຄ້າງມາ  28 ເລື່ອງ ໄດ້ແກ້ໄຂແລ້ວ 1.287 ເລື່ອງ ເເລະ ກໍາລັງຄົ້ນຄວ້າ ຈໍານວນ 56 ເລື່ອງ.  ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ພະຈິກ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. 
ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ວຽກງານຕິດຕາມການກວດກາ ການປະຕິບັດກົດໝາຍໃນການດຳເນີນຄະດີ ໃນໄລຍະກາງສະໄໝອົງການໄອຍະການປະຊາຊົນສູງສຸດ ມີສຳນວນຄະດີແພ່ງຂັ້ນລົບລ້າງ ຈຳນວນ 678 ເລື່ອງ, ໃນນັ້ນມີຄະດີຄ້າງມາ 23 ເລື່ອງ, ໄດ້ແກ້ໄຂແລ້ວ  634 ເລື່ອງ ແລະ ກຳລັງຄົ້ນຄວ້າ ຈຳນວນ 14 ເລື່ອງ. ສານພິພາກສາແລ້ວ ຈໍານວນ 441 ເລື່ອງ; ສ່ວນຄຳຮ້ອງຂໍຮື້ຟື້ນຄະດີແພ່ງ 491 ເລື່ອງ, ໃນນັ້ນມີຄຳຮ້ອງຄ້າງມາ 50 ເລື່ອງ, ໄດ້ແກ້ໄຂແລ້ວ 476 ເລື່ອງ ແລະ ກໍາລັງຄົ້ນຄວ້າ 15 ເລື່ອງ; ສຳລັບສຳນວນຄະດີແພ່ງຂັ້ນຮື້ຟື້ນມີ 244 ເລື່ອງ, ໄດ້ແກ້ໄຂແລ້ວ 201 ເລື່ອງ ແລະ ກໍາລັງຄົ້ນຄວ້າ 15 ເລື່ອງ ໂດຍລວມແລ້ວ ນັບແຕ່ປີ 2021 ຫາເດືອນມິຖຸນາ 2023 ເຫັນວ່າ ການດໍາເນີນຄະດີແພ່ງ ມີຄຸນນະພາບດີຂຶ້ນເປັນກ້າວໆ ເປັນຕົ້ນ ການເກັບໂຮມ, ກວດກາ, ຊັ່ງຊາ, ຕີລາຄາຫຼັກຖານ, ການໄຈ້ແຍກການກະທໍາຜິດ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການ ແລະ ສານປະຊາຊົນ ສ່ວນຫຼາຍແມ່ນຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ເຫດການຕົວຈິງທີ່ເກີດຂຶ້ນສະແດງອອກ ໃນສະຖິຕິການແກ້ໄຂຄະດີແຕ່ລະຂັ້ນ ສ່ວນຫຼາຍແມ່ນໄດ້ເກີນ 95% ແລະ ສານພິຈາລະນາເອົາຕາມຄຳຖະແຫຼງຂອງອົງການໄອຍະການປະຊາຊົນ ເກີນ 95% ຕາມຄາດໝາຍທີ່ໄດ້ວາງໄວ້, ສະຖິຕິຄະດີມີການຂໍອຸທອນພຽງແຕ່ 14,32%, ຂໍລົບລ້າງ 6,58% ແລະ ຄໍາຮ້ອງຂໍຮື້ຟື້ນຄະດີມີພຽງ 3,96% ຖ້າທຽບໃສ່ຄະດີທີ່ສານຂັ້ນຕົ້ນໄດ້ຕັດສິນແລ້ວ, ໃນຈຳນວນຄໍາຮ້ອງຂໍຮື້ຟື້ນດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ໄດ້ທວງສຳນວນຄະດີມາກວດກາຄືນໃໝ່ ແລະ ມີຄະດີທີ່ໄດ້ສະເໜີຮື້ຟື້ນ ຕໍ່ສານປະຊາຊົນສູງສຸດພຽງແຕ່ 0,76% ເທົ່ານັ້ນ.
     ນອກຈາກນີ້, ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາ ການນໍາໃຊ້ວິທີການສືບສວນ-ສອບສວນ ທີ່ອົງການສືບສວນ-ສອບສວນຢ່າງເຂັ້ມງວດ ຊຶ່ງນັບແຕ່ປີ 2021 ຫາເດືອນມິຖຸນາ 2023 ໄດ້ຕິດຕາມກວດກາການອອກ ແລະ ການປະຕິບັດຄໍາສັ່ງຕ່າງໆ ຂອງເຈົ້າໜ້າທີ່ອົງການສືບສວນ-ສອບສວນ ເຊັ່ນ: ຄຳສັ່ງເປີດການສືບສວນ-ສອບສວນ 1.636 ສະບັບ, ຄຳສັ່ງກວດຄົ້ນເຄຫາສະຖານ 2.247 ສະບັບ, ຄຳສັ່ງຢຶດ ແລະ ອາຍັດຊັບ 86 ສະບັບ, ຄໍາສັ່ງຈັບຕົວ 7.099 ສະບັບ, ຄຳສັ່ງກັກຂັງພາ 29.834 ສະບັບ, ຄຳສັ່ງຕໍ່ກຳນົດເວລາການກັກຂັງພາງ 24.099 ສະບັບ, ຄໍາສັ່ງປ່ອຍຕົວພາງ 1.929 ສະບັບ, ຄຳສັ່ງປ່ອຍຕົວກ່ອນກໍານົດ ໂດຍມີເງື່ອນໄຂ ຕາມຄຳຕັດສິນຂອງສານ 860 ສະບັບ ແລະ ຄຳແນະນຳ ກ່ຽວກັບການດໍາເນີນຄະດີອາຍາ 5.692 ສະບັບ ຊຶ່ງຜ່ານການຕິດຕາມກວດກາ ເຫັນວ່າບັນດາຄຳສັ່ງເຫຼົ້ານັ້ນ ໄດ້ຮັບການປະຕິບັດຖືກຕ້ອງຕາມກົດໝາຍ ນອກຈາກນັ້ນ, ຍັງໄດ້ຕິດຕາມການກວດກາອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທະຫານ, ພາສີ ແລະ ປ່າໄມ້ ດ້ວຍການເຂົ້າຮ່ວມປຶກສາຫາລື ບັນດາເຫດການລະເມີດກົດໝາຍທີ່ເກີດຂຶ້ນ, ອອກຂໍ້ກຳນົດ, ຂໍ້ແນະນໍາດ້ານວິຊາການຕ່າງໆ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ສາມາດປະຕິບັດເຂົ້າໃນວຽກງານຕົວຈິງ.
ຂ່າວ: ບຸນຕອມ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ