ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດໄດ້ຕາງໜ້າໃຫ້ຄະນະປະຈໍາ ສນຊ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ປະກອບຄຳເຫັນ ໂດຍສະເໜີໃຫ້ສະພາແຫ່ງຊາດເອົາໃຈໃສ່ຍົກສູງຄຸນນະພາບການຕິດຕາມ ກວດກາ ແລະ ແກ້ໄຂບາງບັນຫາຕ່າງໆ ດັ່ງນີ້: 1) ເອົາໃຈໃສ່ຕິດຕາມກວດກາແຕ່ຫົວທີ ໃນການລົງເລິກຕິດຕາມ ກວດກາ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໃຫ້ມີບາດກ້າວຫັນປ່ຽນໃໝ່ດີຂຶ້ນກ່ວາເກົ່າ ໂດຍໃຫ້ຮັດກຸມ-ແບບໂປ່ງໃສ ສາມາດກວດສອບໄດ້; 2) ການສ້າງ ແລະ ປັບປຸງກົດໝາຍແຕ່ລະຄັ້ງ ຕ້ອງໄດ້ມີການເປີດກວ້າງ, ການທາບທາມຄຳຄິດເຫັນ, ການປະເມີນ, ການມີສ່ວນຮ່ວມຂອງອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ,ບັນດາອົງການຈັດຕັ້ງມະຫາຊົນ ນັບທັງຂັ້ນສູນກາງ-ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າໃຫ້ແທດເຖິງທຸກເປົ້າໝາຍໃນສັງຄົມ. ພ້ອມກັນນັ້ນ, ການໂຄສະນາເຜີຍແຜ່ກົດໝາຍ ຕ້ອງລົງເລິກ ແລະ ເຂົ້າເຖິງປະຊາຊົນທຸກກຸ່ມເປົ້າໝາຍໃນສັງຄົມ; 3) ການຮັບຮອງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕ້ອງມີການຄົ້ນຄວ້າຢ່າງລະອຽດເລິກເຊິ່ງ, ຈະແຈ້ງ, ຊັດເຈນ ກ່ອນທີ່ຈະຮັບຮອງ, ຮັບຮອງແລ້ວສາມາດຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ເດັດຂາດ; 4) ຕິດຕາມກວດກາ ແລະ ຊຸກຍູ້ວຽກງານການສຶກສາຂອງພາກລັດ ແລະ ເອກະຊົນ, ການບໍລິການສາທາລະນະສຸກ, ບັນຫາແຮງງານ, ການອະນຸລັກວັດທະນະທຳອັນດີງາມຂອງຊາດ ແລະ ຂອງເຜົ່າ ຕິດພັນກັບການທ່ອງທ່ຽວໄປຕາມທິດຫັນສູ່ດ້ານຄຸນນະພາບການຮຽນ-ການສອນ ແລະ ການຝຶກອົບຮົມຄູທາງດ້ານວິຊາການ ແລະ ດ້ານການເມືອງ, ຍູ້ແຮງວຽກງານຊ່ວຍໜູນ, ນະໂຍບາຍຕໍ່ຖັນແຖວຄູ-ອາຈານໃນເວລາທີ່ຫຍຸ້ງຍາກໃຫ້ດີກວ່າເກົ່າ, ຕິດພັນຈັນຍາບັນ-ຈັນຍາທໍາ ແລະ ນໍ້າໃຈຮັບໃຊ້ປະຊາຊົນຂອງແພດໝໍ, ຮັບປະກັນການປິ່ນປົວບໍ່ພຽງແຕ່ປະຊາຊົນລາວ ຫາກຍັງຕ້ອງຮອງຮັບນັກທ່ອງທ່ຽວຕ່າງປະເທດຕື່ມ; 5) ບັນດາມະຕິທີ່ສະພາແຫ່ງຊາດຮັບຮອງເອົາແລ້ວໃຫ້ເພີ່ມທະວີການຕິດຕາມ ກວດກາແຕ່ຫົວທີໃຫ້ເຂັ້ມງວດເດັດຂາດ ຕໍ່ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດບັນດາມະຕິດັ່ງກ່າວ ໂດຍສະເພາະ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 34/ສພຊ, ລົງວັນທີ 10/07/2026 ວ່າດ້ວຍການຮັບຮອງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; 6) ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຕ້ອງເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ຫັນລົງພົບປະຜູ້ມີສິດເລືອກຕັ້ງຕາມເຂດເລືອກຕັ້ງໃຫ້ຫຼາຍກວ່າເກົ່າການປະກອບຄໍາຄິດຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງ ຄວນນໍາເອົາຄໍາຄິດຄໍາເຫັນຂອງປະຊາຊົນຜ່ານໄປຍັງລັດຖະບານໃຫ້ມີຈຸດສຸມ ແລະ ສະເໜີວິທີການແກ້ໄຂບັນຫາທີ່ເກີດຂຶ້ນ ໃຫ້ຖືກຈຸດ ພ້ອມທັງໃຫ້ກະຊວງ-ອົງການກ່ຽວຂ້ອງອອກຊີ້ແຈງຜົນການພິຈາລະນາແກ້ໄຂໃຫ້ທົ່ວສັງຄົມຮັບຮູ້; 7) ສະເໜີຄະນະປະຈຳສະພາແຫ່ງຊາດເຊັນບົດບັນທຶກວ່າດ້ວຍການພົວພັນ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈໍາ ສນຊ ປ່ຽນແທນຂໍ້ຕົກລົງ ເລກ 01/ຄປຈ, ລົງວັນທີ 25 ພຶດສະພາ 2019 ແນໃສ່ປັບປຸງກົນໄກປະສານງານໃຫ້ສອດຄ່ອງ ແລະ ດີຂຶ້ນກວ່າເກົ່າ ແລະ 8) ກອງປະຊຸມແຕ່ລະຄັ້ງ ຂອງສະພາແຫ່ງຊາດ ຄວນມີມະຕິໃຫ້ ສນຊ ໃນການຕິດຕາມກວດກາແຕ່ຫົວທີ ຕາມມະຕິຂອງສະພາແຫ່ງຊາດ ທີ່ຮັບຮອງໃນກອງປະຊຸມແຕ່ລະຄັ້ງ ແລະ ສະໜອງງົບປະມານໃຫ້ ສນຊ ໄດ້ເຄື່ອນໄຫວຕິດຕາມກວດກາ ຕາມມະຕິທີ່ສະພາແຫ່ງຊາດມອບໝາຍໃຫ້ ເປັນຕົ້ນແມ່ນມະຕິກອງປະຊຸມສະພາແຫ່ງຊາດ ທີ່ຕິດພັນໂດຍກົງກັບຊີວິດ ແລະ ການເປັນຢູ່ຂອງປະຊາຊົນບັນດາເຜົ່າ.ຂ່າວ-ພາບ:ບຸນຕອມ
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຄໍາເຫັນ