![]() |
ທ່ານ ລີໄຊ ໂພທິສັດ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຈັດຝຶກອົບຮົມທົບທວນຄືນຄວາມຮູ້ດ້ານການສື່ສານໃຫ້ພະນັກງານປະຈໍາສະໜາມພາກໃຕ້ ຂອງອົງການແຄຣ໌ແລ້ວ, ຈຶ່ງໄດ້ນໍາພານັກສໍາມະນາກອນລົງປະຕິບັດຕົວຈິງ ແລະ ລົງຢ້ຽມຢາມບ້ານເປົ້າໝາຍຂອງໂຄງການພັນວັນ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ເພື່ອຝຶກປະຕິບັດການຖ່າຍຮູບ, ຖ່າຍວິດີໂອ ແລະ ເຕັກນິກການສໍາພາດຕົວຈິງ ເພື່ອເປັນຂໍ້ມູນໃນການຂຽນຂ່າວ-ບົດ ທີ່ມີຄຸນນະພາບ, ຊຶ່ງໄດ້ຊົມການສະແດງລະຄອນ ຂອງພະນັກງານແພດ, ອສບ ແລະປະ ຊາຊົນ ກ່ຽວກັບການໂຄສະນາສຸຂະສຶກສາດ້ານໂພສະນາການພັນວັນ ໃຫ້ແມ່ຍິງຖືພາ ແລະ ເດັກເກີດໃໝ່ ຮອດພັນວັນ ເພື່ອໃຫ້ໄດ້ຮັບໂພຊະນາການທີ່ດີ. ໃນໂອກາດນີ້, ອົງການແຄຣ໌ ໄດ້ມອບແນວພັນພືດຜັກ ໃຫ້ແກ່ບ້ານດັ່ງກ່າວ ໂດຍກ່າວຮັບແມ່ນທ່ານ ຄໍາໄພ ໄຊສົງຄາມ ນາຍບ້ານໆລະກາຍ ແລ້ວມອບຕໍ່ໃຫ້ປະຊາຊົນຄອບຄົວ ເປົ້າໝາຍ (ຄອບຄົວພັນວັນ) ເພື່ອໃຫ້ໄດ້ປູກບໍລິໂພກພາຍໃນຄອບຄົວ. ບ້ານລະກາຍ ມີ 17 ຄອບຄົວ ທີ່ຢູ່ໃນເປົ້າໝາຍຂອງໂຄງການພັນວັນ ຂອງອົງການແຄຣ໌ ປະຈໍາແຂວງເຊກອງ.
![]() |
ໃນວັນດຽວກັນ, ອົງການແຄຣ໌ ຍັງໄດ້ນໍາອຸປະກອນການແພດ ຊຶ່ງປະກອບມີ: ໂຕະເຫຼັກ, ຕັ່ງ, ຕູ້ເອກະສານ, ຕຽງ ແລະ ຜ້າກັ້ງກັ້ນກວດຄົນເຈັບ, ປ້າຍອະຄີລິກ (ຫ້ອງໃຫ້ຄໍາປຶກສາທີ່ເປັນມິດແກ່ເຍົາວະຊົນ ແລະ ໄວໜຸ່ມ), ຜ້າກັ້ງປ່ອງຢ້ຽມ+ໄມ້ແຂວນ, ພັດລົມແຂວນຝາ, ຊຸດດອກໄຟ 40 ວັດ, ສີ ແລະ ອື່ນໆ. ລວມມູນຄ່າ ເກືອບ 19 ລ້ານກີບ ມອບໃຫ້ສຸກສາລາທົ່ງແຄນ.
![]() |
(ຂ່າວ:ພຸດທະສອນ, ພາບ:ອົງການແຄຣ໌)



ຄໍາເຫັນ