ອົງການສຸພະນິມິດ  ຈັດກິດຈະກຳສາມັກຄີຊຸມຊົນ 

ອົງການສຸພະນິມິດ  ຈັດກິດຈະກຳສາມັກຄີຊຸມຊົນ 
ໃນວັນທີ13-14 ພຶດສະພາ ຜ່ານມາ,ອົງການສຸພະນິມິດ ປະຈຳເມືອງສຸຂຸມາ ໄດ້ຈັດກິດຈະກຳສາມັກຄີຊຸມຊົນ ຢູ່ບ້ານໂຄກກ່ອງ ກຸ່ມບ້ານທີ2ແລະບ້ານມ່ວງ ກຸ່ມບ້ານທີ4 ເມືອງສຸຂຸມາ ແຂວງຈຳປາສັກ,ຢູ່ທີ່ບ້ານດັ່ງກ່າວ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຍູ້ ປາລະມີ ຄະນະປະຈຳພັກ ຮອງເຈົ້າເມືອງໆສຸຂຸມາ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ,ມີທ່ານ ເອກກະລາດ ວິໄລ ຜູ້ປະສານງານການຮ່ວມມືແລະການພັດທະນາເພື່ອການປ່ຽນແປງ ອົງການສຸພະນິມິດສາກົນ ປະຈຳນະຄອນຫຼວງວຽງຈັນ,ທ່ານ ນາງ ນີຈັນ ແກ້ວປະເສີດ ຮອງປະທານສະຫະພັນແມ່ຍິງເມືອງ,ຂະແໜງການທີ່ກ່ຽວຂ້ອງຂອງເມືອງ,ຄະນະກຸ່ມບ້ານ,ອຳນາດການປົກຄອງບ້ານ,ນາຍບ້ານ,ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຍູ້ ປາລະມີ ກໍ່ໄດ້ໃຫ້ກຽດກ່າວເປີດພິທີດັ່ງກ່າວ,ຈາກນັ້ນເລຂາພັກບ້ານກໍ່ໄດ້ຂຶ້ນຜ່ານປະຫັວດຄວາມເປັນມາຂອງທັງ2ບ້ານ,ພ້ອມນັ້ນ ທ່ານ ເອກກະລາດ ວິໄລ ກໍ່ໃຫ້ຮູ້ວ່າ:ຈຸດປະສົງໃນການຈັດກິດຈະກຳສາມັກຄີຊຸມຊົນກໍ່ເພື່ອເປັນການສ້າງຂີດຄວາມສາມາດໃຫ້ແກ່ເດັກນ້ອຍແລະຊຸມຊົນທາງດ້ານພອນສະຫັວນການສະແດງສິນລະປະວັນນະຄະດີໂດຍສະເພາະກໍ່ແມ່ນການຟ້ອນ,ຮ້ອງເພງ,ຂັບລຳທ້ອງຖິ່ນ,ເພື່ອເປັນການສົ່ງເສີມທາງດ້ານວັດທະນະທຳແລະຮີດຄອງປະເພນີອັນດີງາມຂອງທ້ອງຖີ່ນ,ຢູ່ໃນຊຸມຊົນເປົ້າ
ໝາຍແລະກິດຈະກຳຫຼັກກໍ່ແມ່ນພາເຂົ້າສາມັກຄີພາຍໃນຊຸມຊົນ,ປະກວດການຮ້ອງເພງເດັກນ້ອຍແລະຜູ້ໃຫ່ຍ,ປະກວດການຟ້ອນຂອງເດັກນ້ອຍ,ການຜ່ານປະຫັວດຄວາມເປັນມາຂອງບ້ານ,ລາຍງານຜົນສຳເລັດຂອງທຸກໆກິດຈະກຳທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການໃນໄລຍະປີຜ່ານມາແລະກໍ່ໄດ້ຮັບຊົມການປະກວດສິນລະປະວັນນະຄະດີ,ການຮ້ອງເພງ,ກິດຈະກຳອື່ນໆ.ຈາກນັ້ນກໍ່ໄດ້ມອບຂອງຂັວນໃຫ້ແກ່ຜູ້ຊະນະເລີດ,ຮອງຊະນະເລີດ ໂດຍການໃຫ້ມອບຂອງທ່ານ ບຸນຍູ້ປາລະມີ ,ການຈັດກິດຈະກຳດັ່ງກ່າວນີ້ຊາວໜຸ່ມ,ໄວໜຸ່ມແລະປະຊາຊົນແມ່ນໄດ້ເຕົ້າໂຮມຄວາມສາມັກຄີພ້ອມພຽງກັນໃນການເຮັດກິດຈະກຳຕ່າງໆ,ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນແລະຄືກຄື້ນ.(ຂ່າວ-ພາບ:ປັນຍາ ແກ້ວພິລົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ໂດຍ: ວັນໄຊ ຕະວິນຍານ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ຍາມໃດກໍເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກ ທໍາລາຍປ່າໄມ້ ຢ່າງເຂັ້ມງວດ.
ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ໂດຍ: ສຳນານ ພົມພັກດີ ພັກ-ລັດຖະບານ ເວົ້າລວມກໍຄືກະຊວງການເງິນຈະຫັນວຽກງານຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ ໂດຍປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ຫຼື ໂຄງການ DRMM ຊຶ່ງຈະເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້
ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ວັນທີ 19 ພຶດສະພານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງ.
ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ
ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ວັນທີ 14 ພຶດສະພາ ນີ້ ທີ່ສູນກາງແນວລາວສ້າງຊາດອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ໃນວັນທີ 14 ພຶດສະພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະແນກການກ່ຽວຂ້ອງ ໄດ້ລົງພົບປະພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ ເມືອງຫີນບູນ ໂດຍມີທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາການນຳຂອງເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານໃຫ້ການຕ້ອນຮັບ. ພ້ອມນີ້ ກໍໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມ ແລະ ການພັດທະນາບ້ານ ລວມເຖິງຂໍ້ສະເໜີ ທີ່ເປັນບັນຫາຄວາມຫຍຸ້ງຍາກໃນການດຳລົງ
ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ໃນວັນທີ 14 ພຶດສະພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V ຂຶ້ນ ໂດຍການເຂົ້າຮ່ວມຂອງ ພະອາຈານ ບຸນທຽນ ພຸດທະວະໂລ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງ ໄຊຍະບູລີ.
ເພີ່ມເຕີມ