ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ V

ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ V
ໃນວັນທີ 2 ພະຈິກ ຜ່ານມາ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ອົງຄະນະພັກ ຫສນຍ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ V, ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ; ມີສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ ລັດຖະມົນຕີປະຈຳ ສນຍ, ພ້ອມດ້ວຍສະຫາຍຮອງເລຂາຄະນະພັກ, ສະຫາຍປະທານກວດກາຄະນະພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ເລຂາ-ຮັກສາການເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ປະທານ-ເລຂາ ອົງການຈັດຕັ້ງມະຫາຊົນ ຫສນຍ ເຂົ້າຮ່ວມ.
ເນື້ອໃນການດຳເນີນກອງປະຊຸມຄັ້ງນີ້ ປະກອບມີ: ເຜີຍແຜ່ເຊື່ອມຊຶມບັນດາເອກະສານ ທີ່ຕິດພັນກັບຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງບໍລິຫານງານສູນກາງພັກ ສະໄໝທີ XI ເປັນຕົ້ນ ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023 ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງບໍລິຫານງານສູນກາງພັກ ສະໄໝທີ XI ລົງວັນທີ 18 ສິງຫາ 2023; ເຜີຍແຜ່ມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ; ລາຍງານແຜນການດຳເນີນກອງປະຊຸມ 3 ຂັ້ນ ຂອງພັກ ໃນອົງຄະນະພັກ ຫສນຍ; ລາຍງານຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ລາຍງານຫາງສຽງຄວາມໄວ້ວາງໃຈ ຂອງສະມາຊິກພັກ ຕໍ່ການນຳພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ໃນກອງປະຊຸມຄົບຄະນະກາງສະໄໝ; ຜ່ານບົດສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ໄລຍະ 9 ເດືອນ ປີ 2023 ແລະ ກຳນົດທິດທາງແຜນການ 3 ເດືອນທ້າຍປີ 2023; ແລະ ລາຍງານການປັບປຸງການຈັດຕັ້ງ ພາຍໃນ ຫສນຍ.
ໃນຕອນທ້າຍ, ສະຫາຍປະທານກອງປະຊຸມໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຕໍ່ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ໃນໄລຍະຜ່ານມາ, ລວມທັງໜ້າວຽກຈຸດສຸມຈຳນວນໜຶ່ງທີ່ອົງຄະນະພັກ ຫສນຍ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂ, ພ້ອມກັນຫັນປ່ຽນ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ຕາມແຜນການທີ່ໄດ້ກຳນົດໄວ້. ອັນສຳຄັນ, ສະຫາຍໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃຫ້ບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານເພີ່ມທະວີການນຳພາທາງດ້ານແນວຄິດຂອງສະມາຊິກພັກ-ພະນັກງານ ເພື່ອໃຫ້ມີການຫັນປ່ຽນທາງດ້ານແນວຄິດ, ນຳພາໃນການປັບປຸງແບບແຜນວິທີເຮັດວຽກໂດຍໃຫ້ມີແຜນການຄັກແນ່, ຫັນປ່ຽນດ້ານຂອດຂັ້ນການແກ້ໄຂວຽກງານ; ສຸມໃສ່ການສ້າງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນກວ່າເກົ່າ; ສືບຕໍ່ນຳພາສຶກສາອົບຮົມການເມືອງແນວຄິດ ໂດຍໃຫ້ເຜີຍແຜ່ລະບຽບພັກ ແລະ ເນື້ອໃນເອກະສານທີ່ເຜີຍແຜ່ໃນຄັ້ງນີ້ ໃນກອງປະຊຸມດຳເນີນຊີວິດການເມືອງປະຈຳເດືອນ; ໃຫ້ເອົາໃຈໃສ່ໃນການຄຸ້ມຄອງພະນັກງານໃຫ້ແທດເຖິງກວ່າເກົ່າ ກຳໃຫ້ໄດ້ພະນັກງານຂອງຕົນ, ເຫດເກີດຢູ່ບ່ອນໃດ ຕ້ອງໄດ້ຮີບຮ້ອນແກ້ໄຂໄວ; ແບບແຜນການນຳພາຂອງຄະນະພັກ ຕ້ອງມອບວຽກໃຫ້ຊັດເຈນ, ມີຄາດໝາຍປະຕິບັດຢ່າງຈະແຈ້ງ; ຄົ້ນຄວ້າທົບທວນຄືນພາລະບົດບາດ ແລະ ດ້ານກົງຈັກການຈັດຕັ້ງ ໃຫ້ສອດຄ່ອງກັບສະພາບຕົວຈິງ; ຄົ້ນຄວ້າກຳນົດນະໂຍບາຍ ເພື່ອຊ່ວຍແກ້ໄຂຊີວິດການເປັນຢູ່ຂອງພະນັກງານພາຍໃນ ຫສນຍ; ສຳລັບວຽກງານວິຊາສະເພາະ, ໃຫ້ເພີ່ມຄວາມເອົາໃຈໃສ່ໃນການຕິດຕາມກວດກາການປະຕິບັດທິດຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສຳເລັດຕາມກຳນົດເວລາ; ໃຫ້ສຸມໃສ່ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ເປັນຂະບວນຟົດຟື້ນ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນ. ມອບໃຫ້ກົມຈັດຕັ້ງ ແລະ ພະນັກງານປັບປຸງຮ່າງແຜນດຳເນີນກອງປະຊຸມໃຫຍ່ ແລະ ບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ໄລຍະ 9 ເດືອນ ປີ 2023 ແລະ ກຳນົດທິດທາງແຜນການ 3 ເດືອນທ້າຍປີ 2023 ຕາມການປະກອບຄຳເຫັນຂອງກອງປະຊຸມ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ