ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ V

ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ V
ໃນວັນທີ 20 ມີນາ ຜ່ານມາ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ), ອົງຄະນະພັກ ຫສນຍ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ V, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ; ມີສະຫາຍ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳ ສນຍ, ພ້ອມດ້ວຍສະຫາຍ ຮອງເລຂາຄະນະພັກ, ສະຫາຍ ປະທານກວດກາຄະນະພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ເລຂາ-ຮັກສາການເລຂາ ຄະນະພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຫສນຍ ຄັ້ງທີ 5 ສະໄໝທີ V; ຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາ-ຊີ້ນຳວຽກງານ ປະຈຳໄຕມາດ I ປີ 2024 ແລະ ກຳນົດທິດທາງແຜນການປະຈໍາໄຕມາດ II ປີ 2024 ຂອງຄະນະບໍລິຫານງານພັກ ຫສນຍ. ພ້ອມກັນນີ້ ເພື່ອເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນຂອງພັກ ເປັນຕົ້ນ ບົດໂອ້ລົມຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ຕໍ່ກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2023 ແລະ ທິດທາງ ປີ 2024; ບົດໂອ້ລົມຂອງສະຫາຍ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2023; ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ; ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 14/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການ ຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ; ຮັບຟັງລາຍງານຜົນການຈັດຕັ້ງຜັນຂະຫຍາຍ ຂອງລັດຖະບານ ກ່ຽວກັບເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ); ລາຍງານຜົນການຈັດຕັ້ງຜັນຂະຫຍາຍ ຂອງ ຫສນຍ ກ່ຽວກັບເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ແລະ ລາຍງານກ່ຽວກັບການປັບປຸງການຈັດຕັ້ງພັກ ພາຍໃນອົງຄະນະພັກ ຫສນຍ.
ໃນຕອນທ້າຍ, ສະຫາຍ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ໃນໄລຍະຜ່ານມາ, ລວມທັງ ໜ້າວຽກຈຸດສຸມຈຳນວນໜຶ່ງ ທີ່ອົງຄະນະພັກ ຫສນຍ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂ ເພື່ອພ້ອມກັນຫັນປ່ຽນ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ຕາມແຜນການທີ່ໄດ້ກຳນົດໄວ້ ເຊິ່ງຜົນງານອັນພົ້ນເດັ່ນ ແມ່ນອົງຄະນະພັກ ຫສນຍ ໄດ້ລົງເລິກເອົາໃສ່ໃຈ ສ້າງພະນັກງານກັບທີ່ໄດ້ 100% ແລະ ສ້າງພະນັກງານເພດຍິງ ໃຫ້ຢູ່ໃນຂັ້ນຕຳແໜ່ງພະນັກງານນຳພາຄຸ້ມຄອງ ຈຳນວນເພີ່ມຂຶ້ນລື່ນຄາດໝາຍທີ່ກຳນົດໄວ້ ເກືອບທຸກຕຳແໜ່ງ; ໄດ້ລົງເລິກເອົາໃຈໃສ່ວຽກງານຫັນເປັນທັນສະໄໝ ເພື່ອຜັນຂະຫຍາຍ 3 ເສົາຄໍ້າ ຂອງວຽກງານຫັນເປັນດີຈີຕອນ ຂອງ ສປປ ລາວ, ໃນນີ້ ໄດ້ຕິດຕັ້ງລະບົບສະແກນຄົນເຂົ້າ-ອອກ ສຳນັກງານ, ຕິດຕັ້ງລະບົບ QR-code ຕິດຕາມລົດເຂົ້າ-ອອກ ແບບອັດຕະໂນມັດ, ຈັດສັນອຸປະກອນໄອທີ (ໂນດບຸກ) ໃຫ້ພະນັກງານນຳໃຊ້ເຂົ້າໃນການຫັນເປັນທັນສະໄໝ ແລະ ອື່ນໆ ທັງເປັນການປະກອບສ່ວນຜັນຂະຫຍາຍຄຳຂວັນ 3 ດີ ແລະ ທິດ 3 ຫັນ ຂອງ ຫສນຍ ໃຫ້ປະກົດຜົນເປັນຈິງ. ອັນສໍາຄັນ, ສະຫາຍເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ບັນດາຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ເພີ່ມທະວີຄວາມເປັນແບບຢ່າງ, ມູນເຊື້ອການນໍາພາທີ່ເຮັດໄດ້ດີ; ສຸມໃສ່ການສ້າງຄວາມສາມັກຄີເປັນເອກະພາບພາຍໃນ ໃຫ້ໜັກແໜ້ນກວ່າເກົ່າ; ເພີ່ມທະວີການນໍາພາ, ສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ-ພະນັກງານ ເພື່ອໃຫ້ມີການຫັນປ່ຽນ ຕາມທິດ 3 ຫັນ ຄື ຫັນປ່ຽນທາງດ້ານແນວຄິດ, ນຳພາໃນການປັບປຸງແບບແຜນວິທີເຮັດວຽກ ໂດຍໃຫ້ມີແຜນການຄັກແນ່, ຫັນປ່ຽນດ້ານຂອດຂັ້ນ ໂດຍການຫຼຸດຜ່ອນຂັ້ນຂອດດ້ານການແກ້ໄຂວຽກງານ; ໃຫ້ຄະນະພັກແຕ່ລະຂັ້ນ ນຳເອົາເນື້ອໃນເອກະສານ ແລະ ຜົນກອງປະຊຸມຄັ້ງນີ້ໄປເຜີຍແຜ່; ສືບຕໍ່ສຸມໃສ່ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ຂອງຕົນ ຕາມຄຳແນະນຳ ແລະ ລະບຽບການຢ່າງເຂັ້ມງວດ ແນໃສ່ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ພາຍຫຼັງຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາແຫ່ງຊາດ (ສພຊ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ບົດລາຍງານດັ່ງກ່າວ. ໂດຍສະເໜີແກ້ໄຂຫຼາຍບັນຫາສໍາຄັນ. ພ້ອມສະເໜີເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະພາປະຊາຊົນແຂວງ (ສພຂ).
ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ໃນປີ 2027 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະຈະສືບຕໍ່ຍົກສູງຄຸນນະພາບການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ.
ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ໃນປີ 2027 ສະພາແຫ່ງຊາດ (ສພຊ) ໄດ້ວາງຫຼາຍຄາດໝາຍສູ້ຊົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດໃຫ້ບັນລຸຕາມແຜນການ. ຂະນະດຽວກັນ, ສພຊ ຈະສຸມໃສ່ຫຼາຍວຽກງານສໍາຄັນຂອງຊາດ.
1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

ໃນໄລຍະ 1ປີຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ(ສພຊ) ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະດ້ານການຕິດຕາມກວດກາ ໄດ້ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ.
ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ