ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງອະນຸວົງ ແຂວງໄຊສົມບູນ

ອົງຄະນະພັກເມືອງອະນຸວົງ ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ III

ອົງຄະນະພັກເມືອງອະນຸວົງ ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ III
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງອະນຸວົງ ແຂວງໄຊສົມບູນ ຄັ້ງທີ III ຂຶ້ນໃນວັນທີ 6 ກຸມພາຜ່ານມາ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ

ຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ສະຫາຍ ຮືທໍ່ ເພຍຫຼວງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນໄລຍະ 5 ປີ ຜ່ານມາ ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ. ທັງນີ້ກໍຈະໄດ້ພ້ອມກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາແຜນພັດທະນາ 5 ປີ ເພື່ອສືບຕໍ່ນໍາພາ-ຊີ້ນຳ ວຽກງານຮອບດ້ານໃນຕໍ່ໜ້າ. ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕະຫຼອດໄລຍະ 5 ປີ ຜ່ານມາເມືອງອະນຸວົງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ລະບົບການເມືອງໄດ້ຮັບການປັບປຸງ ຢ່າງຕັ້ງໜ້າ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານໂຄງລ່າງພື້ນຖານໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ, ນໍ້າສະອາດ, ຫ້ອງການບ້ານ ແລະ ອື່ນໆ ຮັບໃຊ້ໃຫ້ແກ່ປະຊາຊົນໃນທົ່ວເມືອງ, ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມດຳລັດ 414/ລບ, ຕິດພັນກັບວຽກງານ 3 ສ້າງ ໂດຍການຊຸກຍູ້ ແລະ ສົ່ງເສີມການຜະລິດເປັນສິນຄ້າເຊັ່ນ: ກຸ່ມປູກຜັກບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ, ປູກມັນສາຄູ, ມັນຕົ້ນ ແລະ ກຸ່ມບ້ານເທດສະບານ, ການເກັບລາຍຮັບເຂົ້າງົບປະມານເກີນແຜນການ, ຄຸ້ມຄອງລາຍຈ່າຍຕາມລະບຽບກົດໝາຍ, ສິນເຊື່ອທະນາຄານ ແລະ ກອງທຶນພັດທະນາບ້ານຂະຫຍາຍຕົວໄປທົ່ວ 19 ບ້ານ, ການລົງທຶນຂອງລັດ ແລະ ນັກທຸລະກິດເອກະຊົນ, ປະຊາຊົນ ກໍນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ-ຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເປັນເຈົ້າການໃນການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສູ້ຊົນສ້າງເມືອງໃຫ້ໄດ້ຮັບການພັດທະນາຮອບດ້ານ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ດັ່ງຄຳຂັວນທີ່ວ່າ: ສ້າງເມືອງອະນຸວົງໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບການພັດທະນາກະສິກຳສະອາດ, ການຄ້າ-ການບໍລິການ ແລະ ການທ່ອງທ່ຽວ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ.

ຂ່າວ: ສີລິພອນ ສົງຄຳ

ຄໍາເຫັນ

ຂ່າວການເມືອງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກເມືອງເງິນຜູ້ເກົ່າ ແລະ ຜູ້ໃໜ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກເມືອງເງິນຜູ້ເກົ່າ ແລະ ຜູ້ໃໜ່

ວັນທີ 9 ເມສາຜ່ານມາ ຢູ່ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກເມືອງ ຜູ້ເກົ່າ ແລະ ຜູ້ໃໜ່, ໂດຍການເຂົ້າຮ່ວມຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາຄະນະພັກອົງການປົກຄອງເມືອງເງິນ.
ຜູ້ແທນອົງຄະນະພັກເມືອງຊຽງເງິນ ເລືອກເອົາສະຫາຍ ສົມແວວເພັດ ດວງປະສິດ ເປັນເລຂາພັກເມືອງ

ຜູ້ແທນອົງຄະນະພັກເມືອງຊຽງເງິນ ເລືອກເອົາສະຫາຍ ສົມແວວເພັດ ດວງປະສິດ ເປັນເລຂາພັກເມືອງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງເງິນ ແຂວງຫຼວງພະບາງ ຄັ້ງທີ VII ໄດ້ສຳເລັດໃນວັນທີ່ 8 ເມສາຜ່ານມາ, ຊຶ່ງບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະໄດ້ຮັບຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VII,
ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ

ສະຫາຍ ຄໍາສິງ ອໍລະວັນ ຖຶກເລືອກເປັນເລຂາພັກເມືອງອີກ 1 ສະໄໝ

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຜູ້ແທນອົງຄະນະພັກເມືອງຫິນບູນ ແຂວງຄໍາມ່ວນ ພາຍຫຼັງໄດ້ດໍາເນີນມາໃນ ລະຫວ່າງວັນທີ 8-9 ເມສາຜ່ານມາ ທີ່ສະໂມສອນເມືອງ ດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ.
ໄຂກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ຄັ້ງທີ V

ໄຂກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ແຂວງວຽງຈັນ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 27 ມີນານີ້ ທີເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,
ຜູ້ແທນອົງຄະນະພັກເມືອງສາລະວັນ ເລືອກເອົາ ສະຫາຍ ຈັນສີລອນ ສີສົມບູນ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດໃໝ່.

ຜູ້ແທນອົງຄະນະພັກເມືອງສາລະວັນ ເລືອກເອົາ ສະຫາຍ ຈັນສີລອນ ສີສົມບູນ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດໃໝ່.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາລະວັນ ແຂວງສາລະວັນ ຄັ້ງທີ X ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 26 ມີນາຜ່ານມາ ທີ່ສະໂມສອນແຂວງ, ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 159 ສະຫາຍ ຍິງ 21 ສະຫາຍ
ເມືອງໄຊສະຖານ ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ III

ເມືອງໄຊສະຖານ ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ III

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 26 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ
ເມືອງລະມາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X

ເມືອງລະມາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງລະມາມ ແຂວງເຊກອງ ຄັ້ງທີ X ໄຂຂຶ້ນໃນວັນທີ 26 ມີນານີ້ ທີ່ສະໂມສອນເມືອງດັ່ງກ່າວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດຂອງພັກ ເພື່ອນໍາພາແນວທາງປ່ຽນແປງໃໝ່ ຂອງພັກໃຫ້ແທດເຖິງຮາກຖານ ຕາມ 4 ເນື້ອໃນ
ເມືອງຫ້ວຍຊາຍ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

ເມືອງຫ້ວຍຊາຍ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ ຄໍາຂວັນ “ກໍ່ສ້າງພັກ ໃຫ້ປອດໃສ ເຂັມແຂງ ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ,
ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່

ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ອັດລົງໃນຕອນບ່າຍວັນທີ່ 25 ມີນານີ້ ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ຊຶ່ງໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາແຕ່ລະບັນຫາ ຢ່າງມີປະຊາທິປະໄຕ
ສຳເລັດກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ຄັ້ງທີ V

ສຳເລັດກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ແຂວງວຽງຈັນ ຄັ້ງທີ V ໄດ້ອັດລົງໃນວັນທີ 25 ມີນານີ້ ດ້ວຍຜົນສໍາເລັດຢ່າງຈົບງາມ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ
ເພີ່ມເຕີມ