![]() |
ຊຶ່ງເພີ່ນໄດ້ຍົກໃຫ້ເຫັນວ່າ: ການອົບຮົມສີນລະທັມ ກໍເພື່ອໃຫ້ຮູ້ຈັກທາງໂລກ ແລະ ທາງທັມມະໃນການດໍາລົງຊີວິດເພື່ອນໍາເອົາໄປປະພຶດປະຕິບັດໃຫ້ມັນສອດຄ່ອງກັບການດໍາລົງຊີວິດຂອງເຮົາໄດ້ທັງຄວາມສະຫງົບ-ຄວາມສຸກບໍ່ໃຫ້ພວກເຮົາຂາດສີນລະທັມ,ໃຫ້ຮູ້ຈັກການກາບໄຫວ້ແນວໃດ, ຮູ້ຈັກສິນຫ້າມີຫຍັງມີແດ່! ອັນນີ້ພວກເຮົາບໍ່ຄວນແລ່ນນໍາທາງໂລກຫຼາຍເກີນໄປ, ສັງຄົມປັດຈຸບັນ ມັນແຮງສັບສົນ ຍ້ອນວ່າມະນຸດເຮົາຂາດສີນລະທັມບໍ່ຮູ້ຈັກອັນໃດດີ, ອັນໃດຊົ່ວ. ພວກເຮົາຕ້ອງແຍກແຍະ, ຊົ່ວກັບດີ ມັນຄູ່ກັນ, ສຸກກັບທຸກ, ບາບກັບບຸນ. ສະນັ້ນແລ້ວ ຢາກໃຫ້ລູກຫຼານໝົດທຸກຄົນຫັນໜ້າເຂົ້າມາຫາພຸດທະສາສະໜາໃຫ້ຫຼາຍຂຶ້ນ ບໍ່ຕ້ອງໄປທາງໂລກຫຼາຍຈົນເກີນໄປ ອັນຈະເຮັດໃຫ້ພວກເຮົາເມົາມົວນໍາແຕ່ສິ່ງອະນາຈານລາມົກຕ່າງໆ, ເມົາມົວນໍາແຕ່ສິ່ງເສບຕິດ, ຫຼິ້ນເກມ ແລະ ອື່ນໆ.
![]() |
ການເປີດອົບຮົມທັມມະໃຫ້ແກ່ເຍົາວະຊົນເພດຍິງຄັ້ງນີ້, ມີເຍົາວະຊົນເພດຍິງ ມາຈາກຕ່າງແຂວງ, ຕ່າງເມືອງ ແລະ ພາຍໃນເມືອງອຸທຸມພອນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ຊຶ່ງເລີ່ມແຕ່ວັນທີ 4-9 ສິງຫາ 2025 ຈິ່ງສໍາເລັດຕາມແຜນການ, ໂດຍປີນີ້ຈັດຂຶ້ນເປັນ 2 ຊຸດຄື: ຊຸດທີໜຶ່ງແມ່ນເພດຍິງ ແລະ ຊຸດທີສອງແມ່ນເພດຊາຍ ໃນລະຫວ່າງວັນທີ 17-23 ສິງຫາ 2025
ການອົບຮົມທັມມະໃຫ້ຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນຈະໄດ້ຮັບຟັງທັມມະເທສະໜາ, ຮຽນກາບໄຫວ້, ຍ່າງຈົງກົມ, ນັ່ງສັມມະທິ, ທ່ອງພຣະສູດ, ຮຽນທິສະດີພຸທະປະຫວັດ, ທິດສະດີທັງຫົກ, ມິດແທ້ມິດທຽມ, ຄົນພາລ ແລະ ບັນດິດ
(ແຫຼ່ງຂ່າວ: ເມືອງອຸທຸມພອນ)
ຄໍາເຫັນ