ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂຶ້ນໃນວັນທີ 29 ພະຈິກ ນີ້ ທີ່ ອອປສໃຫ້ກຽດເຊື່ອມຊຶມເອກະສານສໍາຄັນໃນຄັ້ງນີ້ໂດຍສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າ ອອປສຊຶ່ງມີພະນັກງານ, ສະມາຊິກພັກເຂົ້າຮ່ວມ.
ໃນພິທີ ສະຫາຍ ໄຊຊະນະ ໂຄດພູທອນໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຂອງມະຕິກອງປະຊຸມຄົບຄະນະຄັ້ງທີ 7ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງ ປີ 2024; ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ວຽກງານຈຸດສຸມ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XIໃຫ້ໄດ້ຮັບຜົນສຳເລັດຢ່າງເປັນຮູບປະທໍາ.
ພ້ອມນັ້ນ, ໄດ້ຮຽກຮ້ອງມາຍັງ ພະນັກງານຫຼັກແຫຼ່ງ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດໜ້າທີ່ກໍຄືຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຕັ້ງໜ້າປະຕິບັດລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດ ແລະ ບັນດາເອກະສານສຳຄັນຂອງພັກ ຢ່າງເຂັ້ມງວດ, ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ອານຸສັກ

ຄໍາເຫັນ