ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ກ່ອນໜ້ານີ້, 35 ປີ ປະເທດຫວຽດນາມຈາກພື້ນຖານເສດຖະກິດໜຶ່ງທີ່ທຸກຍາກຫຼ້າຫຼັງ, ຖືກທັບມ້າງທຳລາຍດ້ວຍສົງຄາມ, ການລວມສູນ, ເກື້ອກູນ, ຫວຽດນາມ ໄດ້ບືນຕົວກາຍເປັນພື້ນຖານເສດຖະກິດໜຶ່ງທີ່ມີລາຍຮັບປານກາງ (2010) ແລະ ພວມມຸ່ງສູ່ຈຸດໝາຍກາຍເປັນປະເທດພວມພັດທະນາທີ່ມີລາຍຮັບປານກາງສູງ; ພື້ນຖານເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງດ້ວຍຈັງຫວະສູງພໍສົມຄວນ, ສະເລ່ຍເກືອບ 7%/ປີ. ພິເສດ, ປີ 2022 ບັນລຸລະດັບການເຕີບໂຕທີ່ປະທັບໃຈແມ່ນ 8.02%, ເປັນໂຕເລກສູງກວ່າໝູ່ໃນຮອບ 10 ປີຜ່ານມາ. ກ່ອນການປ່ຽນແປງໃໝ່, ປະເທດຫວຽດນາມ ຕ້ອງປະເຊີນຕໍ່ວິກິດການດ້ານເສດຖະກິດ-ສັງຄົມ ທີ່ຜັນແປຢ່າງສັບສົນ, ອັດຕາເງິນເຟີ້ບາງໄລຍະຂຶ້ນເຖິງ 774.7%, ແຕ່ວ່າມາເຖິງປັດຈຸບັນ, ຫວຽດນາມ ສາມາດຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ຮັບປະກັນບັນດາການດຸ່ນດ່ຽງຂອງພື້ນຖານເສດຖະກິດໄດ້ໃນລະດັບດີ.
ທ່ານ ສີຈິ້ນຜິງ ເຄີຍກ່າວໄວ້ວ່າ: “ການປົກຄອງຕາມກົດໝາຍມີຄວາມເຂັ້ມແຂງ, ປະເທດຊາດກໍຈະມີຄວາມເຂັ້ມແຂງ. ໃນປັດຈຸບັນ, ປະເທດພວກເຮົາ ກໍາລັງຢູ່ໃນໄລຍະອັນສໍາຄັນທີ່ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ການປ່ຽນແປງຢ່າງໃຫຍ່ຫຼວງຂອງໂລກແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີກວ່າ ກໍາລັງມີການຜັນແປໄປຢ່າງໄວວາ, ພາລະໜ້າທີ່ການປະຕິຮູບ,ການ ພັັດທະນາ ແລະ ສະຖຽນລະພາບມີຄວາມຫຍຸ້ງຍາກລໍາບາກ, ການເປີດປະຕູສູ່ພາຍນອກໄດ້ຮັບການສົ່ງເສີມຢ່າງເລິກເຊິ່ງ, ຕ້ອງເສີມຂະຫຍາຍບົດບາດຂອງການປົກຄອງຕາມກົດໝາຍທີ່ເຮັດໃຫ້ພື້ນຖານມີຄວາມໜັກແໜ້ນ, ເຮັດໃຫ້ຄາດໝາຍມີຄວາມໝັ້ນທ່ຽງ ແລະ ສົ່ງຜົນປະໂຫຍດໃນໄລຍະຍາວ”
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກໍລະກົດນີ້ວ່າ: ຫຼາຍປະເທດໃນເອີຣົບຍັງອອກຄຳເຕືອນດ້ານສະພາບອາກາດ ແລະ ສຸຂະພາບ, ຫຼັງຈາກຄື້ນຄວາມຮ້ອນແຜ່ປົກຄຸມປະເທດ, ໂດຍລ້າສຸດພົບຜູ້ເສຍຊີວິດຍ້ອນອາກາດຮ້ອນ 8 ຄົນ. ຜູ້ເສຍຊີວິດຈຳນວນ 8 ຄົນ, ລວມມີໃນປະເທດແອັດສະປາຍ 4 ຄົນ, 2 ຄົນ ຢູ່ປະເທດຝຣັ່ງ ແລະ ອີກ 2 ຄົນຢູ່ອີຕາລີ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກໍລະກົດ ຜ່ານມາວ່າ: ກົດໝາຍຕ້ານການຫຼອກລວງສະບັບໃໝ່ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດຜ່ານມາ ໄດ້ອະນຸຍາດໃຫ້ຕຳຫຼວດສິງກະໂປອອກຄຳສັ່ງໃຫ້ທະນາຄານລະງັບບັນຊີ ແລະ ການບໍລິການສິນເຊື່ອຕ່າງໆຂອງບຸກຄົນທີ່ເຊື່ອວ່າໄດ້ຕົກເປັນຜູ້ເຄາະຮ້າຍຈາກການຫຼອກລວງ.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 2 ກໍລະກົດ ຜ່ານມານີ້, ສະມາຄົມຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໄດ້ເປີດເຜີຍກ່ຽວກັບສະພາບການທີ່ກ່ຽວຂ້ອງກັບເສັ້ນທາງການບິນຂົນສົ່ງສິນຄ້າທີ່ເປີດໃໝ່ໃນ 6 ເດືອນຕົ້ນປີນີ້ວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈີນໄດ້ເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນເສັ້ນທາງການບິນລະຫວ່າງຈີນກັບບັນດາປະເທດໃນອາຊີ ແລະ ເອີຣົບ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການເຄື່ອນໄຫວໃນກອງປະຊຸມສາກົນຄັ້ງທີ 2 ກ່ຽວກັບດ້ານການເງິນໃຫ້ແກ່ການພັດທະນາ (FfD4) ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນເຊວິວເລ ປະເທດແອັດສະປາຍ, ທ່ານ ໂຮ່ດິເຟີກ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວາລະປຶກສາຫາລືໂຕະມົນ, ດ້ວຍຫົວຂໍ້ “ປັບປຸງໃໝ່ການຮ່ວມມືກັບສາກົນ”.
ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກໍລະກົດ ຜ່ານມາວ່າ: ມະຫາວິທະຍາໄລ Ben-Gurion ຂອງອິສຣາແອນ ເປີດເຜີຍວ່າ: ນັກຄົ້ນຄວ້າອິສຣາແອນ ໄດ້ຄົ້ນພົບຂໍ້ບົກພ່ອງດ້ານຄວາມປອດໄພໃນ AI chatbots ທີ່ໄດ້ຮັບຄວາມນິຍົມ ເຊັ່ນ: ChatGPT, Claude ແລະ Google Gemini ໂດຍພົບວ່າ: ລະບົບເຫຼົ່ານີ້ສາມາດຖືກດັດແປງເພື່ອສະໜອງຂໍ້ມູນທີ່ບໍ່ມີຈັນຍາບັນ ແລະ ຜິດກົດໝາຍ, ເຖິງແມ່ນວ່າມີມາດຕະການປ້ອງກັນຄວາມປອດໄພພາຍໃນກໍຕາມ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກໍລະກົດນີ້ວ່າ: ຄະນະລັດຖະມົນຕີຂອງອິນເດຍໄດ້ອະນຸມັດໂຄງການແຮງຈູງໃຈດ້ານການຈ້າງງານ (ELI) ໃນວັນທີ 1 ກໍລະກົດ ຜ່ານມາ, ໂດຍມີງົບປະມານ 1 ພັນຕື້ຣູປີ (11,7 ຕື້ໂດລາສະຫະລັດ) ເພື່ອສ້າງວຽກເຮັດງານທຳປະມານ 35 ລ້ານຕຳແໜ່ງໃນໄລຍະ 2 ປີ ໂດຍຜ່ານການມອບເງິນອຸດໜູນໃຫ້ແກ່ນາຍຈ້າງ ແລະ ພະນັກງານ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນລະຫວ່າງວັນທີ 30 ມິຖຸນາ ຫາ ວັນທີ 1 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຈັດກອງປະຊຸມສຳມະນາໃນພາກພື້ນ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ສິດທິມະນຸດ ໂດຍມີລັກສະນະກວມລວມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ກອງປະຊຸມສໍາມະນາ ຄັ້ງນີ້ຈັດຂຶ້ນໂດຍ ມາເລເຊຍ ປະເທດປະທານ ອາຊຽນ 2025.
ຂ່າວຕ່າງປະເທດລາຍງານ; ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍ (BPS) ເປີດເຜີຍໃນວັນທີ 1 ກໍລະກົດ ຜ່ານມາວ່າ: ອິນໂດເນເຊຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1.31 ລ້ານເທື່ອຄົນໃນເດືອນພຶດສະພາ ປີ 2025, ເພີ່ມຂຶ້ນ 14.01% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂດຍນັກທ່ອງທ່ຽວສ່ວນໃຫຍ່ມາຈາກມາເລເຊຍ 18.26%, ຖັດມາແມ່ນອົສຕຣາລີ 11.31% ແລະ ສິງກະໂປ 9.68%.
ຄໍາເຫັນ