ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ
ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.

 

ທ່ານ ສຸບັນ ສະວະບຸດໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງມີມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະດຳລັດ ຂອງປະທານປະເທດ ຢ່າງເປັນທາງການແລ້ວ, ຄະນະກໍນະການເລືອກຕັ້ງລະດັບຊາດ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງຕົນຂຶ້ນ ເພື່ອພ້ອມກັນເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ແລະ ແຈ້ງເປັນທາງການຕໍ່ບັນດາທ່ານຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ພ້ອມກັນປຶກສາຫາລື 4 ຮ່າງເອກະສານ ຄື: ຮ່າງມະຕິ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງລະດັບຊາດ, ຮ່າງມະຕິຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການແບ່ງງານພາຍໃນຄະນະກຳການເລືອກຕັ້ງລະດັບຊາດ, ຮ່າງມະຕິ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍແຕ່ງຕັ້ງບັນດາອະນຸກໍາມະການ ແລະ ສິດ, ໜ້າທີ່ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ສ້າງແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ນັບແຕ່ໄດ້ຮັບການແຕ່ງຕັ້ງ ຈົນເຖິງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ Xຊຶ່ງຄະນະກຳມະການເລືອກຕັ້ງລະດັບຊາດ ກໍໄດ້ປັບປຸງ 4 ເອກະສານ ແລະ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນພາຍໃນ ເພື່ອໃຫ້ສື່ມວນຊົນ ໄດ້ນຳເອົາຜົນການຖະແຫຼງຂ່າວນີ້ໄປໂຄສະນາໃຫ້ສັງຄົມໄດ້ຮັບຊາບ ແຕ່ຫົວທີ ແລະ ພ້ອມກັນປະກອບສ່ວນຕາມສິດ, ໜ້າທີ ແລະ ພັນທະຂອງຕົນ.

ສຳລັບວຽກງານຈຸດສຸມໃນຕໍ່ໜ້າແມ່ນປະຕິບັດຕາມແຜນການດໍາເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ສະບັບເລກທີ 02/ຄລຊ, ລົງວັນທີ 3 ພະຈິກ 2025 ໄດ້ກຳນົດວຽກງານ 13 ວຽກຕົ້ນກໍ ແລະ ແບ່ງການປະຕິບັດອອກ ເປັນ 4 ບາດກ້າວຄື:

1). ເລີ່ມປະຕິບັດແຕ່ເດືອນຕຸລາ ເປັນຕົ້ນມາ ຫາຕົ້ນເດືອນພະຈິກ 2025 ປະກອບມີ 9 ວຽກເປັນຕົ້ນການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ, ການສ້າງຕັ້ງອະນຸກໍາມະການຂອງຄະນະກຳມະການເລືອກຕັ້ງລະດັບຊາດ (ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ), ການກະກຽມດ້ານງົບປະມານ ແລະ ອອກຄໍາແນະນໍາໃຫ້ຄະນະພັກນະຄອນຫຼວງ, ແຂວງ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ເພື່ອກະກຽມວຽກຕ່າງໆ, ການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ອອກເປັນນິຕິກຳ ຂອງຄະນະພັກຂັ້ນທ້ອງຖິ່ນ ເພື່ອນໍາພາ-ຊີ້ນຳໃຫ້ສອດຄ່ອງກັບສະພາບຈຸດພິເສດ, ເງື່ອນໄຂຂອງທ້ອງຖິ່ນຕົນ, ການແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ, ການກຳນົດແຜນການດໍາເນີນງານ ແລະ ອື່ນໆ.

2). ເລີ່ມປະຕິບັດເລີ່ມຕົ້ນເດືອນພະຈິກ ຫາທ້າຍເດືອນທັນວາ 2025 ກໍານົດວຽກ ເຊັ່ນ: ຈັດຕັ້ງເຊື່ອມຊຶມເອກະສານຕ່າງໆ, ປະກາດວັນເລືອກຕັ້ງ, ປະກາດຈໍານວນຜູ້ສະໝັກເລືອກຕັ້ງ ແລະ ຈໍານວນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເກັບກຳສະຖິຕິຈຳນວນພົນລະເມືອງ, ຜູ້ມີສິດເລືອກຕັ້ງ ແລະ ອື່ນໆ.

3). ເລີ່ມປະຕິບັດແຕ່ຕົ້ນເດືອນມັງກອນ ຫາທ້າຍເດືອນກຸມພາ 2026 ກໍານົດ 12 ວຽກເປັນຕົ້ນແມ່ນຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທົ່ວປະເທດ ແລະ ປະກາດລາຍຊື່ຜູ້ສະໝັກເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ປະກາດຈໍານວນຜູ້ມີສິດເລືອກຕັ້ງ, ຈັດພິມ ແລະ ຈັດສົ່ງຮູບ-ປະຫວັດຜູ້ສະໝັກຮັບເລືອກຕັ້ງ, ບັດລົງຄະແນນສຽງ ແລະ ດໍາເນີນການປ່ອນບັດ.

4). ເລີ່ມປະຕິບັດຫຼັງມື້ປ່ອນບັດ ຈົນເຖິງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງມີວຽກຕົ້ນຕໍ ດັ່ງນີ້: ນັບຄະແນນ, ປະກາດລາຍຊື່ຜູ້ໄດ້ຮັບການເລືອກຕັ້ງເປັນ ສສຊຊຸດທີ X ແລະສສຂV;ດໍາເນີນກອງປະຊຸມຖອດຖອນບົດຮຽນການເລືອກຕັ້ງທົ່ວປະເທດ, ສົມທົບກັບຄະນະປະຈຳສະພາແຫ່ງຊາດ ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຄາດຄະເນດໍາເນີນທ້າຍເດືອນມີນາ 2026. ສໍາລັບ, ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ຄາດຄະເນໃຫ້ສໍາເລັດກ່ອນບຸນປີໃໝ່ລາວ (ກາງເດືອນເມສາ 2026).

ຄຽງຄູ່ກັບການປະຕິບັດວຽກງານຕົ້ນຕໍ 4 ບາດກ້າວຂ້າງເທິງ, ຄະນະກໍາມະການເລືອກຕັ້ງລະດັບຊາດ ຈະສຸມໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນ 100% ຕະຫຼອດໄລຍະກະກຽມ ແລະ ດຳເນີນການເລືອກຕັ້ງ, ເອົາໃຈໃສ່ຕໍ່ວຽກງານໂຄສະນາປຸກລະດົມຂະບວນການ ເພື່ອເຮັດໃຫ້ຂະບວນການເລືອກຕັ້ງກາຍເປັນປາງບຸນໃຫຍ່ ຂອງຊາດ.ສໍາລັບງົບປະມານຮັບໃຊ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຂຶ້ນແຜນງົບປະມານ ໄປຫາກະຊວງການເງິນ ໂດຍໄດ້ຂຶ້ນແຜນຢູ່ໃນ 2 ປີງົບປະມານຄື: ງົບປະມານປີ 2025 ແລະ ປີ 2026. ພາຍຫຼັງອະນຸກຳມະການງົບປະມານ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ ຈາກຄະນະກຳມະການເລືອກຕັ້ງລະດັບຊາດສະບັບເລກທີ 04/ຄລຊ, ລົງວັນທີ 3 ພະຈິກ 2025;ຄະນະອະນຸກໍາມະການດັ່ງກ່າວ, ໄດ້ເປີດກອງປະຊຸມຂອງຕົນຂຶ້ນໃນວັນທີ 11 ພະຈິກ 2025 ໂດຍໄດ້ຄົ້ນຄວ້າ ແລະ ກະກຽມອອກນິຕິກຳຕ່າງໆເປັນຕົ້ນແຈ້ງການແນະນໍາກ່ຽວກັບການສ້າງແຜນງົບປະມານຮັບໃຊ້ການເລືອກຕັ້ງ, ການຈັດສັນງົບປະມານໃຫ້ເຂດເລືອກຕັ້ງຕ່າງໆ ເພື່ອສະເໜີກະຊວງການເງິນດຸ່ນດ່ຽງງົບປະມານໃຫ້ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນ. ສະນັ້ນ, ສະເໜີໃຫ້ທ້ອງຖິ່ນກະກຽມເປີດບັນຊີເງິນຝາກສະເພາະຢູ່ຄັງເງິນແຫ່ງລັດ ປະຈຳແຂວງຂອງຕົນ ເພື່ອຮັບເອົາການໂອນເງິນ ຈາກຄະນະກຳມະການເລືອກຕັ້ງລະດັບຊາດ ຄາດວ່າຈະແຈ້ງອອກໃນໄວໆ.

ທ່ານ ສຸບັນ ສະວະບຸດຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບມາດຕະການຈັດຕັ້ງປະຕິບັດ ຊຶ່ງປະກອບມີ 5 ມາດຕະການທີ່ສຳຄັນ ເພື່ອຮັບປະກັນໃຫ້ການກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂຊຸດທີ V ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

(ຂ່າວ: ບຸນຕອມ, ພາບ: ເກດ)

ຄໍາເຫັນ

ຂ່າວການເມືອງ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 7 ມັງກອນ ນີ້ ທີ່ຫ້ອງປະຊຸມ ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພາກອນ ແກ້ວມະນີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ