ອຸດົມໄຊ ແລະ ດຽນບຽນ ຫາລືການຮ່ວມມື ດ້ານການທ່ອງທ່ຽວ

ອຸດົມໄຊ ແລະ ດຽນບຽນ ຫາລືການຮ່ວມມື ດ້ານການທ່ອງທ່ຽວ

ອຸດົມໄຊ ແລະ ດຽນບຽນ ຫາລືການຮ່ວມມື ດ້ານການທ່ອງທ່ຽວ
ການພົບປະແລກປ່ຽນບົດຮຽນ ແລະ ປຶກສາຫາລື ຮ່ວມກັນລະຫວ່າງ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງອຸດົມໄຊ ສປປ ລາວ ແລະ ຂະແໜງການທ່ອງທ່ຽວ ແຂວງດຽນບຽນ ສສ ຫວຽດນາມ ໃນການຮ່ວມມື ດ້ານການທ່ອງທ່ຽວ ກ່ຽວກັບການຮ່ວມມື ພັດທະນາ ແລະ ເຊື່ອມໂຍງ ເສັ້ນທາງການທ່ອງທ່ຽວສອງແຂວງ ຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ແຂວງອຸດົມໄຊ ໂດຍມີທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງອຸດົມໄຊ, ທ່ານ ນາງ ກາວ ທິຕວຽດລານ ຄະນະປະຈຳພັກແຂວງ, ຮອງປະທານ ຜູ້ປະຈຳການ ສະພາປະຊາຊົນ ແຂວງດຽນບຽນ ພ້ອມດ້ວຍຄະນະເຂົ້າຮ່ວມ.
ອດມໄຊ ແລະ ດຽນບຽນ ຫາລການຮວມມ ດານການທອງທຽວ - image 1
 

ການແລກປ່ຽນບົດຮຽນ ແລະ ປຶກສາຫາລືຮ່ວມກັນ ເພື່ອພັດທະນາ ແລະ ຍົກລະດັບ ວຽກງານການບໍລິການ ທາງດ້ານການທ່ອງທ່ຽວ ຂອງສອງແຂວງ ໃຫ້ນັບມື້ນັບມີບາດກ້າວທີ່ດີຂຶ້ນ ສາມາດຕອບສະໜອງຄວາມຕ້ອງການ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍການເຊື່ອມຈອດ, ເຊື່ອມໂຍງ ເຊິ່ງກັນ ແລະ ກັນ ພ້ອມທັງສາມາດເຊື່ອມຕໍ່ໄປຫາປະເທດໃກ້ຄຽງໄດ້, ຂະຫຍາຍຕາໜ່າງການບໍລິການ ການທ່ອງທ່ຽວໃຫ້ກວ້າງຂວາງ ດ້ວຍການສ້າງບັນດາພື້ນຖານໂຄ່ງລາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ຫລາຍຂຶ້ນ ໂດຍແນໃສ່ໃນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວ ຢູ່ພາຍໃນແຂວງອຸດົມໄຊ ແລະ ແຂວງດຽນບຽນ ໃຫ້ນັບມື້ນັບເພີ່ມຂຶ້ນ ໃນນີ້, ທັງສອງຝ່າຍ ໄດ້ມີຄຳຄິດເຫັນ ແລະ ນຳສະເໜີແນວຄວາມຄິດ, ຮູບແບບ, ວິທີການ ຂອງຕົນເອງ ໃນການຮ່ວມມື ພັດທະນາ ແລະ ເຊື່ອມໂຍງການທ່ອງທ່ຽວເຊິ່ງກັນ ແລະ ກັນ ເປັນຕົ້ນ ຮ່ວມມືກັນປັບປຸງການຄຸ້ມຄອງ ພາຫະນະການທ່ອງທ່ຽວ, ເສັ້ນທາງການສັນຈອນໃຫ້ມີຄວາມສະດວກ-ສະບາຍ ແລະ ຮັບປະກັນຄວາມປອດໄພ, ສ້າງສາຍການທ່ອງທ່ຽວ ໃຫ້ເປັນລະບົບ ແລະ ປົກກະຕິຕໍ່ເນື່ອງ, ໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານ ບັນດາກິດຈະກຳການທ່ອງທ່ຽວ ຜ່ານທຸກຊ່ອງທາງ ໂດຍສະເພາະທາງອອນລາຍ, ເວບໄຊ, ຊຸກຍູ້ສົ່ງເສີມ ນັກລົງທຶນປັບປຸງຍົກລະດັບ ການບໍລິການໃຫ້ມີຄຸນນະພາບ ເປັນຕົ້ນ ສະຖານທີ່ພັກເຊົາ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ສ້າງໃຫ້ມີກິດຈະກຳ ແລະ ພົບປະ ແລກປ່ຽນ ທາງດ້ານສິລະປະ, ວັດທະນະທຳ, ຮີດຄອງປະເພນີ ແລະ ອື່ນໆ ລະຫວ່າງສອງແຂວງ, ພັດທະນາກິດຈະກຳການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ, ຝຶກອົບຮົມຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານລັດ, ຜູ້ປະກອບການ ແລະ ວິຊາການ ກ່ຽວກັບການບໍລິການນັກທ່ອງທ່ຽວ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ພຽງພໍ.

ການແລກປ່ຽນບົດຮຽນ ແລະ ປຶກສາຫາລື ເປັນບາດກ້າວສຳຄັນ ທີ່ຈະເຮັດໃຫ້ວຽກງານການທ່ອງທ່ຽວ ຂອງສອງແຂວງ ດຽນບຽນ-ອຸດົມໄຊ ມີໃບໜ້າໃໝ່, ໄດ້ຮັບການປັບປຸງ, ແກ້ໄຂ ແລະ ພັດທະນາ ຢ່າງຕໍ່ເນື່ອງ.ຂ່າວ-ພາບ: ຄານມະນີ ຮຽນດໍຈັນ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ