![]() |
ໃນໂອກາດນີ້, ທ່ານ ຄໍາແສງ ອາລີ ໄດ້ກ່າວວ່າ: "ມື້ນີ້ຖືເປັນວັນປະຫວັດສາດ ເພາະເປັນມື້ເລີ່ມຕົ້ນຜະລິດກະແສໄຟຟ້າຢ່າງເປັນທາງການ ຊຶ່ງກົງກັບວັນຄ້າຍວັນເກີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 105 ປີ". ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ ມີກຳລັງຕິດຕັ້ງລວມ 1,000 MW, ເປັນໜຶ່ງໃນໂຄງການພະລັງງານສະອາດຂະໜາດໃຫຍ່ທີ່ສຸດ ຂອງ ສປປ ລາວ ແລະ ເປັນຕົ້ນແບບໃນການພັດທະນາພະລັງງານສະອາດໃນອະນາຄົດ. ການເປີດນຳໃຊ້ໂຄງການນີ້, ຈະຊ່ວຍສ້າງໃບໜ້າໃໝ່ໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ ກໍຄື ລະດັບຊາດ. ນອກຈາກການຜະລິດໄຟຟ້າ, ໂຄງການຍັງໄດ້ນຳເອົາເຕັກໂນໂລຊີໃໝ່ ແລະ ການຝຶກອົບຮົມວິຊາການມາສູ່ຊາວໜຸ່ມທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ລາຍຮັບ ໃຫ້ແກ່ ປະຊາຊົນບັນດາເຜົ່າ. ບໍລິສັດ ຊີຈີເອັນ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ນັບແຕ່ເລີ່ມກໍ່ສ້າງໃນວັນທີ 18 ທັນວາ 2024 ເປັນຕົ້ນມາເຊັ່ນ: ການສະໜອງທຶນປັບປຸງ ໂຮງຮຽນ ມສ ເມືອງໄຊ, ການກໍ່ສ້າງຂົວ-ທາງ ແລະ ພື້ນຖານໂຄງລ່າງອື່ນໆ.
ທ່ານ ຄໍາແສງ ອາລີ ຍັງໄດ້ຕື່ມວ່າ: ຈາກການລົງກວດກາພາກສະໜາມຫຼາຍຄັ້ງ ເຫັນວ່າ ບໍລິສັດໄດ້ປະຕິບັດມາດຕະການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ຮ່ວມມືກັນພັດທະນາພະລັງງານ ແລະ ອຸດສາຫະກຳຂອງແຂວງອຸດົມໄຊ ໃຫ້ເຂັ້ມແຂງ ໃນອະນາຄົດ.
(ຂ່າວ: ແສງອາທິດ)

ຄໍາເຫັນ