ລາຍງານລະບຸວ່າ: ແສງແດດເຮັດໃຫ້ທົ່ວປະເທດມີອຸນຫະພູມສູງຂຶ້ນຕັ້ງແຕ່ເຊົ້າ, ໂດຍມີການເຕືອນໂຣກລົມແດດ ຫຼື heatstroke ໃນ 39 ແຂວງຈາກທັງໝົດ 47 ແຂວງ ລວມທັງແນະນຳໃຫ້ປະຊາຊົນເບິ່ງແຍງຕົນເອງໂດຍຫຼີກລ່ຽງການອອກໄປທາງນອກ ແລະ ຢູ່ໃນພື້ນທີ່ຮົ່ມ.
JMA ລາຍງານວ່າ: ເວລາ 11:30 ໂມງ ຕາມເວລາທ້ອງຖິ່ນ ອຸນຫະພູມໃນເມືອງໄດໂກະ ແຂວງອິບາຣາກິ ສູງເຖິງ 37,5 ອົງສາ, ອຸນຫະພູມໃນເມືອງຮາມາມັດສຶ ແຂວງຊິຊູໂອກະ ສູງ 37,4 ອົງສາ ແລະ ໃນນະຄອນຫຼວງໂຕກຽວ ສູງເຖິງ 36,1 ອົງສາ.
JMA ຄາດວ່າ: ອຸນຫະພູມສູງສຸດເວລາຕອນກາງເວັນໃນເມືອງກິຟຸ ແລະ ເມືອງຄູມາງາຍະ ແຂວງໄຊຕາມະ ອາດສູງເຖິງ 39 ອົງສາ ສ່ວນໃນເມືອງອື່ນໆຂອງແຂວງໄຊຕາມະ ແລະ ນາໂກຍາອາດສູງເຖິງ 39 ອົງສາ.
ຄໍາເຫັນ