ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ
ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທໍາ, ສ້າງລາຍຮັບ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດກາຍເປັນມືອາຊີບ ແລະ ເປັນກໍາລັງແຮງງານ ທີ່ສໍາຄັນທີ່ສຸດໃນການສ້າງສາບ້ານເກີດເມືອງນອນຂອງຕົນ ໃຫ້ມັ່ງຄັ່ງເຂັ້ມແຂງໃນຕໍ່ໜ້າ.
ປະຈບນມຄນລາວອາໃສຢ ສ.ເກາຫ 15,000 ຄນ - image 1
 

ໄລຍະຜ່ານມາ ກະຊວງ ຮສສ ໄດ້ສ້າງ ແລະ ປັບປຸງກົນໄກການຄຸ້ມຄອງວຽກງານດັ່ງກ່າວ ໂດຍສຳເລັດການສ້າງກົດໝາຍວ່າດ້ວຍການຈັດຫາງານ ແລະ ການຫັນການບໍລິການຈັດຫາງານໃຫ້ທັນສະໄໝ ແນໃສ່ເຮັດໃຫ້ການບໍລິການໄດ້ຄຸນນະພາບ ສາມາດຕອບສະໜອງກັບຄວາມຕ້ອງການຂອງຜູ້ມາໃຊ້ບໍລິການ ແລະ ສັງຄົມ; ສ້າງໂອກາດ ການມີວຽກເຮັດງານທໍາຢູ່ຕ່າງປະເທດ ໂດຍສະເພາະປະເທດທີ່ມີລາຍຮັບສູງ ແລະ ສະຫວັດດີການສັງຄົມທີ່ດີ ແມ່ນຊ່ອງທາງໜຶ່ງທີ່ຊ່ວຍໃນການພັດທະນາສີມືໃຫ້ແກ່ຜູ້ອອກແຮງງານໃນການຍົກສູງຄຸນນະພາບການຜະລິດ, ນິໃສການເຮັດວຽກແບບອຸດສາຫະກໍາ ພ້ອມທັງຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຜູ້ອອກແຮງງານ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ.ເກົາຫຼີ ໃນວັນທີ 10 ກໍລະກົດ ຜ່ານມານີ້ ໂດຍໄດ້ສະແດງຄວາມຂອບໃຈໄປຍັງລັດຖະບານ ສ.ເກົາຫຼີ ກໍຄືກະຊວງ ຮສສ ທີ່ໃຫ້ການຊ່ວຍເຫຼືອຫຼາຍໆດ້ານເປັນການສ້າງໂອກາດໃຫ້ແຮງງານລາວ ໄດ້ເຮັດວຽກໃນຂະແໜງການຕ່າງໆ ເປັນຕົ້ນໃນພາກກະສິກຳ ເຮັດໃຫ້ແຮງງານລາວໄດ້ມີທັກສະໃນການເຮັດວຽກທີ່ທັນສະໄໝ ນຳເອົາຄວາມຮູ້ຄວາມສາມາດ, ທີ່ສຳຄັນແມ່ນໄດ້ມີລາຍຮັບທີ່ດີ ມາພັດທະນາຄອບຄົວ ແລະ ປະເທດຊາດ.

ປະຈບນມຄນລາວອາໃສຢ ສ.ເກາຫ 15,000 ຄນ - image 2
 

ລັດຖະບານ ສປປ ລາວ ມີນະໂຍບາຍ ແລະ ໃຫ້ຄວາມສໍາຄັນ ໃນການສົ່ງເສີມປະຊາຊົນຜູ້ທີ່ປະກອບອາຊີບກະສິກໍາ ໂດຍສະເພາະຜູ້ທີ່ອາໃສໃນຂົງເຂດຊົນນະບົດ ໃຫ້ມີໂອກາດໃນການເຂົ້າເຖິງການພັດທະນາສີມືແຮງງານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາ ຊຶ່ງແນ່ນອນວ່າ ສ.ເກົາຫຼີ ກໍແມ່ນເປົ້າໝາຍໜຶ່ງທີ່ສໍາຄັນທີ່ລັດຖະບານລາວ ມີເຈດຈໍານົງໃນການຮ່ວມມືໃນຫຼາຍໆດ້ານ ລວມທັງການຈັດສົ່ງແຮງງານລາວໄປເຮັດວຽກໃນຂົງເຂດກະສິກໍາ ເພື່ອຖ່າຍທອດເອົາຄວາມຮູ້ ແລະ ປະສົບການ ຂອງຊາວກະສິກອນ ສ.ເກົາຫຼີ ເພື່ອມາພັດທະນາບ້ານເກີດເມືອງນອນຂອງເຂົາເຈົ້າ.

ໃນຜ່ານມາ, ກະຊວງ ຮສສ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ສ.ເກົາຫຼີ (ນັບແຕ່ເດືອນພຶດສະພາ 2022 ມາຮອດປະຈຸບັນ) ໄດ້ມີບົດບັນທຶກການຮ່ວມມືຢູ່ 2 ແຂວງ ແລະ 80 ເມືອງ ສາມາດຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີ ທັງໝົດ 11,000 ກວ່າຄົນ ຍິງ 5,000 ກວ່າຄົນ.ສຳລັບເມືອງກັງຮວາ ເຫັນວ່າມີຄວາມຕ້ອງການແຮງງານລາວທີ່ໄປເຮັດວຽກຢູ່ເມືອງດັ່ງກ່າວໄດ້ຮັບຜົນປະໂຫຍດສູງສຸດ ແລະ ສອງຝ່າຍຍັງພ້ອມກັນປັບປຸງບັນດານະໂຍບາຍຕ່າງໆ...ຖືວ່າຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບແຮງງານຂອງລາວ ກໍຈະໄດ້ຮັບການພັດທະນາສີມືແຮງງານ, ມີລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ພ້ອມທັງຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດຂອງລາວ ພ້ອມທັງເຮັດໃຫ້ຊາວກະສິກອນ, ເຈົ້າຂອງບັນດາຟາມພາຍໃນເມືອງ ກໍຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາໃຫ້ຫຼາຍຂຶ້ນ.

ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດພິເສດ ຕໍ່ຜູ້ສື່ຂ່າວ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນນີ້, ມີຄົນລາວ ທີ່ອາໃສຢູ່ ສ. ເກົາຫຼີ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ມີຕົວເລກປະມານ 15,000 ຄົນ ຈາກປະມານ 1,000 ຄົນ ໃນ 3 ປີກ່ອນ ຊຶ່ງສ່ວນຫຼາຍແມ່ນແຮງງານ ແລະ ທ່ານຍັງໄດ້ຝາກຜູ້ສື່ຂ່າວພວກເຮົາທີ່ຈະເຂົ້າຮ່ວມກອງປະຊຸມ ປະຈໍາປີ ຄັ້ງທີ XIV ທີ່ສະມາຄົມ ສ. ເກົາຫຼີ-ລາວ ເປັນເຈົ້າພາບໂດຍໃຫ້ຊ່ວຍສໍາພາດແຮງງານລາວ ແນໃສ່ເກັບກໍາຂໍ້ມູນຄວາມຈິງ ຂອງສະພາບການດໍາລົງຊີວິດໃນ ສ. ເກົາຫຼີ ເຊັ່ນ: ສະພາບການດໍາລົງຊີວິດ, ການໄດ້ຮັບຄ່າຈ້າງ ທີ່ເປັນທຳ ຫຼື ບໍ່ເປັນທໍາ, ການຖືກລ່ວງລະເມີດ, ການໄດ້ຮັບການປົກປ້ອງ ຕາມລະບຽບກົດໝາຍ ແລະ ຫຼັກການມະນຸດສະທໍາ ເວລາຖືກປະຕິບັດຢ່າງບໍ່ຍຸຕິທໍາ ແລະ ບັນຫາອື່ນໆ ທີ່ຕິດພັນກັບສິດທິ ແລະ ຜົນປະໂຫຍດອັນຊອບທໍາ ຂອງແຮງງານລາວ ຢູ່ ສ. ເກົາຫຼີ; ທັງນັ້ນ, ກໍເພື່ອຈັດຕັ້ງປະຕິບັດ ຕາມແນວທາງ ຂອງສອງລັດຖະບານ ທີ່ວາງໄວ້.

ປະຈບນມຄນລາວອາໃສຢ ສ.ເກາຫ 15,000 ຄນ - image 3
 

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ