ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນ ແມງ ຮຸງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສສ ຫວຽດນາມ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຫວ່າງບໍ່ດົນມານີ້ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮ່ວມມືໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ.

 

ປະດບຫຽນໄຊ ໃຫການນາຂນສງ ກວຕ ຫວຽດນາມ - image 1
 

ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ທີ່ສຳນັກງານ ກວຕ ໄດ້ມີການພົບປະກັນຢ່າງອົບອຸ່ນລະຫວ່າງ ທ່ານ ບໍ່ວຽງຄໍາ ວົງດາລາ ແລະ ທ່ານ ຫງວຽນ ແມງ ຮຸງ, ໂດຍມີ ທ່ານ ນາງ ຄຳເພົາ ເອີນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ຕິດຕາມເຂົ້າຮ່ວມ. ຈຸດປະສົງໃນການພົບປະ ກໍແມ່ນເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນລະຫວ່າງສອງກະຊວງ ຊຶ່ງໄດ້ພົບປະໃນໄລຍະທີ່ມີການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 48 ປີ (18/07/1977 - 18/07/2025) ອັນເປັນນິມິດໝາຍທີ່ດີ ແລະ ສໍາຄັນ ຊຶ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືມິດຕະພາບ ແລະ ຜັນຂະຫຍາຍສັນຍາຮ່ວມມືທັງສອງຝ່າຍທີ່ໄດ້ເຊັນຮ່ວມກັນໃນຜ່ານມາ, ພ້ອມທັງໄດ້ປຶກສາຫາລືການຮ່ວມມື ລະຫວ່າງສອງກະຊວງໃນຕໍ່ໜ້າ.

ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ກ່າວມີຄໍາເຫັນຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອການພົວພັນຮ່ວມມືແບບຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ກຕສ ແລະ ກວຕ. ໃນໂອກາດດຽວກັນ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ກໍກ່າວລາຍງານເນື້ອໃນການສະເໜີທິດທາງການຮ່ວມມືໃນປັດຈຸບັນ ແລະ ແຜນວຽກງານໃນຕໍ່ໜ້າ; ຈາກນັ້ນ, ສອງຝ່າຍ ກໍໄດ້ມີຄໍາເຫັນແລກປ່ຽນ ເພື່ອໃຫ້ການຮ່ວມມືຂອງສອງກະຊວງໄດ້ຮັບໝາກຜົນໃນການຈັດຕັ້ງປະຕິບັດເພື່ອຜັນຂະຫຍາຍໃຫ້ສືບຕໍ່ເປັນຮູບປະທຳຕື່ມອີກດ້ວຍ.

ປະດບຫຽນໄຊ ໃຫການນາຂນສງ ກວຕ ຫວຽດນາມ - image 2
 

ນອກນີ້, ກໍໄດ້ມີວາລະອັນພິເສດ ຊຶ່ງ ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າ ພັກ-ລັດ ແຫ່ງ ສປປ ລາວ ເປັນກຽດ ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ແລະ ການຈັດຕັ້ງຂອງ ກວຕ ແຫ່ງ ສສ ຫວຽດນາມ ໂດຍໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ ທ່ານ ຫງວຽນ ແມງ ຮຸງ ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານ ເຫື່ອແຮງ, ສະຕິປັນຍາ ເຂົ້າໃນການນໍາພາ-ຊີ້ນໍາ ການພັດທະນາສ້າງລະບົບປະຕິບັດການຮັກສາຄວາມປອດໄພ, ລະບົບລາຍເຊັນແບບເອເລັກໂຕຣນິກ ແລະ ການກໍ່ສ້າງຊັບພະຍາກອນມະນຸດ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ສ້າງຮ່າງນິຕິກໍາ ເພື່ອຄຸ້ມຄອງ ແລະ ການນໍາໃຊ້ເລກໝາຍອິນເຕີເນັດ ສົ່ງເສີມການຫັນປ່ຽນ ແລະ ການນໍາໃຊ້ IPv6 (ໂຕເລກລະບຸ ແລະ ກຳນົດຕົວຕົນພາຍໃນເນັດເວີກ); ຜົນງານດັ່ງກ່າວ, ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ພ້ອມນີ້, ກໍໄດ້ສືບຕໍ່ດຳເນີນພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ພະນັກງານສູນອິນເຕີເນັດ ສສ ຫວຽດນາມ 5 ສະຫາຍ ໄດ້ແກ່ ທ່ານ ຫງວຽນ ເລ ຖຸຍ ອະດີດຫົວໜ້າສູນອິນເຕີເນັດແຫ່ງຊາດອະດີດປະທານສະພາບໍລິຫານ ຂອງ ສູນອິນເຕີເນັດແຫ່ງຊາດ, ທ່ານ ຮວາງ ມິງ ເກືອງ ອະດີດຫົວໜ້າສູນອິນເຕີເນັດແຫ່ງຊາດຮອງເລຂາພັກ ແຂວງ ຮາຍຟອງ, ທ່ານ ເຈີນ ມິງ ເຕີນ ອະດີດຫົວໜ້າສູນອິນເຕີເນັດແຫ່ງຊາດຮອງອໍານວຍການສະຖາບັນຍຸດທະສາດຂໍ້ມູນຂ່າວສານ ແລະ ການສື່ສານ ແຫ່ງຊາດ, ທ່ານ ເລ ຫງອກ ດຶກ ປະທານສະພາບໍລິຫານສູນອິນເຕີເນັດແຫ່ງຊາດ, ທ່ານ ຫງວຽນ ຮົງ ຖັງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ສືບຕໍ່ ດຳເນີນພິທີປະດັບຫຼຽນໄຊມິດຕະພາບ ໃຫ້ ສູນອິນເຕີເນັດ ແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ໃນໂອກາດເດີນທາງເຄື່ອນໄຫວວຽກດັ່ງກ່າວ, ທ່ານລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບັນດາກົມ, ສູນ, ສະຖາບັນ ທີ່ຈະໄດ້ມີການຮ່ວມມືແລກປ່ຽນແນວທາງການພັດທະນາ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກຕສ)

ຄໍາເຫັນ

ຂ່າວການຮ່ວມມື

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ປະຈຸບັນມີຄົນລາວອາໃສຢູ່ ສ.ເກົາຫຼີ 15,000 ຄົນ

ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທໍາ, ສ້າງລາຍຮັບ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດກາຍເປັນມືອາຊີບ ແລະ ເປັນກໍາລັງແຮງງານ ທີ່ສໍາຄັນທີ່ສຸດໃນການສ້າງສາບ້ານເກີດເມືອງນອນຂອງຕົນ ໃຫ້ມັ່ງຄັ່ງເຂັ້ມແຂງໃນຕໍ່ໜ້າ.
ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະ​ເຫຼີ​ມສະຫຼອງ​ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ຂຶ້ນ ໃນວັນທີ 22 ສິງຫານີ້ ທີ່ໂຮງແຮມເມືອງແທັງ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.
ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ຮອງປະທານປະເທດ ສສ ຫວຽດນາມ ຢ້ຽມຢາມສະມາຄົມແມ່ຍິງພິການ ຢູ່ລາວ

ໂອກາດມາຢ້ຽມ ສປປ ລາວ ຢ່າງເປັນທາງການ, ທ່ານ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ມາຢ້ຽມຢາມ ສະມາຄົມແມ່ຍິງພິການ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ສິງຫານີ້ ໂດຍການຕ້ອນຮັບຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຈັນເພັງ ສີວິລາ ປະທານສະມາຄົມແມ່ຍິງພິການ ແລະ ສູນພັດທະນາແມ່ຍິງພິການ ພ້ອມດ້ວຍຄະນະ.
ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ໃນວັນທີ 22 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10 ຈັດຂຶ້ນທີ່ປະເທດມົງໂກລີ, ພາຍໃຕ້ຄຳຂວັນ: “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານພາກພື້ນອາເມຣິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ໃນໂອກາດເດີນທາງຢ້ຽມຢາມມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10, ໃນວັນທີ 21 ສິງຫາ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ (H.E. GombojovZandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານມົງໂກລີ.
ເພີ່ມເຕີມ