ດັັດຊະນີການຄ້າຈີນ - ປະເທດສະມາຊິກບຣິກສ ມີຕົວຊີ້ວັດ 4 ດ້ານ ຄື: ຂະໜາດການຄ້າ, ໂຄງປະກອບການຄ້າ, ການປະດິດສ້າງດ້ານການຄ້າ ແລະ ກຳລັງແຮງບົ່ມຊ້ອນດ້ານການຄ້າ ໂດຍມີຈຸດປະສົງເພື່ອຕິດຕາມປະເມີນລະດັບການພັດທະນາການຄ້າລະຫວ່າງສອງຝ່າຍ, ສະໜອງຫຼັກອ້າງອີງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານເພື່ອຈັດວາງ ແລະ ປັບປຸງນະໂຍບາຍການຄ້າ ພ້ອມທັງສະໜອງຂໍ້ມູນຂ່າວສານໃຫ້ວິສາຫະກິດຂາເຂົ້າ-ຂາອອກຢ່າງຫຼວງຫຼາຍເພື່ອວາງແຜນການດຳເນີນທຸລະກິດ.
ເສດຖະກິດຈີນ ໄດ້ຮັກສາສະພາບຄວາມໝັ້ນທ່ຽງ ທ່າອ່ຽງກ້າວໄປໜ້າ ແລະ ຄວາມໝັ້ນໜຽວ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຄໍາເຫັນ