ປະກາດການຈັດຕັ້ງພະນັກງານສານປະຊາຊົນທົ່ວແຂວງຫຼວງພະບາງ

ປະກາດການຈັດຕັ້ງພະນັກງານສານປະຊາຊົນທົ່ວແຂວງຫຼວງພະບາງ
ພິທີປະກາດການຈັດຕັ້ງຂອງພະນັກງານສານປະຊາຊົນພາກເໜືອ, ສານປະຊາຊົນແຂວງ ແລະ ສານປະ ຊາຊົນເຂດ 1-2-3 ທົ່ວແຂວງຫຼວງພະບາງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ພະແນກການເງິນແຂວງ ໂດຍການເປັນປະທານຂອງທ່ານ ອານົງ ຍອຍສາຍຄໍາ ຮອງປະທານສານປະຊາຊົນສູງສຸດ, ມີທ່ານ ສໍານານ ສົນທະນີ ປະ ທານສານປະຊາຊົນແຂວງ, ມີຕາງໜ້າກົມຈັດຕັ້ງພະນັກງານ, ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ການປະກາດການຈັດຕັ້ງຄັ້ງນີ້, ຈັດຂຶ້ນເພື່ອເປັນການປັບປຸງລະບົບການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານ ວິຊາການຂຶ້ນເປັນຈ່າສານ, ແຕ່ງຕັ້ງຜູ້ຊ່ວຍຜູ້ພິພາກສາຂຶ້ນເປັນຜູ້ພິພາກສາຊັ້ນ 1 ແລະ ຜູ້ຊ່ວຍຜູ້ພິພາກສາສານ.ໂອກາດດັ່ງກ່າວ, ທ່ານນາງ ແກ້ວຫຼ້າ ຄໍາວົງສາ ຮອງຫົວໜ້າກົມຈັດຕັ້ງພະນັກງານໄດ້ຜ່ານຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ວ່າດ້ວຍການຊັບປ່ຽນບ່ອນປະຈໍາການ ແລະ ການແຕ່ງຕັ້ງຫົວໜ້າຄະນະສານ ພ້ອມດ້ວຍມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດໃຫ້ແກ່ຜູ້ພິພາກສາ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຢູ່ສານປະຊາຊົນໃນທົ່ວແຂວງຫຼວງພະບາງ, ຊຶ່ງມີທັງໝົດ 28 ທ່ານ, ຍິງ 8 ທ່ານ. ໃນນີ້ຍົກຍ້າຍທ່ານ ພອນປະເສີດ ຈັນທະພອນ ຫົວໜ້າຄະນະສານແຮງງານສານປະຊາຊົນແຂວງ ໄປເປັນຫົວໜ້າຄະນະສານແພ່ງ ປະຈຳສານປະຊາຊົນພາກເໜືອ.ຍົກຍ້າຍທ່ານ ຄຳພັນ ພົມມາລັດ ປະທານສານປະຊາຊົນເຂດ 1 ໄປເປັນຫົວໜ້າຄະນະສານແຮງງານປະຈຳສານປະຊາຊົນແຂວງ, ແຕ່ງຕັ້ງທ່ານ ຂວັນໄຈ ແສງສະກຸນ ຮັກສາການປະທານສານເຂດ 1 ແຂວງຫຼວງພະບາງ.  ແຕ່ງຕັ້ງທ່ານ ສົມດີ ອຸທອນສິນ ເປັນຫົວໜ້າຄະນະສານແພ່ງປະຈຳສານປະຊາຊົນເຂດ 1, ແຕ່ງຕັ້ງທ່ານ ສຸລະສິດ ລັດຕະນະ ເປັນຫົວໜ້າຄະນະສານອາຍາປະຈຳສານປະຊາຊົນເຂດ 1, ແຕ່ງຕັ້ງທ່ານ ພອນສັກດາ ນິນທະ ລາ ເປັນຫົວໜ້າຄະນະສານອາຍາປະຈຳສານປະຊາຊົນເຂດ 3, ແຕ່ງຕັ້ງທ່ານ ສີພາ ພົງປະດິດ ເປັນຫົວໜ້າຄະນະສານແພ່ງປະຈຳສານປະຊາຊົນເຂດ 3, ແຕ່ງຕັ້ງຜູ້ຊ່ວຍຜູ້ພິພາກສາສານ 19 ທ່ານ, ຍິງ 8 ທ່ານ, ໃນນີ້ມີຜູ້ຊ່ວຍຜູ້ພິພາກສາສານພາກເໜືອ 8 ທ່ານ, ຍິງ 3 ທ່ານ, ຜູ້ຊ່ວຍຜູ້ພິພາກສາສານປະຊາຊົນແຂວງ 3 ທ່ານ, ຍິງ 2 ທ່ານ, ຜູ້ຊ່ວຍຜູ້ພິພາກສາສານເຂດ 1 ມີ 3 ທ່ານ, ຍິງ 1 ທ່ານ, ຜູ້ຊ່ວຍຜູ້ພິພາກສາສານເຂດ 2 ມີ 5 ທ່ານ,ຍິງ 2 ທ່ານ ແລະ ຜູ້ຊ່ວຍຜູ້ພິພາກສາສານເຂດ 3 ມີ 4 ທ່ານ. ຈາກນັ້ນທ່ານ ອານົງ ຍອຍສາຍຄໍາ ໄດ້ໃຫ້ກຽດປະດັບຊັ້ນ ແລະ ມອບຂໍ້ຕົກລົງດັ່ງກ່າວໃຫ້ບັນດາຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຊັບປ່ຽນບ່ອນປະຈໍາການຢ່າງສົມກຽດ ພ້ອມທັງມີຄໍາເຫັນໂອ້ລົມ. ໃນພິທີບັນດາຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໄດ້ຂຶ້ນສາບານຕົນ ເພື່ອປະຕິບັດໜ້າທີ່ໆພັກ ແລະ ລັດມອບໝາຍໃຫ້ດ້ວຍຄວາມໂປ່ງໃສ ແລະ ຍຸດຕິທໍາຕໍ່ໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ.
    ຂ່າວ: ເພັດສາຄອນ ສິມມະວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ