ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ ສນຍ

ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ ສນຍ

ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ ສນຍ
ໃນວັນທີ 6 ເມສານີ້, ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດພິທີປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງຂອງຫ້ອງວ່າການ ສນຍ ໄປຮັບໜ້າທີ່ໃໝ່ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ; ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ລັດຖະມົນຕີປະຈຳ ສນຍ; ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ແຂກຖືກເຊີນພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ທີ່ມີຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າພະແນກຂຶ້ນໄປ ເຂົ້າຮ່ວມ.
ປະກາດການນຳຂນສງ ອອກພກການ-ຮບອດໜນບຳນານ ແລະ ຍກຍາຍພະນກງານນຳພາ-ຄມຄອງ ຂອງຫອງວາການ ສນຍ - image 1
 

 

ໃນໂອກາດນີ້, ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານປະເທດວ່າດ້ວຍອະນຸມັດໃຫ້ການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ຄື: ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ; ທ່ານ ສອນໄຊ ສິດພະໄຊ ກຳມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ພ້ອມກັນນັ້ນ ກໍໄດ້ຜ່ານຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ໄປປະຈຳການບ່ອນໃໝ່ຄື: ທ່ານ ວິຣະພົງສ໌ ພົມດວງດີ ແລະ ທ່ານ ພັນ ພົມມະຈັນ ຫົວໜ້າກົມ ເລຂານຸການປະຈຳ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະ ມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ. ຫຼັງຈາກນັ້ນ, ກໍໍໄດ້ມອບນິຕິກຳດັ່ງກ່າວ ໃຫ້ແກ່ບັນດາທ່ານ ທີ່ໄດ້ຮັບະໂຍບາຍອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍ ໃນຄັ້ງນີ້.

ປະກາດການນຳຂນສງ ອອກພກການ-ຮບອດໜນບຳນານ ແລະ ຍກຍາຍພະນກງານນຳພາ-ຄມຄອງ ຂອງຫອງວາການ ສນຍ - image 2
 

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານ ທີ່ໄດ້ຮັບນະໂຍບາຍ ອອກພັກການ-ຮັບອຸດໜູນບຳນານ ໃນຄັ້ງນີ້ຊຶ່ງໄດ້ມີຜົນງານອັນໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດຮອດຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ຄວາມເປັນແບບຢ່າງ, ນໍ້າໃຈເສຍສະຫຼະ ແລະ ຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້ ຊຶ່ງຄົນຮຸ່ນໜຸ່ມ ກໍຄືພະນັກງານຮຸ່ນສືບທອດ ຕ້ອງໄດ້ຖອດຖອນບົດຮຽນເອົາເປັນແບບຢ່າງ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນັ້ນ ກໍເຊື່ອໝັ້ນວ່າ ເມື່ອໄດ້ອອກພັກການ-ຮັບບຳນານແລ້ວ, ບັນດາທ່ານ ຍັງຈະສືບຕໍ່ປະກອບ ສ່ວນຊ່ວຍພັກ-ລັດດ້ວຍຮູບການຕ່າງໆ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງສືບຕໍ່ອະທິບາຍຊີ້ແຈງແນວທາງນະໂຍບາຍຂອງພັກ-ລັດໃຫ້ຄົນອ້ອມຂ້າງໄດ້ຮັບຮູ້ ແລະ ເຂົ້າໃຈ. ສໍາລັບການຍົກຍ້າຍພະນັກງານ ນໍາພາ-ຄຸ້ມຄອງຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດສະແດງໃຫ້ເຫັນວ່າທັງສອງທ່ານແມ່ນໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ມີຄວາມຮັບຜິດຊອບສູງຕໍ່ການນຳຂັ້ນເທິງ ຊຶ່ງຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຮອບດ້ານ ແລະ ທີ່ສຳຄັນຕ້ອງເປັນແກນກາງຮັກສາຄວາມສາມັກຄີພາຍໃນ.

ປະກາດການນຳຂນສງ ອອກພກການ-ຮບອດໜນບຳນານ ແລະ ຍກຍາຍພະນກງານນຳພາ-ຄມຄອງ ຂອງຫອງວາການ ສນຍ - image 3
 

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນແລະ ສາກົນ ໂດຍສະເພາະບັນຫາຄວາມບໍ່ສະຫງົບຢູ່ເຂດຕາເວັນອອກກາງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະ ນາເສດຖະກິດ-ສັງຄົມ ຂອງຫຼາຍປະເທດໃນໂລກ, ໃນນັ້ນ ສປປ ລາວ ກໍບໍ່ສາມາດຫຼີກລ່ຽງໄດ້ ໂດຍສະເພາະບັນຫາຂາດແຄນນໍ້າມັນເຊື້ອໄຟ ແລະ ລາຄາທີ່ເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ເຮັດໃຫ້ມີຄວາມສ່ຽງຕໍ່ການເໜັງຕີງຂອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍຄືການປະຕິບັດແຜນພັດທະນາຕ່າງໆ ຂອງລັດຖະບານ. ຕໍ່ສະພາບດັ່ງກ່າວ, ລັດຖະບານ ໄດ້ອອກຄຳສັ່ງ 40/ນຍ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ແລະ ຂໍ້ຕົກລົງ 21/ນຍ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ເພື່ອຄົ້ນຄວ້າ, ລາຍງານ ແລະ ສະເໜີມາດຕະການ ຕໍ່ລັດຖະບານ ໃນແຕ່ລະວັນ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ແລະ ທົ່ວສັງຄົມເອົາໃຈໃສ່ໃນການປະຢັດມັດທະຍັດ ແລະ ຫັນໄປນໍ້າໃຊ້ລົດເມຂົນສົ່ງສາທາລະນະ, ລົດໄຟຟ້າ ແລະ ພະລັງງານທົດແທນຕ່າງໆ ຕາມທ່າແຮງຂອງຕົນ ໃຫ້ຫຼາຍຂຶ້ນ; ສືບຕໍ່ຕິດຕາມການຈັດ ຕັ້ງຜັນຂະຫຍາຍບັນດາໜ້າວຽກ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໜັກຕໍ່ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X ໃນວັນທີ 31 ມີນາ ຜ່ານມາ ໂດຍສະເພາະ ວຽກງານບຸລິມະສິດ ແລະ ເຄັ່ງຮ້ອນຕ່າງໆ; ຕ້ອງມີສະຕິໃນການເສບຂ່າວ ແລະ ພ້ອມກັນເປັນກະບອກສຽງອະທິບາຍຊີ້ແຈງໃຫ້ຄົນອ້ອມຂ້າງ ແລະ ສັງຄົມຮັບຮູ້ເຂົ້າໃຈ, ທັງຕີຖອຍຂ່າວທີ່ບິດເບືອນຕ່າງໆ.

ປະກາດການນຳຂນສງ ອອກພກການ-ຮບອດໜນບຳນານ ແລະ ຍກຍາຍພະນກງານນຳພາ-ຄມຄອງ ຂອງຫອງວາການ ສນຍ - image 4
 

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ