ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ
ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະໂຄສະນາອົບຮົມສູນກາງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງເຂົ້າຮ່ວມ.

 

ປະກາດກງຈກການຈດຕງ ແລະ ບກຄະລາກອນ ພາຍຫງໂຮມວຽກງານຈານວນໜງຂອງ ຖວທ ມາຂນກບ ຄອສພ - image 1
 

ໃນພິທີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານກະກຽມປັບປຸງການຈັດຕັ້ງ ແລະ ການໂຮມວຽກງານຈໍານວນໜຶ່ງຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບ ຄອສພ ໃນໄລຍະຜ່ານມາ ແລະ ວຽກງານຕໍ່ໜ້າບາງຕອນວ່າ: ໂຄງປະກອບກົງຈັກການຈັດຕັ້ງ ຂອງ ຄອສພ ມີ 9 ກົມ, ມີ 42 ພະແນກ, ມີພະນັກງານ-ລັດຖະກອນ ທັງໝົດ 201 ຄົນ ຍິງ 97 ຄົນ; ມີ 10 ໜ່ວຍພັກ, ສະມາຊິກພັກທັງໝົດ 234 ສະຫາຍ ຍິງ 107 ສະຫາຍ; ບັນດາກົມ ທີ່ຍົກຍ້າຍອອກຈາກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບ ຄອສພ ຊຶ່ງກົງຈັກການຈັດຕັ້ງປະກອບມີ 1 ກົມ ຄື: ກົມສື່ມວນຊົນ ແລະ 4 ຫົວໜ່ວຍວິຊາການ ລະດັບ 1 (ທຽບເທົ່າກົມ) ຄື: ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍ ສຽງແຫ່ງຊາດລາວ ແລະ ໜັງສືພິມພາສາຕ່າງປະເທດ; ມີພະນັກງານ-ລັດຖະກອນ ທັງໝົດ 426 ຄົນ ຍິງ 170 ຄົນ; ມີ 2 ຄະນະພັກຮາກຖານ, ມີໜ່ວຍພັກຂຶ້ນກັບ 11 ໜ່ວຍພັກ ແລະ ມີ 3 ໜ່ວຍພັກຮາກຖານ; ມີສະມາຊິກພັກ ທັງໝົດ 313 ສະຫາຍ ຍິງ 135 ສະຫາຍ. ສໍາລັບດ້ານຕັ້ງໜ້າ: ກະຊວງ ຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີການນໍາພາຊີ້ນໍາ, ການຄຸ້ມຄອງ ທີ່ເປັນລະບົບ, ສາມາດເຮັດບົດບາດ, ໜ້າທີ່ຄຸ້ມຄອງມະຫາພາກກ່ຽວກັບວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ກໍຄືການປະຕິບັດໜ້າທີ່ເປັນປາກກະບອກສຽງໃຫ້ແກ່ພັກ-ລັດ ໃນການໂຄສະນາ, ເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບຽບການ ແລະ ອື່ນໆ ຕໍ່ພາຍໃນ ແລະ ຕ່າງປະເທດ, ທັງສ່ອງແສງສະພາບຄວາມເປັນຈິງຂອງການພັດທະນາ, ຂອງປະຊາຊົນ ໄດ້ເປັນຢ່າງດີ; ສາມາດຕິດຕາມ, ກວດກາ, ຄຸ້ມຄອງ ການເຄື່ອນໄຫວຂອງອົງການສື່ມວນຊົນ, ນັກຂ່າວ, ນັກວິຊາການ ແລະ ຜູ້ປະກອບກິດຈະການສື່ມວນຊົນ. ໄດ້ໃນລະດັບອັນແນ່ນອນ; ສື່ຫຼັກຂອງລັດ (ທັງສື່ສິ່ງພິມ, ສື່ເອເລັກໂຕຣນິກ) ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ ຂອງຕົນຢ່າງເປັນເຈົ້າການ; ຕາໜ່າງຖະແຫຼ່ງຂ່າວ-ສື່ມວນຊົນ ໂດຍສະເພາະວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບ ມີສັນຍານຄົບທຸກແຂວງ, ມີລະບົບໂທລະໂຄ່ງຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຂ່າວສານ ແລະ ການໂຄສະນາ, ເຜີຍແຜ່ ແນວທາງ, ນະໂຍບາຍ... ຂອງພັກ-ລັດຖະບານ ໄດ້ໂດຍພື້ນຖານ; ບັນດາພາຫະນະສື່ມວນຊົນ ຂອງຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ (ປະກອບດ້ວຍໂທລະພາບ, ວິທະຍຸ, ໜັງສືພິມ...) ທີ່ເຮັດໜ້າທີ່ວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ຂອງແຕ່ລະບ່ອນ ໄດ້ເປັນຢ່າງດີ; ມີສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເປັນການຈັດຕັ້ງວິຊາຊີບນັກຂ່າວ ເພື່ອເຄື່ອນໄຫວວຽກງານຖະແຫຼງຂ່າວ-ສື່ມວນຊົນ ຊ່ວຍພັກ-ລັດ; ພາກສ່ວນສື່ມວນຊົນ ໄດ້ປະກອບເຂົ້າໃນຄະນະກຳມະການລະດັບຊາດຕ່າງໆ ເຖິງ 15 ຄະນະກຳມະການ ກ່ຽວກັບວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ. ສື່ມວນຊົນລາວ ໄດ້ມີການພົວພັນຮ່ວມມືກັບສື່ມວນຊົນປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ, ເປັນພາຄີ ຫຼື ສະມາຊິກໃນອົງການຈັດຕັ້ງສື່ມວນຊົນ, ວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ ໃນພາກພື້ນ ແລະ ສາກົນ.

ປະກາດກງຈກການຈດຕງ ແລະ ບກຄະລາກອນ ພາຍຫງໂຮມວຽກງານຈານວນໜງຂອງ ຖວທ ມາຂນກບ ຄອສພ - image 2
 

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນເນັ້ນບາງບັນຫາສໍາຄັນວ່າ:

ພາຍຫຼັງການມອບໂອນແລ້ວ, ໃຫ້ ຄອສພ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ຂຶ້ນກັບນີ້ ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ. ສຶກສາອົບຮົມການເມືອງແນວຄິດພະນັກງານ-ລັດຖະກອນ ໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງ, ເປົ້າໝາຍຂອງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ກົງຈັກກະທັດຫັດແຕ່ມີຄຸນນະພາບ. ສະນັ້ນ, ການຊັບຊ້ອນບຸກຄະລາກອນເຂົ້າໃນຕໍາແໜ່ງງານຈະຕ້ອງມີຂຶ້ນ, ມີລົງ, ມີເຂົ້າ, ມີອອກ ອັນນີ້ແມ່ນເລື່ອງປົກກະຕິ. ຊັບຊ້ອນຈັດວາງບຸກຄະລາກອນ ເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ; ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ເພື່ອໃຫ້ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາໃຫ້ແທດເຖິງເປັນປົກກະຕິ; ຊີ້ນໍາ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມ ຢູ່ທ້ອງຖິ່ນ ໃຫ້ສໍາເລັດ ແລະ ມີການເຄື່ອນໄຫວປະຕິບັດໜ້າທີ່ມີປະສິດທິຜົນກວ່າເກົ່າ. ປັບປຸງກົນໄກການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເປັນລະບົບໂລ່ງລ່ຽນ, ວ່ອງ ໄວ ທັນສະພາບການ (ລະຫວ່າງບັນດາກົມພາຍໃນ ຄອສພ, ລະຫວ່າງຄະນະໂຄສະນາອົບຮົມແຕ່ລະຂັ້ນ ແລະ ລະຫວ່າງຄະນະໂຄສະນາອົບຮົມ ກັບບັນດາຂະແໜງການ ກໍຄື ການຈັດຕັ້ງອື່ນໆ ໃຫ້ສອດຄ່ອງຕາມໜ້າທີ່ ແລະ ຂອບເຂດສິດ ທີ່ກໍານົດໄວ້); ສືບຕໍ່ຈັດຕັ້ງຝຶກອົບຮົມ, ບໍາລຸງ-ກໍ່ສ້າງພະນັກງານໂຄສະນາອົບຮົມ, ພະນັກງານທີ່ເຮັດວຽກງານສື່ສານມວນຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດສູງ, ມີຄວາມຊຳນານງານ (ມືອາຊີບ) ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງ, ໂດຍເລີ່ມຈາກການຝຶກອົບຮົມວິຊາສະເພາະຢູ່ພາຍໃນເປັນຕົ້ນຕໍ;

1). ຈັດຕັ້ງຊຸດຮຽນທິດສະດີການ ເມືອງ ຢ່າງເປັນລະບົບຕໍ່ເນື່ອງທັງຢູ່ພາຍໃນ ແລະ ຕ່າງປະເທດ;

2). ໃຫ້ ຄອສພ ສືບຕໍ່ກະກຽມດໍາເນີນກອງປະຊຸມໜ່ວຍພັກ ແລະ ກ້າວໄປເຖິງການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄອສພ ໃຫ້ສໍາເລັດຕາມແຜນທີ່ຄາດໄວ້;

3) ກ່ຽວກັບວຽກສື່ມວນຊົນ (ວຽກຖະແຫຼງຂ່າວ): ຄະນະອໍານວຍການ, ຄະນະບັນນາທິການ ແລະ ພະນັກງານ-ລັດຖະກອນທັງໝົດ ຕະຫຼອດເຖິງການຈັດຕັ້ງຕ່າງໆ ເປັນຕົ້ນການ ຈັດຕັ້ງຮາກຖານພັກ ຜ່ານມາໄດ້ຂຶ້ນກັບ ແລະ ພາຍໃຕ້ການນຳພາ ຂອງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ປັດຈຸບັນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ສ່ວນສຳນັກງານບ່ອນເຮັດວຽກສ່ວນຫຼາຍແມ່ນຕັ້ງຢູ່ບ່ອນເກົ່າ ແລະ ມີບາງກົມອາດຈະສັບຊ້ອນມາຢູ່ສໍານັກງານອື່ນໃໝ່ ໃຫ້ບັນດາສະຫາຍມີຄວາມອຸ່ນອ່ຽນ ແລະ ເປັນເອກະພາບສູງ ຕໍ່ການຕົກລົງຂອງຂັ້ນເທິງ; ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ພ້ອມກັນບຸກບືນແຂ່ງຂັນປະຕິບັດໜ້າທີ່ວຽກງານໃຫ້ຕໍ່ເນື່ອງເປັນປົກກະຕິ ແລະ ມີຜົນສຳເລັດດີຂຶ້ນກວ່າເກົ່າ. ເປັນເຈົ້າການປະສານສົບທົບ ກັບພາກສ່ວນກ່ຽວຂ້ອງ ໃນການປັບປຸງບາງກົນໄກການເຄື່ອນໄຫວວຽກງານໃຫ້ເປັນເອກະພາບ. ສືບຕໍ່ຝຶກອົບຮົມ, ບໍາລຸງ, ກໍ່ສ້າງຖັນແຖວພະນັກງານ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ກໍຄືທາງດ້ານໜ້າທີ່ວິຊາສະເພາະ;

4). ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງໄດ້ສືບຕໍ່ໃນການເຮັດໜ້າທີ່ການເມືອງ ດ້ານວຽກງານແນວຄິດຂອງພັກ ກໍຄື ວຽກງານໂຄສະນາຜ່ານສື່ມວນຊົນ ແລະ ວຽກງານ ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ໂດຍເລີ່ມຈາກການປັບປຸງການຈັດຕັ້ງພັກ-ພະນັກງານ ຕາມທິດຫັນເຂົ້າສູ່ຄຸນນະພາບ ແລະ ທັນສະໄໝ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ