ກອງປະຊຸມສໍາມະນາປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການກວດກາ

ປະກອບຄໍາເຫັນໃສ່ຮ່າງມະຕິການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສາຍດ່ວນ

ປະກອບຄໍາເຫັນໃສ່ຮ່າງມະຕິການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສາຍດ່ວນ
ກອງປະຊຸມສໍາມະນາປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຮ່າງມະຕິ, ຄູ່ມືກ່ຽວກັບການເຄື່ອນໄຫວວຽກງານສາຍດ່ວນ 156 ຂອງສະພາແຫ່ງຊາດ

 

ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ -1 ກັນຍາ 2024 ທີ່ເມືອງວຽງຄໍາ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ປະທານກວດກາພັກ-ລັດຮອງປະທານສະພາແຫ່ງຊາດ; ມີບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ບັນດາທ່ານຮອງປະທານກໍາມາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ, ທ່ານຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາທ່ານທີ່ປຶກສາດ້ານກົດໝາຍຂອງ ສພຊ,ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າກົມ/ຫ້ອງການ ຂອງຄະນະເລຂາທິການສະພາແຫ່ງຊາດ,ບັນດາທ່ານຄະນະກົມທີ່ກ່ຽວຂ້ອງຈາກຄະນະກວດກາສູນກາງພັກ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.

ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ວຽກງານກວດກາ ເປັນວຽກງານທີ່ມີຄວາມສໍາຄັນ, ເປັນສິ່ງຕັດສິນຜົນສໍາເລັດ ແລະ ປະສິດທິຜົນຂອງວຽກງານ ຊຶ່ງພັກໄດ້ກຳນົດວ່າ “ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນໍາພາ’’; ການນໍາພາ ແລະ ການປະຕິບັດວຽກງານກວດການັ້ນ, ນອກຈາກມີກົດໝາຍທີ່ກ່ຽວຂ້ອງກຳນົດດ້ານຫຼັກການລວມແລ້ວ, ກໍມີຄວາມຈຳເປັນຕ້ອງໄດ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ເພື່ອກຳນົດບັນດາຫຼັກການ, ຂັ້ນຕອນ, ຄວາມຮັບຜິດຊອບໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຂອງຄະນະກວດກາ ຕາມແຜນການປົກກະຕິ ແລະ ກວດກາສະເພາະກິດ ເພື່ອເປັນບ່ອນອີງໃນການເຄື່ອນໄຫວດໍາເນີນການກວດກາ, ຮັບປະກັນໃຫ້ການເຄື່ອນໄຫວຖືກຕ້ອງຕາມກົດໝາຍ ທັງຮັບປະກັນຄວາມໂປ່ງໃສ, ເຂັ້ມແຂງ ໃນການປະຕິບັດວຽກງານຂອງທຸກພາກສ່ວນ ສາມາດກວດກາໄດ້ ແນໃສ່ປະກອບສ່ວນແກ້ໄຂປາກົດການຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ ແລະ ການລະເມີດກົດໝາຍ ພ້ອມທັງແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ ແລະ ທັນເວລາ. ສຳລັບວຽກງານສາຍດ່ວນຂອງສະພາແຫ່ງຊາດ ກໍມີຄວາມສໍາຄັນຫຼາຍ ໂດຍສະເພາະການປະຕິບັດພາລະບົດບາດເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງຕ້ອງໄດ້ເກັບກໍາ ແລະ ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ການຮັບຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ແມ່ນການສ່ອງແສງໃຫ້ເຫັນສະພາບດ້ານຜົນສໍາເລັດໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ເປັນຕົ້ນແມ່ນການປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ; ພ້ອມດຽວກັນນັ້ນ ກໍເຫັນໄດ້ເຖິງບັນຫາຂໍ້ຄົງຄ້າງທີ່ຕ້ອງໄດ້ຄົ້ນຄວ້າ, ພິຈາລະນາ ເພື່ອເປັນຂໍ້ມູນໃຫ້ແກ່ສະພາແຫ່ງຊາດ ໃນຖານະທີີ່ເປັນອົງການນິຕິບັນຍັດ ມີພາລະບົດບາດໃນການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ເພື່ອກໍານົດມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນໄດ້ທັນເວລາ. ນອກນັ້ນ, ບັນດາຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນທີ່ສົ່ງເຖິງສະພາແຫ່ງຊາດ ເປັນຂໍ້ມູນທີ່ສຳຄັນໃຫ້ແກ່ສະພາແຫ່ງຊາດ ເພື່ອຄົ້ນຄວ້າ, ກໍານົດເປັນຄໍາຊັກຖາມມອບໃຫ້ກະຊວງ, ອົງການກ່ຽວຂ້ອງ ມາຊີ້ແຈງບັນຫາດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະຄັ້ງ; ສະນັ້ນ, ການຮ່າງນິຕິກໍາ ກໍເພື່ອກໍານົດວິທີການແກ້ໄຂບັນຫາທີ່ຮີບດ່ວນ, ເຄັ່ງຮ້ອນຂອງສັງຄົມ ໃຫ້ໄດ້ຮັບການປັບປຸງແກ້ໄຂໄດ້ທັນເວລາ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດກ່ຽວກັບຄວາມຈໍາເປັນໃນການຮ່າງມະຕິວ່າດ້ວຍການກວດກາ ແລະ ຕ້ານການສໍ້ລາດບັງຫຼວງຂອງສະພາແຫ່ງຊາດ ແລະ ຜ່ານຮ່າງມະຕິດັ່ງກ່າວ, ລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານສາຍດ່ວນໃນໄລຍະຜ່ານມາ ແລະ ຄວາມຈໍາເປັນໃນການຮ່າງມະຕິ ແລະ ຄູ່ມືການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ຜ່ານຮ່າງມະຕິ ແລະ ຄູ່ມືດັ່ງກ່າວ; ບັນດາຜູ້ແທນກອງປະຊຸມ ກໍໄດ້ສຸມສະຕິປັນຍາຄົ້ນຄວ້າ,ປະກອບຄໍາຄິດຄຳເຫັນຢ່າງມີຈຸດສຸມ, ກະທັດຮັດ, ເລິກເຊິ່ງ ແລະ ຕິດແທດກັບຕົວຈິງເພື່ອເປັນຂໍ້ມູນໃຫ້ແກ່ຄະນະຮັບຜິດຊອບຮ່າງນິຕິກຳດັ່ງກ່າວ ນຳໄປຄົ້ນຄວ້າ, ປັບປຸງກະກຽມນໍາເຂົ້າລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກອົງການເຮວວິຕັດ (Helvetas) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.

ຂ່າວ-ພາບ: ສອນສັກ ວັນວິໄຊ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ