ປະລິມານການນຳໃຊ້ໄຟຟ້າແມ່ນໂຕເລກດັດສະນີທີ່ຊີ້ບອກເຖິງສະພາບການເຄື່ອນໄຫວຂອງເສດຖະກິດ-ສັງຄົມ. ໂດຍຜ່ານການປ່ຽນແປງຂອງໂຕເລກດັ່ງກ່າວຈະສາມາດສັງເກດທ່າອ່ຽງການພັດທະນາຂອງເສດຖະກິດ-ສັງຄົມໂດຍກົງ. ການທີ່ປະລິມານການນຳໃຊ້ໄຟຟ້າພຽງເດືອນດຽວກາຍ 1,000 ຕື້ກິໂລວັດໂມງ ໄດ້ສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຫຼາຍຂອງການພັດທະນາເສດຖະກິດ-ສັງຄົມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ