ໃນປີ 1935, ເມື່ອທ່ານເດີນທາງໄປສຶກສາທີ່ໂຮງຮຽນເບືອຍ ຢູ່ຮ່າໂນ້ຍ (ປັດຈຸບັນຄື ໂຮງຮຽນມັດທະຍົມຕອນປາຍ ຈູ ວັນ ອານ), ປະທານ ໄກສອນ ພົມວິຫານ ໄດ້ມີໂອກາດສຶກສາແນວຄິດ ມາກ-ເລນິນ ລວມທັງຮັບຮູ້ເຖິງຂະບວນການຕໍ່ສູ້ເພື່ອປົດປ່ອຍຊາດທີ່ກຳລັງຂະຫຍາຍຕົວໃນອິນດູຈີນ. ນັບແຕ່ນັ້ນ, ປະທານໄກສອນພົມວິຫານໄດ້ຕິດແໜ້ນກັບສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ, ເຊິ່ງຕໍ່ມາທ່ານໄດ້ຍ້ຳວ່າເປັນ “ອາວຸດທາງການເມືອງ ແລະ ມະນຸດສະທຳ”ທີ່ນຳພາການປະຕິວັດລາວໄປສູ່ຄວາມສຳເລັດ.
ໃນໄລຍະປີ 1940-1945, ພາຍໃຕ້ອິດທິພົນຂອງການປະຕິວັດເດືອນສິງຫາໃນຫວຽດນາມ ແລະ ຂະບວນການປົດປ່ອຍຊາດໃນພາກພື້ນທີ່ກຳລັງເຕີບໃຫຍ່, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຄື່ອນໄຫວລັບ ແລະ ຈັດຕັ້ງກອງກຳລັງປະກອບອາວຸດຢູ່ລາວ. ດ້ວຍວິໄສທັດຍຸດທະສາດ, ທ່ານໄດ້ເຫັນວ່າການປະຕິວັດລາວຕ້ອງກ້າວໄປຄຽງຄູ່ກັບການປະຕິວັດຂອງຫວຽດນາມ ແລະ ຂະບວນການປະຕິວັດອິນດູຈີນລວມທັງຕ້ອງອາໄສພະລັງຄວາມສາມັກຄີເປັນເອກະພາບພາຍໃນຊາດ ແລະ ພະລັງສາກົນຂອງຊົນຊັ້ນກຳມະກອນ.
ຕະຫຼອດເສັ້ນທາງການປະຕິວັດຂອງທ່ານ, ໂດຍສະເພາະໃນໄລຍະແຫ່ງການຕໍ່ສູ້ຮ່ວມກັບຫວຽດນາມ ເພື່ອຂັບໄລ່ສັດຕູຮ່ວມ ແລະ ປົດປ່ອຍຊາດ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມເຄົາລົບຮັກເປັນພິເສດ, ຄວາມເຄົາລົບ ແລະ ຄວາມເຊື່ອໝັ້ນຢ່າງຍິ່ງຕໍ່ ປະທານ ໂຮຈິມິນ ແລະ ສະຫາຍຫວຽດນາມ. ຄວາມຜູກພັນທີ່ແໜ້ນແຟ້ນນີ້ໄດ້ກາຍເປັນໜຶ່ງໃນຮາກຖານທີ່ແຂງແກ່ນໃຫ້ສອງພັກ ແລະ ປະຊາຊົນທັງສອງປະເທດຢືນຢັດຄຽງຂ້າງກັນຕະຫຼອດໄລຍະປະຫວັດສາດຂອງສອງຊາດ.
ປັດຈຸບັນຍັງມີສະຖານທີ່ສຳຄັນຫຼາຍແຫ່ງໃນຫວຽດນາມ ທີ່ສະທ້ອນຮ່ອງຮອຍຕິດພັນກັບການປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເຊັ່ນ:ເຂດອະນຸສອນ ບ້ານ ລາວໂຄ້, ແຂວງ ເຊີນລາ ເຊິ່ງເປັນສະຖານທີ່ຈັດຕັ້ງກອງກຳລັງ “ກອງນຳໜ້າລາວເໜືອ”ເມື່ອປີ 1948 ໂດຍມີປະທານ ໄກສອນ ພົມວິຫານ ເປັນຫົວໜ້າກອງກຳລັງ; ເຂດອະນຸສອນການປະຕິວັດລາວ, ບ້ານ ລອງງອຍ-ດ່າບ້ານ, ແຂວງ ຕວຽນກວາງ:ສະຖານທີ່ຈັດການປະຊຸມໃຫຍ່ແນວລາວອິດສະຫຼະ ແລະ ສ້າງຕັ້ງລັດຖະບານລາວຊົ່ວຄາວທີ່ໄດ້ເລືອກຕັ້ງທ່ານ ໄກສອນ ພົມວິຫານ ດຳລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດຂອງລາວ.
ສະຖານທີ່ດັ່ງກ່າວ ບໍ່ໄດ້ພຽງແຕ່ປະທັບຮອຍເຫດການປະຫວັດສາດສຳຄັນຂອງການຕໍ່ສູ້ປົດປ່ອຍຊາດເທົ່ານັ້ນຍັງເປັນສະຖານທີ່ທີ່ປະທານ ໂຮຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກໄດ້ວາງຮາກຖານແຫ່ງຄວາມຜູກພັນ ແລະ ພັນທະມິດການຕໍ່ສູ້ລະຫວ່າງ ລາວ - ຫວຽດນາມ. ສາຍພົວພັນດັ່ງກ່າວໄດ້ກາຍເປັນແບບຢ່າງອັນງົດງາມ ແລະ ຫາຍາກໃນໂລກ, ເປັນຊັບສົມບັດອັນລ້ຳຄ່າຮ່ວມກັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ເປັນກົດເກນຂອງການຄົງຕົວ ແລະ ການພັດທະນາ, ເປັນໜຶ່ງໃນປັດໄຈຮັບປະກັນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະຊາດ ແລະ ເປັນພະລັງຍິ່ງໃຫຍ່ທີ່ມີຄວາມໝາຍຕໍ່ຄວາມເປັນຢູ່ຂອງການສ້າງສາ ແລະ ປົກປ້ອງປະເທດຊາດຂອງທັງສອງປະເທດ. ເຖິງແມ່ນຕ້ອງປະເຊີນໜ້າກັບອຸປະສັກ ແລະ ການຕໍ່ຕ້ານຈາກກຸ່ມປໍລະປັກທີ່ບໍ່ຫວັງດີແຕ່ສາຍພົວພັນດັ່ງກ່າວກໍຍັງຄົງໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຍິ່ງຂຶ້ນຕາມການເວລາ.
ຕະຫຼອດໄລຍະການນຳພາການປະຕິວັດລາວ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ຄວາມຜູກພັນລະຫວ່າງການປະຕິວັດລາວ ແລະ ຫວຽດນາມ. ໃນບັນດາປຶ້ມ ແລະ ສູນທອນພົດຂອງທ່ານ ໄດ້ຢືນຢັນຢ່າງໜັກແໜ້ນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ວ່າ: “ບໍ່ວ່າໃນສະຖານະການໃດ ຫຼື ບ່ອນໃດ, ສອງຊາດອ້າຍນ້ອງ ລາວ-ຫວຽດນາມ ຂອງພວກເຮົາຈະຢູ່ຄຽງບ່າຄຽງໄຫຼ່, ດຳເນີນການປະຕິວັດຮ່ວມກັນ,ຄວາມສຳເລັດຂອງການປະຕິວັດຫວຽດນາມ ຄືໄຊຊະນະຮ່ວມຂອງພວກເຮົາ” ແລະ “ມິດຕະພາບ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນລະຫວ່າງ ລາວ-ຫວຽດນາມ ເປັນເໝືອນອັນຍະມະນີອັນລ້ຳຄ່າ, ເປັນມູນມໍລະດົກທີ່ລໍ້າຄ່າ”. ເປັນສາຍພົວພັນທີ່ຫຼໍ່ຫຼອມດ້ວຍນໍ້າໃຈຂອງການແບ່ງປັນ, ເຖິງແມ່ນພຽງເມັດເຂົ້າ ຫຼື ຜັກໃບດຽວ, ການຮ່ວມທຸກ ແລະ ຮ່ວມກັນຕໍ່ສູ້ຈົນໄດ້ຮັບໄຊຊະນະ. ທ່ານຍັງຢືນຢັນວ່າ: “ໃນປະຫວັດສາດປະຕິວັດຂອງໂລກ, ມີຕົວຢ່າງຫຼາຍຢ່າງກ່ຽວກັບຄວາມເປັນສາກົນຂອງຊົນຊັ້ນກຳມະກອນ, ແຕ່ຍັງບໍ່ເຄີຍມີສາຍພົວພັນໃດທີ່ຍືນຍາວແລະ ແໜ້ນແຟ້ນຄືສາຍພົວພັນ ລາວ-ຫວຽດນາມ. ສາຍພົວພັນນີ້ໄດ້ກາຍເປັນແບບຢ່າງທີ່ພິເສດ, ຊື່ສັດ, ບໍລິສຸດ ແລະ ໝັ້ນຄົງຍິ່ງຂຶ້ນເລື້ອຍໆ. ພວກເຮົາຂໍໃຫ້ຄຳໝັ້ນສັນຍາທີ່ຈະທະນຸບຳລຸງມິດຕະພາບ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ແລະ ຍືນຍົງຕະຫຼອດໄປ”.
ພາຍຫຼັງໄຊຊະນະສົມບູນຂອງການປະຕິວັດລາວ ແລະ ຫວຽດນາມ ໃນປີ 1975, ທັງສອງປະເທດໄດ້ກ້າວເຂົ້າສູ່ໄລຍະສ້າງສາປະເທດ, ປົກປ້ອງປະເທດຊາດ, ປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສາຍພົວພັນ ລາວ-ຫວຽດນາມ ຈຶ່ງກ້າວສູ່ຂັ້ນຕອນໃໝ່ທີ່ມີຄວາມກ້າວໜ້າຢ່າງແທ້ຈິງ ແລະ ຮອບດ້ານຫຼາຍຍິ່ງຂຶ້ນ. ທັງສອງປະເທດໄດ້ລົງນາມ ແລະ ຈັດຕັ້ງປະຕິບັດ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ” (18 ກໍລະກົດ 1977), ຕະຫຼອດເຖິງຂໍ້ຕົກລົງສຳຄັນອີກຫຼາຍສະບັບໃນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະ ເຕັກນິກ. ຕະຫຼອດເຄິ່ງສັດຕະວັດທີ່ຜ່ານມາ, ສາຍພົວພັນ ລາວ-ຫວຽດນາມ ໄດ້ພັດທະນາຢ່າງຮອບດ້ານ ແລະ ກາຍເປັນຕົ້ນແບບຂອງຄວາມສາມັກຄີພິເສດລະຫວ່າງສອງຊາດ.
ພາຍຫຼັງການເຖິງແກ່ມໍລະນະກຳຂອງປະທານ ໄກສອນ ພົມວິຫານ (21 ພະຈິກ 1992), ຜູ້ນຳຮຸ່ນຕໍ່ມາຂອງທັງສອງປະເທດໄດ້ສືບທອດພາລະກິດຂອງຜູ້ນຳຮຸ່ນກ່ອນ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ພັດທະນາຍິ່ງຂຶ້ນ. ຈາກກອບ “ມິດຕະພາບດັ້ງເດີມ, ຄວາມເປັນນໍ້າໜຶ່ງໃຈດຽວກັນພິເສດ ແລະ ການຮ່ວມມືຮອບດ້ານ”ໄດ້ຍົກລະດັບສູ່ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນເປັນຍຸດທະສາດ”. ທັງສອງປະເທດຍັງຄົງຢຶດໝັ້ນມູນເຊື້ອຄວາມສາມັກຄີໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນອະດີດ ແລະ ຮ່ວມມືສະໜັບສະໜູນກັນແລະກັນໃນການປ່ຽນແປງໃໝ່, ຊ່ວຍກັນສ້າງສາ, ປົກປ້ອງ ແລະ ພັດທະນາປະເທດ.
ທ່າມກາງບັນຍາກາດທີ່ປະຊາຊົນລາວບັນດາເຜົ່າລະນຶກວັນຄົບຮອບ 105 ປີ ວັນເກີດຂອງ ປະທານ ໄກສອນ ພົມວິຫານ, ພວກເຮົາຂໍສະແດງຄວາມຊົມຊື່ນຍິນດີທີ່ເຫັນວ່າ, ສາຍພົວພັນພິເສດ ລາວ-ຫວຽດນາມ ເຊິ່ງໄດ້ຮັບການວາງຮາກຖານໂດຍປະທານ ໂຮຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໂດຍຜູ້ນຳ ແລະ ປະຊາຊົນຂອງທັງສອງປະເທດຕະຫຼອດຫຼາຍຊ່ວງເວລາຍັງຄົງງອກງາມໃນທຸກສະຖານະການ.
ໃນອະນາຄົດ, ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ຜູກພັນຍຸດທະສາດລະຫວ່າງ ລາວ-ຫວຽດນາມ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍໃຫ້ຍືນຍົງແລະ ພັດທະນາໃຫ້ສູ່ລວງເລິກ ແລະ ມີຄວາມໝາຍຍິ່ງຂຶ້ນ ສອດຄ່ອງກັບຍຸກສະໄໝໃໝ່. ທັງສອງຝ່າຍຈະສືບຕໍ່ປະຕິບັດຕາມສັນຍາ, ຂໍ້ຕົກລົງ ແລະ ການຮ່ວມມືທີ່ຜູ້ນຳລະດັບສູງຂອງທັງສອງພັກ ແລະ ສອງລັດໄດ້ຕົກລົງໄວ້ ເພື່ອຊຸກຍູ້ສາຍພົວພັນ ລາວ-ຫວຽດນາມ ໃຫ້ກ້າວສູ່ລະດັບໃໝ່ທີ່ສູງຂຶ້ນ, ນຳຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນທັງສອງປະເທດ ແລະ ມີສ່ວນຮ່ວມຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.
ຄໍາເຫັນ