ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ
ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.

 

ປະທານ ສຸພານຸວົງ ແມ່ນຜູ້ນໍາທີ່ມີບົດບາດພົ້ນເດັ່ນໃນພາລະກິດປະຕິວັດປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເປັນຜູ້ນໍາທີ່ມີຄວາມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມຂອງປະເທດຊາດ ແລະ ປະຊາຊົນບັນດາເຜົ່າ. ເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ເຂົ້າໃນພາລະກິດປະຕິວັດ.

ຕະຫຼອດຊີວິດການເຄື່ອນໄຫວປະຕິວັດ ເພິ່ນໄດ້ອຸທິດປັນຍາ, ຫົວຄິດປະດິດສ້າງ ແລະ ກໍາລັງວັງຊາຂອງຕົນ ເພື່ອພາລະກິດປະຕິວັດແຕ່ຕົ້ນຕະຫຼອດປາຍ. ປະທານ ສຸພານຸວົງ ໄດ້ທຸ່ມເທສະຕິປັນຍາ ແລະ ເຫຼື່ອແຮງເພື່ອສ້າງຕັ້ງແນວໂຮມຂຶ້ນ ແລະ ໄດ້ເອົາໃຈໃສ່ປັບປຸງວຽກແນວໂຮມຢ່າງຕັ້ງໜ້າ. ເພິ່ນຖືວ່າການປັບປຸງ ແລະ ເພີ່ມທະວີວຽກງານແນວໂຮມ ແມ່ນພື້ນຖານອັນສໍາຄັນຂອງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງປວງຊົນລາວທັງຊາດ ຊຶ່ງເປັນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະຂອງການຕໍ່ສູ້ປົດປ່ອຍຊາດ ແລະ ການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ.

ປະທານ ສຸພານຸວົງ ແມ່ນຜູ້ນໍາທີ່ສະຫຼາດສ່ອງໃສ, ແມ່ນສັນຍາລັກແຫ່ງຄວາມສາມັກຄີ ຄວາມປອງດອງຊາດ, ມີທັດສະນະຖືກຕ້ອງເປັນທໍາ ໂດຍເລີ່ມຈາກແນວຄິດທີ່ວ່າ: ການປະຕິວັດ ແມ່ນພາລະກິດຂອງມະຫາຊົນ, ທຸກສິ່ງທຸກຢ່າງມາຈາກປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຄວາມສາມັກຄີ ແມ່ນກໍາລັງແຮງແຫ່ງໄຊຊະນະຂອງການປະຕິວັດນັ້ນ ໄດ້ສ້າງແບບແຜນວິທີເຮັດວຽກ,ການດໍາລົງຊີວິດທີ່ລຽບງ່າຍ ແລະ ເປັນແບບຢ່າງອັນດີເດັ່ນ, ມີລັກສະນະຮອບດ້ານ, ຖືເອົາຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າ ເປັນກ້ອນກໍາລັງມະຫາສານຂອງການປະຕິວັດ, ເຊື່ອໝັ້ນກໍາລັງແຮງອັນມະຫາສານຂອງການປະຕິວັດ, ເຊື່ອໝັ້ນກໍາລັງແຮງຂອງມະຫາຊົນໃນການຕໍ່ສູ້ຕ້ານພວກຈັກກະພັດລ່າຫົວເມືອງຂຶ້ນ ພາຍໃຕ້ພັກຂອງຊົນຊັ້ນກໍາມະກອນ ທີ່ຢຶດໝັ້ນລັດທິມາກ-ເລນິນ ເປັນຜູ້ນໍາພາ.

ໃນຄໍາປາໄສຄັ້ງທໍາອິດ ໃນວັນທີ 6 ກັນຍາ 1945 ຂອງປະທານ ສຸພານຸວົງ ກ່າວຢູ່ງານໂຮມຊຸມນຸມຂອງປະຊາຊົນເມືອງເຊໂປນ ແຂວງສະຫວັນນະເຂດ ພາຍຫຼັງ ປະທານ ຕັດສິນໃຈກັບຄືນປະເທດ ເພື່ອເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ. ປະທານ ໄດ້ກ່າວວ່າ: ແຜ່ນດິນລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງ. ສະນັ້ນ, ພວກເຮົາທຸກຄົນຕ້ອງສາມັກຄີ, ໂຮມແຮງກັນຕໍ່ສູ້ກູ້ເອົາປະເທດຊາດອັນແສນຮັກຂອງພວກເຮົາກັບຄືນມາໃຫ້ໄດ້. ການທົດສອບຄັ້ງທໍາອິດໃນແປວໄຟປະຕິວັດໄດ້ເກີດຂຶ້ນໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກຄັ້ງວັນທີ 21 ມີນາ 1946 ອັນໄດ້ພິສູດຄວາມສາມາດຂອງປະທານ ສຸພານຸວົງ ໃນຖານະເປັນນັກຍຸດທະວິທີການທະຫານ ແລະ ເປັນຜູ້ນໍາພາ, ເຖິງວ່າໄດ້ຮັບບາດເຈັບໜັກໃນການຕໍ່ສູ້ທີ່ບໍ່ກໍ້າເກິ່ງກັບກອງທັບຈັກກະພັດໂຕເກົ່າກໍຕາມ ແຕ່ແປວໄຟປະຕິວັດໃນໃຈຂອງປະທານ ກໍບໍ່ໄດ້ດັບມອດແຕ່ປະການໃດ,ກົງກັນຂ້າມ ກໍຍັງເພີ່ມທະວີຄູນຂຶ້ນ ນັ້ນແມ່ນຈິດໃຈຮັກຊາດຂອງທ່ານ ປະທານ ສຸພານຸວົງ.

ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດໄດ້ເປີດຂຶ້ນຢູ່ ຕວຽນ (ຫວຽດນາມ) ໄດ້ຕົກລົງສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຢ່າງເປັນທາງການ ໂດຍໃສ່ຊື່ວ່າ ແນວລາວອິດສະຫຼະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ. ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງໃຫ້ເປັນປະທານແນວລາວອິດສະຫຼະ ທັງເປັນລັດຖະເສນາ (ນາຍົກລັດຖະມົນຕີ) ຂອງລັດຖະບານລາວຕໍ່ຕ້ານ.

ກອງປະຊຸມໃຫຍ່ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຄົນລາວທຸກຄົນ ບໍ່ວ່າຍິງ-ຊາຍນ້ອຍໃຫຍ່ ບໍ່ຈໍາແນກວ່າເຜົ່າໃດ, ສາສະໜາໃດ, ຈົ່ງສາມັກຄີກັນເຂົ້າເປັນກ້ອນກໍາລັງອັນກ້າແກ່ນ,ເດັດດ່ຽວດໍາເນີນການຕໍ່ຕ້ານຈົນເຖິງໄຊຊະນະສົມບູນ. ຂັບໄລ່ພວກຈັກກະພັດອອກຈາກປະເທດ, ກໍາຈັດພວກຂາຍຊາດ, ເຮັດໃຫ້ປະເທດຊາດເປັນເອກະພາບ, ຄັດຄ້ານກ່າວປະນາມ ແລະ ຕ້ານທຸກກົນອຸບາຍແຊກແຊງບໍ່ວ່າຈັກກະພັດໂຕໃດໆ.

ວັນທີ 6 ມັງກອນ 1956 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງແນວລາວອິດສະຫຼະ ໄດ້ເປີດຂຶ້ນຢູ່ ແຂວງຫົວພັນ ໄດ້ຕົກລົງປ່ຽນຊື່ ແນວລາວອິດສະຫຼະ ມາເປັນແນວລາວຮັກຊາດ ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງ ເປັນປະທານຄະນະກໍາມະການສູນກາງແນວລາວຮັກຊາດ. ປະທານ ສຸພານຸວົງ ໄດ້ຖະແຫຼງວ່າ: ຢາກເຮັດການຕໍ່ສູ້ກູ້ຊາດໄດ້ຮັບໄຊຊະນະຕ້ອງຮັບປະກັນ 3 ປັດໄຈໄປພ້ອມໆກັນຄື: ຕ້ອງມີພັກນໍາພາ, ມີກໍາລັງອາວຸດທີ່ເຂັ້ມແຂງ ແລະ ມີແນວໂຮມເອກະພາບທີ່ກວ້າງຂວາງ.

ໜ້າທີ່ຂອງແນວລາວຮັກຊາດໃນສະໄໝນັ້ນ ແມ່ນຕ້ອງອອກແຮງສາມັກຄີປວງຊົນຕ້ານຈັກກະພັດ ແລະ ລູກມື, ເຕົ້າໂຮມທຸກກໍາລັງ ແລະ ສິດປະຊາທິປະໄຕ, ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປັກຮັກສາ ແລະ ຂະຫຍາຍກໍາລັງຮັກຊາດ, ຍາດແຍ່ງເອົາຄວາມເປັນໃຈສະໜັບສະໜູນຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ.

ໃນເວລາທີ່ພັກເຮົາຍັງເຄື່ອນໄຫວແບບປິດລັບນັ້ນ, ແນວລາວຮັກຊາດ ໂດຍແມ່ນ ປະທານ ສຸພານຸວົງ ເປັນຄັນທຸງ ໄດ້ເຄື່ອນໄຫວແບບເປີດເຜີຍ. ເປັນຜູ້ນໍາເອົາແນວທາງນະໂຍບາຍຂອງພັກເຂົ້າສູ່ປະຊາຊົນບັນດາເຜົ່າ ທັງເປັນຍຸດໂທບາຍທີ່ມີຜົນສັກສິດໃນການປະຕິບັດແນວທາງການປະຕິວັດຊາດປະຊາທິປະໄຕຂອງພັກ; ໃນຖານະເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ປະທານ ສຸພານຸວົງ ໄດ້ໝູນໃຊ້ນະໂຍບາຍແນວໂຮມຂອງພັກຢ່າງມີໄຫວພິບ, ສົມທົບກັບຫຼາຍຮູບການຢ່າງອຸດົມສົມບູນ. ເພິ່ນບໍ່ພຽງແຕ່ດຶງດູດເອົາປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໂດຍສະເພາະແມ່ນຢູ່ສອງແຂວງເຕົ້າໂຮມ (ຫົວພັນ ແລະ ຜົ້ງສາລີ) ເທົ່ານັ້ນ, ຍັງເປັນທີ່ຍ່ອມຮັບຂອງຊົນຊັ້ນຕ່າງໆໃນຕົວເມືອງໃຫຍ່ ແລະ ປະຊາຊົນບັນດາເຜົ່າໃນ 10 ແຂວງ ທົ່ວປະເທດໃນເວລານັ້ນ ຊຶ່ງສະແດງອອກໃນບັ້ນເລືອກຕັ້ງເພີ່ມໃນປີ 1958 ປະທານ ສຸພານຸວົງ ໄດ້ຮັບຄະແນນສຽງຢ່າງຖ້ວມລົ້ນເປັນປະຫວັດສາດຂອງການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນ.

ວັນທີ 6 ເມສາ 1964 ກອງປະຊຸມໃຫຍ່ແນວລາວຮັກຊາດຄັ້ງທີ III ໄດ້ເປີດຂຶ້ນຢູ່ແຂວງຫົວພັນປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງ ເປັນປະທານຄະນະກໍາມະການສູນກາງແນວລາວຮັກຊາດ. ເພິ່ນຍັງໄດ້ຮຽກຮ້ອງເຖິງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ, ສາສະໜາ, ທຸກເພດໄວ ຈົ່ງຮັດແໜ້ນຄວາມສາມັກຄີ ປົກປັກຮັກສາເຂດປົດປ່ອຍໄວ້ໃຫ້ໄດ້ຢ່າງໝັ້ນຄົງ ແລະ ຂະຫຍາຍຂະບວນການຕໍ່ສູ້ເຂົ້າສູ່ເຂດຄວບຄຸມຂອງ ສັດຕູ.

ວັນທີ 1-2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນ ກອງປະຊຸມໄດ້ເປັນເອກະພາບແຕ່ງຕັ້ງ ປະທານ ສຸພານຸວົງ ເປັນປະທານປະເທດຜູ້ທໍາອິດຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນສູງສຸດ. ຊື່ສຽງຂອງເພິ່ນໄດ້ຕິດແໜ້ນກັບປະຫວັດສາດຂອງປະຊາຊົນບັນດາເຜົ່າ, ຕິດແໜ້ນກັບວຽກງານແນວໂຮມ, ປະທານໄດ້ອຸທິດສະຕິປັນຍາ, ເຫຼື່ອແຮງທັງໝົດຂອງຕົນປະກອບສ່ວນໃນຂະບວນການຕໍ່ສູ້ ຈົນເຮັດສໍາເລັດພາລະກິດປົດປ່ອຍຊາດຢ່າງສົມບູນ.

ປະທານ ໄກສອນ ພົມວິຫານ ໄດ້ກ່າວສັນລະເສີນ ປະທານ ສຸພານຸວົງ ວ່າ: ໂດຍເດີນຕາມເສັ້ນທາງຂອງພັກຄວາມສາມາດ, ຄຸນນະທໍາ ແລະ ອິດທິພົນຂອງສະຫາຍ ໄດ້ກາຍເປັນສິ່ງຊຸກຍູ້ປຸກລະດົມ, ດຶງດູດປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງກ້ອນກໍາລັງສາມັກຄີ ເປັນອັນໜຶ່ງອັນດຽວກັນ ໃນແນວໂຮມເອກະພາບແຫ່ງຊາດ ຊຶ່ງອັນນັ້ນໄດ້ເປັນໜຶ່ງໃນປັດໄຈອັນສໍາຄັນທີ່ຮັບປະກັນໄຊຊະນະຂອງການປະຕິວັດປະເທດເຮົາໃນແຕ່ລະໄລຍະ.

ໃນໂອກາດວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 116 ປີ (13/7/1909 - 13/7/2025) ທົ່ວພັກ, ທົ່ວກອງທັບ, ພະນັກງານ-ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຮໍ່າຮຽນເອົາ ຄຸນສົມບັດ, ແບບຢ່າງທີ່ດີ ຂອງທ່ານ ປະທານ ສຸພານຸວົງ ໃນການເພີ່ມທະວີການເຕົ້າໂຮມກໍ່ສ້າງ ແລະ ສຶກສາອົບຮົມກ້ອນກໍາລັງສາມັກຄີປອງດອງທົ່ວປວງຊົນລາວທັງຊາດຢ່າງແໜ້ນແຟ້ນ ບົນພື້ນຖານພັນທະພາບກໍາມະກອນຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນປະຕິວັດໃຫ້ມີຄວາມເປັນເອກະພາບ ເດີນຕາມອຸດົມການແຫ່ງການສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍ ແລະ ສີວິໄລ. ປຸກລະດົມກໍາລັງແຮງຂອງທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ ເຂົ້າຮ່ວມປະຕິບັດທຸກຂະບວນວຽກງານແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ໂດຍເສີມຂະຫຍາຍນໍ້າໃຈຮັກຊາດ, ຈິດໃຈເປັນເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ປະທານ ສຸພານຸວົງ ວິລະບູລຸດຂອງຊາດລາວ ຍັງຝັງເລິກໃນດວງໃຈຂອງປວງຊົນລາວທົ່ວທັງຊາດຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ວັນທີ 15 ທັນວາ 2025ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ເຂົ້າ​ຮ່ວມ​ມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສະ​ຫວັນ​ນະ​ເຂດ ພ້ອມດ້ວຍຄະ​ນະ​ນຳພະແນກການ, ກົມກອງອ້ອມຂ້າງແຂວງ ແລະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ເຂົ້າຮ່ວມ. ເຊິ່ງກອງ​ປະ​ຊຸມ​ຈັດ​ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.
ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມານີ້, ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບ ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອະວຸໂສບໍານານ, ບັນດາ ບໍລິສັດ, ນັກທຸລິກິດ, ກ້ອນກໍາລັງຕ່າງໆອ້ອມຂ້າງເມືອງ ເຂົ້້າຮ່ວມ.
ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເພີ່ມເຕີມ