ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ລົງຕິດຕາມສະພາບນ້ຳຖ້ວມ

ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ລົງຕິດຕາມສະພາບນ້ຳຖ້ວມ

ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ລົງຕິດຕາມສະພາບນ້ຳຖ້ວມ
ໃນວັນທີ 31 ສິງຫານີ້, ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ພ້ອມຄະນະ ໄດ້ສືບຕໍ່ລົງຕິດຕາມ, ກວດກາ ແລະ ປະເມີນສະພາບຜົນກະທົບຈາກໄພພິບັດນ້ຳຖ້ວມໃນເຂດເທສະບານເມືອງໄຊ.
ປະທານຄະນະກຳມະການປກຄອງແຂວງອດມໄຊ ລງຕດຕາມສະພາບນຳຖວມ - image 1
 

ການເຄື່ອນໄຫວຄັ້ງນີ້, ຄະນະໄດ້ລົງກວດກາຫຼາຍຈຸດຄື: ຈຸດບ້ານແຟນ, ບ້ານຫ້ວຍດູ່, ບ້ານບໍ່ ແລະ ຈຸດບ້ານນາງິ້ວ ພ້ອມທັງຕິດຕາມການອະນາໄມ ແລະ ຟື້ນຟູເສັ້ນທາງ, ໂຮງຮຽນ ແລະ ບ່ອນທີ່ມີນ້ຳຂັງເພື່ອເລັ່ງຟື້ນຟູໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ຈາກການກວດກາພົບວ່າ, ພື້ນທີ່ບາງຈຸດຍັງປະສົບກັບດິນເຈື່ອນ ແລະ ນ້ຳຖ້ວມຂັງ ສົ່ງຜົນກະທົບຕໍ່ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງພື້ນທີ່ນາ, ສວນ ແລະ ເສັ້ນທາງຫຼາຍຈຸດເສຍຫາຍ. ນອກນັ້ນ, ເຫດການນ້ຳຖ້ວມຍັງສົ່ງຜົນໃຫ້ມີຜູ້ບາດເຈັບ, ຜູ້ສູນຫາຍ, ສັດລ້ຽງ ແລະ ຊັບສິນຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ.

ປະທານຄະນະກຳມະການປກຄອງແຂວງອດມໄຊ ລງຕດຕາມສະພາບນຳຖວມ - image 2
 

ໂອກາດນີ້, ທ່ານ ວົງສະຫວັນ ໄຊຍະວົງ ໄດ້ເນັ້ນໜັກໃຫ້ພາກສ່ວນ, ອົງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ສືບຕໍ່ລະດົມກຳລັງຮີບຮ້ອນລົງຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ, ສຳຫຼວດ ແລະ ປະເມີນຄວາມເສຍຫາຍໃຫ້ຄົບຖ້ວນ, ພ້ອມທັງເລັ່ງຟື້ນຟູໂຄງສ້າງພື້ນຖານ, ເສັ້ນທາງ, ໂຮງຮຽນ ແລະ ຈຸດສຳຄັນຕ່າງໆ ໃຫ້ສາມາດກັບຄືນມາໃຊ້ງານໄດ້ໂດຍໄວ. ພ້ອມເນັ້ນໃຫ້ປະຊາຊົນຜູ້ທີ່ຢູ່ໃນເຂດທີ່ມີຄວາມສ່ຽງ ຍົກສູງສະຕິເພີ່ມຄວາມລະມັດ ລະວັງຕິດຕາມສະພາບນ້ຳ ແລະ ການແຈ້ງເຕືອນຈາກພາກສ່ວນລັດຢ່າງໃກ້ຊິດ. ສຳລັບປະຊາຊົນຜູ້ທີ່ຢູ່ໃນຈຸດທີ່ມີຄວາມສ່ຽງ ຫຼື ບ່ອນທີ່ມີສະພາບບໍ່ປອດໄພ ໃຫ້ເຄື່ອນຍ້າຍອອກຈາກເຂດສ່ຽງໄປຢູ່ບ່ອນປອດໄພ ເພື່ອປ້ອງກັນການສູນເສຍຕໍ່ຊີວິດ ແລະ ຊັບສິນ.

ປະທານຄະນະກຳມະການປກຄອງແຂວງອດມໄຊ ລງຕດຕາມສະພາບນຳຖວມ - image 3
 

ຂ່າວ: ຄຳພັນ ແກ້ວມະນີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ໃນວັນທີ31ສິງຫາ2026, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານນາງ ຄາມິລາ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍຄະນະຊ່ຽວຊານທະນາຄານໂລກ ແລະ ຄະນະຈາກສູນກາງ ເຂົ້າພົບປະທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ
ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທິປະຖາກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ(13 ສິງຫາ 1950 – 13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບ​ຮອບ 35 ປີ(15 ສິງຫາ 1991 - 15 ສິງຫາ 2026), ວັນຍຶດອໍານາດ(23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2026 )ຄົບ​ຮອບ 81 ປີແລະ 51 ປີ, ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ໃນ​ວັນ​ທີ 31 ສິງ​ຫາ​ນີ້ ໂດຍ​ການເປັນປະທານຂອງທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນ ທາງເລກທີ 13 ໃຕ້ ຫາ ດົງກະລໍ ມຸ່ງສູ່ດ່ານສາກົນໜອງນົກຂຽນ - ຕຣາປຽງກຽນ ຊາຍແດນລາວ-ກຳປູເຈຍ ເພື່ອພັດທະນາພື້ນຖານໂຄງລ່າງເຊື່ອມຈອດພາກພື້ນ.
ທະຫານ ແລະ ປະຊາຊົນຮ່ວມໃຈອະນາໄມໂຮງຮຽນຊົນເຜົ່າ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ

ທະຫານ ແລະ ປະຊາຊົນຮ່ວມໃຈອະນາໄມໂຮງຮຽນຊົນເຜົ່າ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ

ໃນລະຫວ່າງວັນທີ 29-30 ສິງຫາຜ່ານມາ, ເນື່ອງຈາກມີຝົນຕົກໜັກຢ່າງຕໍ່ເນື່ອງສົ່ງຜົນໃຫ້ເກີດນໍ້າຖ້ວມໃນຫຼາຍເຂດຂອງແຂວງອຸດົມໄຊ ແລະ ບ້ານວຽງສາ ກໍເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍສະເພາະ ບໍລິເວນໂຮງຮຽນສາມັນກິນນອນຊົນເຜົ່າ, ເຮືອນພັກຄູ-ອາຈານ ແລະ ບ້ານເຮືອນຂອງປະຊາຊົນ ເນື່ອງຈາກພື້ນທີ່ດັ່ງກ່າວຕັ້ງຢູ່ຕິດກັບນ້ຳກໍ ແລະ ນ້ຳຫ້ວຍ. ປັດຈຸບັນປະຊາຊົນ ແລະ ຫຼາຍພາກສ່ວນ ໂດຍສະເພາະກຳລັງທະ ຫານໄດ້ຊ່ວຍກັນອະນາໄມ ແລະ ຟື້ນຟູຢ່າງເຕັມທີ່.
ພົນເອກ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

ພົນເອກ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

ໃນວັນທີ 31 ສິງຫານີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວຕິດຕາມເບິ່ງສະພາບນໍ້າຖ້ວມ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂໄພພິບັດຢູ່ແຂວງຫຼວງນໍ້າທາ, ໃຫ້ກຽດ ຕ້ອນຮັບຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມ ດ້ວຍຄະນະທີ່ສະໝາມບິນ ກອງບັນຊາການທະຫານແຂວງຫຼວງນໍ້າທາ.
ລະບົບໄຟຟ້າຢູ່ແຂວງອຸດົມໄຊໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍຈຸດ

ລະບົບໄຟຟ້າຢູ່ແຂວງອຸດົມໄຊໄດ້ຮັບຜົນກະທົບຈາກໄພທຳມະຊາດຫຼາຍຈຸດ

ເນື່ອງຈາກຝົນຕົກໜັກຢ່າງຕໍ່ເນື່ອງໃນຫຼາຍພື້ນທີ່ຂອງແຂວງອຸດົມໄຊ ໃນລະຫວ່າງວັນທີ 29-30 ສິງຫາ 2026 ເຮັດໃຫ້ເກີດມີນໍ້າຖ້ວມຊຸ, ດິນສະໄລ້, ນ້ຳໄຫຼເຊາະ ແລະ ຕົ້ນໄມ້ລົ້ມຫຼາຍຈຸດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ ລະບົບຕາຂ່າຍໄຟຟ້າ, ເສົາໄຟຟ້າ. ອີງຕາມການລາຍງານເບື້ອງຕົ້ນຈາກລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊໃນວັນທີ 31/8/2026 ກ່ຽວກັບຜົນເສຍຫາຍຂອງລະບົບຕາຂ່າຍໄຟຟ້າໃຫ້ຮູ້ວ່າ: ເຂດເມືອງໄຊ ສະພາບໄຟຟ້າໃນຂົງເຂດດັ່ງກ່າວພົບເຫັນຈຸດທີ່ໄດ້ຮັບຜົນກະທົບທັງໝົດ 5 ຈຸດຄື: ເສົາ 12 ແມັດລົ້ມຫັກຈໍານວນ 3 ຕົ້ນ ຢູ່ເຂດບ້ານທ້ຽວ, ດິນສະໄລ້ ເຮັດໃຫ້ຕົ້ນໄມ້ໃຫຍ່ລົ້ມທັບຕາຂ່າຍໄຟຟ້າ F5 ສະຖານີນາແລ ຢູ່ເຂດບ້ານຫ້ວຍຂຸມ, ເສົາຕາຂ່າຍເຂົ້າໝໍ້ແປງບ້ານກັດລົ້ມ 1 ຕົ້ນ, ນໍ້າໄຫຼຊຸຕີນເສົາ ເຮັດໃຫ້ເສົາໄຟຂອງສາຍແຈກ F2 ຂອງສະຖານີນາແລ ເນີ້ງຢູ່ເຂດບ້ານລ້ອງກໍເດື່ອ, ເສົາຕາຂ່າຍເຂົ້າໂຮງຂົບຫີນເອກະຊົນລົ້ມຢູ່ເຂດບ້ານນາແສນຄໍາ. ປັດຈຸບັນສາມາດສ້ອມແປງສໍາເລັດທັງ 4 ຈຸດ ແລະ ໄດ້ສ້ອມແປງໃຫ້ນໍາໃຊ້ໄດ້ຊົ່ວຄາວ 1 ຈຸດ ສັງລວມແລ້ວມີເສົາຫັກ 3 ຕົ້ນ, ເນີ້ງລົ້ມ 3 ຕົ້ນ ແລະ ເສົາ 8 ແມັດຫັກຈໍານວນ 4 ຕົ້ນ ແລະ ເນີ້ງລົ້ມ 4 ຕົ້ນ ຢູ່ເຂດຫົວນໍ້າບາກ ເຮັດໃຫ້ເຂດຫົວນໍ້າບາກຈໍານວນ 4 ບ້ານບໍ່ມີໄຟຟ້າໃຊ້. ໝໍ້ນັບໄຟເຂດເທສະບານເມືອງໄຊ ທີ່ນໍ້າຍື່ງຖ້ວມອີກຈໍານວນໜຶ່ງທີ່ຍັງຈະຕ້ອງໄດ້ລົງກວດກາຕົວຈິງຕື່ມອີກ.
ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ມອບເຄື່ອງຈັກສູບນໍ້າໃຫ້ເມືອງນາໝໍ້

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ມອບເຄື່ອງຈັກສູບນໍ້າໃຫ້ເມືອງນາໝໍ້

ໃນວັນທີ 31 ສິງຫານີ້, ທີ່ຫ້ອງວ່າການເມືອງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ນຳໂດຍທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການແຂວງອຸດົມໄຊ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ
ກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຂວງຄໍາມ່ວນ ມູນຄ່າ 300 ລ້ານກີບ

ກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຂວງຄໍາມ່ວນ ມູນຄ່າ 300 ລ້ານກີບ

ວັນທີ 30 ສິງຫາ 2026, ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍບັນດາບໍລິສັດ, ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ໄດ້ມອບເຄື່ອງ ອຸປະໂພກ-ບໍລິໂພກ ພ້ອມປັດໄຈ ຈໍານວນໜຶ່ງ ໃຫ້ແກ້ແຂວງຄໍາມ່ວນ ເພື່ອປະກອບສ່ວນຊ່ວຍເຫຼືອປະຊາຊົນຜູ້ທີໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ. ຕາງໜ້າມອບໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ແລະ ຮັບໂດຍທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີຕາງໜ້າບໍລິສັດ, ລັດວິສາຫະກິດ, ການນໍາຂອງແຂວງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງຄໍາມ່ວນ ເຂົ້າຮ່ວມ.
ຄໍາມ່ວນ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ຄໍາມ່ວນ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ພິທີປາຖະກະຖາວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ (15 ສິງຫາ 1982-15 ສິງຫາ 2026) ຈັດຂຶ້ນໃນວັນທີ 31 ສິງຫານີ້, ທີ່ສະໂມສອນຫຼັກ 4 ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານ (ຜູ້ປະຈໍາການ) ສະພາປະຊາຊົນແຂວງ, ທ່ານ ແກ້ວວິໄລ ໄຊຍະບຸດ ປະທານແນວລາວສ້າງຊາດແຂວງ, ມີບັນດາການນໍາພັກ-ລັດແຂວງ, ພະນັກງານອາວຸໂສບໍານານ, ບັນດາພະແນກການ, ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບ ໂຄງການປັບປຸງເສັ້ນທາງໃນຕົວເມືອງວັງວຽງ

ມອບ-ຮັບ ໂຄງການປັບປຸງເສັ້ນທາງໃນຕົວເມືອງວັງວຽງ

ພິທີມອບ-ຮັບ ໂຄງການປັບປຸງເສັ້ນທາງເທສະບານຄືນໃໝ່ ພາຍໃນຕົວເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 30 ສິງຫາຜ່ານມາ, ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີຄະນະປະຈຳພັກແຂວງ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ເລຂາພັກເມືອງວັງວຽງ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ບັນດາຫົວໜ້າກົມ, ຮອງກົມ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ