ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ການວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຂອງຄະນະຜູ້ແທນຂັ້ນສູງຈາກຣາຊະອານາຈັກໄທ ໃນຄັ້ງນີ້ ເປັນການສະແດງເຖິງຄວາມອາໄລອາວອນ ຢ່າງສຸດຊຶ້ງ, ຄວາມເຄົາລົບນັບຖື ແລະ ການໃຫ້ກຽດຢ່າງສູງ ຕໍ່ຜົນງານ ຄຸນງາມຄວາມດີ ແລະ ການເຄື່ອນໄຫວຕະຫຼອດຊີວິດຂອງ ສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ອຸທິດໃຫ້ຊາດ ແລະ ປະຊາຊົນລາວ.
ພ້ອມດຽວກັນນັ້ນ, ຍັງເປັນການສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງອົງການນິຕິບັນຍັດ ກໍຄືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ມີມາຢ່າງຍາວນານ.
ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026, ຢູ່ ສະໜາມຫຼວງ ນະຄອນຫຼວງວຽງຈັນ.
(ຂ່າວ-ພາບ: ວັນເພັງ, ບຸນອູ້ມ)
ຄໍາເຫັນ