ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມສຸດຍອດອະນາຄົດຂອງ ສປຊ.
ຂ່າວລະບຸວ່າ: ກ່າວຄຳເຫັນໃນວາລະຄົບຄະນະທຳອິດຂອງກອງປະຊຸມ, ທ່ານ ໂຕເລິມ ຖືວ່າ ພູມປັນຍາຂອງມະນຸດ ໄດ້ຊ່ວຍປ່ຽນແປງໂລກ ແລະ ຊີວິດຂອງມະນຸດ, ແຕ່ກໍຍ້ອນມະນຸດເອງເປັນປັດໄຈກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ພະຍາດລະບາດ, ຊັບພະຍາກອນຫຼຸດລົງ ຫຼື ການປະດິດອາວຸດລ້າງຜານປະເພດຕ່າງໆ. ທ່ານ ໂຕເລິມ ກ່າວຕື່ມວ່າ: ບັນດາການຄັດເລືອກໃນປັດຈຸບັນຈະກຳນົດອະນາຄົດ.
ທ່ານ ໂຕເລິມ ຍັງເນັ້ນໜັກວ່າ: ໃນໄລຍະທີ່ມີລັກສະນະບາດລ້ຽວໃນປັດຈຸບັນ, ບັນດາປະເທດຕ້ອງເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ເຄົາລົບຊຶ່ງກັນ ແລະ ກັນ, ປະຕິບັດກົດໝາຍສາກົນ ແລະ ກົດບັດ ສປຊ, ໃນນັ້ນ ບັນດາປະເທດໃຫຍ່ຕ້ອງມີການປະພຶດຢ່າງມີຄວາມຮັບຜິດຊອບ, ຕ້ອງມີການແບ່ງປັນຜົນງານລວມໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ເພື່ອພ້ອມກັນພັດທະນາ. ທ່ານ ໂຕເລິມ ຊີ້ແຈ້ງວ່າ: ພວກເຮົາພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່ທີ່ດີງາມກວ່າເກົ່າ, ເພື່ອການພັດທະນາຢ່າງກ້າວໜ້າ ແລະ ຍຸຕິທຳໃນສັງຄົມ ເພື່ອຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ ເມື່ອພວກເຮົາຕົກລົງເອກະພາບໄດ້ຄວາມຮັບຮູ້ ພ້ອມກັນກະທຳ, ພ້ອມກັນມານະພະຍາຍາມ, ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ.
ຄໍາເຫັນ