ປະທານປະເທດ ສ ກູບາ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ປະທານປະເທດ ສ ກູບາ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ປະທານປະເທດ ສ ກູບາ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ
ໃນວັນທີ 7 ກັນຍາ ນີ້, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ນະຄອນຫຼວງວຽງຈັນ
ປະທານປະເທດ ສ ກບາ ວາງພວງມາລາ ຢອະນສາວະລນກຮບນລະນາມ - image 1
 

ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025 ນີ້, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ປະທານປະເທດ ສ ກບາ ວາງພວງມາລາ ຢອະນສາວະລນກຮບນລະນາມ - image 2
 

ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ປະທານປະເທດ ສ ກບາ ວາງພວງມາລາ ຢອະນສາວະລນກຮບນລະນາມ - image 3
 

ຂ່າວ: ຂປລ

ຄໍາເຫັນ

ຂ່າວການຮ່ວມມື

ເປີດເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025

ເປີດເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025

ກອງປະຊຸມເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 6 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປຈີນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫວັງໜິງ ເລຂາຄະນະພັກແຂວງຢຸນນານ, ທ່ານ ຟູຫົວ ປະທານສໍານັກຂ່າວສານຊິນຮວາ ແຫ່ງ ສປ ຈີນ, ມີຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ໂດຍມີທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາປະເທດສະມາຊິກທົ່ວໂລກໃຕ້ 400 ຄົນ, ພ້ອມດ້ວຍຄູ່ຮ່ວມພັດທະນາເຂົ້າຮ່ວມ.
ການນຳແຂວງພາກເໜືອຮ່ວມຊົມ ພິທີລະນຶກໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີ

ການນຳແຂວງພາກເໜືອຮ່ວມຊົມ ພິທີລະນຶກໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີ

ວັນທີ 3 ກັນຍາ ຜ່ານມານີ້ ທີ່ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດພິທີຮັບຊົມການຖ່າຍທອດສົດພິທີສວນສະໜາມຢ່າງຍິ່ງໃຫຍ່ເພື່ອລະນຶກໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານຟາດຊິດ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ໂດຍຜ່ານວິດີໂອອອນລາຍ ຊຶ່ງຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ສະໜາມຫຼວງທ່ຽນອ່ານເມີນ ນະຄອນຫຼວງປັກກິ່ງ ສປ ຈີນ, ພາຍໃຕ້ຫົວຂໍ້: “ຈົດຈຳປະຫວັດສາດ, ຈາລຶກຄຸນງາມຄວາມດີຂອງວິລະຊົນຜູ້ເສຍສະຫຼະຊີວິດ, ຖະໜອມຮັກສັນຕິພາບ ແລະ ສ້າງອະນາຄົດ.
ຫົວໜ້າ ຄອສພ ພົບປະເລຂານຸການສະມາຄົມນັກຂ່າວແຫ່ງ ສປ ຈີນ

ຫົວໜ້າ ຄອສພ ພົບປະເລຂານຸການສະມາຄົມນັກຂ່າວແຫ່ງ ສປ ຈີນ

ໃນໂອກາດຄະນະຜູ້ແທນສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນ ອອກສ່ຽງໃຕ້ປະຈໍາປີ 2025 ຈັດຂຶ້ນໃນວັນທີ 5 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ. ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ພົບປະສອງຝ່າຍກັບທ່ານ ນາງ ອູຊູ້ ສະມາຊິກຄະນະພັກ ເລຂານຸການສະມາຄົມນັກຂ່າວແຫ່ງ ສປຈີນ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ

ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບິລານ ໂອຣັງເຊບ ດູຣານີ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອເດັກ (ອຸຍນີເຊັບ) ປະຈໍາ ສປປ ລາວ ໃນວັນທີ 4 ກັນຍາ ຜ່ານມາທີ່ ກະຊວງການຕ່າງປະເທດເພື່ອປຶກສາຫາລື ໃນການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.
ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025

ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025

ກອງປະຊຸມພັນທະມິດສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 5 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໂດຍການເປັນປະທານຂອງທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢຸນນານ, ມີທ່ານ ນາງ ເຈີ່ງຢ້ຽນ (Zeng Yan) ຫົວໜ້າຄະນະໂຄສະນາອົບຮົມຄະນະພັກ ແຂວງຢຸນນານ, ທ່ານ ຊີຢຸນຜູ (Qu Yingpu) ຫົວໜ້າບັນນາທິການໃຫຍ່ສໍານັກໜັງສືພິມ China Daily ຊຶ່ງຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ໂດຍມີທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະຜູ້ແທນສື່ມວນຊົນຈາກ 80 ກວ່າປະເທດ ແລະ ເຂດແຄວ້ນໃນໂລກໃຕ້ເຂົ້າຮ່ວມ.
ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ

ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ

ປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ສປ ຈີນ, ໃນລະຫວ່າງວັນທີ 28 ສິງຫາຫາ 4 ກັນຍາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບສຳນັກງານກວດສອບແຫ່ງຊາດ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ແລະ ເມືອງຮາບິນ ສປ ຈີນ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຮາວ ຄາຍ ປະທານສຳນັກງານກວດສອບແຫ່ງຊາດ ສປ ຈີນ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ກັບການມີສ່ວນຮ່ວມໃນການສ້າງແຜນງົບປະມານແຫ່ງລັດ ແລະ ການນໍາໃຊ້ ປັນຍາປະດິດ ຫຼື AI ເຂົ້າໃນວຽກງານການກວດສອບ.
ລົງນາມສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ຜ່ານການສ້າງສູນພັກເຊົາຊົ່ວຄາວ

ລົງນາມສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ຜ່ານການສ້າງສູນພັກເຊົາຊົ່ວຄາວ

ພິທີລົງນາມເອກະສານໂຄງການສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ໂດຍຜ່ານການສ້າງສູນພັກເຊົາຊົ່ວຄາວລະຫວ່າງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ຈັດຂຶ້ນເມື່ອບໍ່ດົນມານີ້, ຮ່ວມລົງນາມຂອງທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະກະຊວງ ຮສສ ແລະ ທ່ານນາງ ມາຕິນ ເທເລີ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈຳ ສປປ ລາວ ໂດຍມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຖ່າຍທອດສົດງານໂຮມຊຸມນຸມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຂອງປະຊາຊົນຈີນ

ຖ່າຍທອດສົດງານໂຮມຊຸມນຸມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຂອງປະຊາຊົນຈີນ

ໃນຕອນເຊົ້າວັນທີ 3 ສິງຫາ ນີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຂອງປະຊາຊົນຈີນ ແລະ ການຕໍ່ຕ້ານຟາຊິດຂອງປະຊາຊົນທົ່ວໂລກຄົບຮອບ 80 ປີ, ໃນຂະນະດຽວກັນ, ທີ່ນະຄອນຫຼວງວຽງຈັນ, ວິທະຍຸໂທລະພາບສູນກາງຈີນປະຈຳລາວ CMG ກໍໄດ້ຖ່າຍທອດສົດງານສະເຫຼີມສະຫຼອງດັ່ງກ່າວຜ່ານວິດີໂອທາງໄກ ທີ່ສູນການຄ້າວຽງຈັນເຊັນເຕີ, ໂດຍມີ ທ່ານ ຄຳໄຫຼ ສີປະເສີດ ຮອງປະທານກວດກາສູນກາງພັກ, ມີການນຳພັກ-ລັດ, ຜູ້ຕາງໜ້າຈາກກະຊວງ, ອົງການຕ່າງໆເຂົ້າຮ່ວມຮັບຊົມ.
ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ  (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2025), ຕາງ​ໜ້າ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ​ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ນັບ​ຖື ແລະ​ ຂໍສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ ພ້ອມດ້ວຍໄມ​ຕີ​ຈິດ​ອັນ​ດູດ​ດື່ມ​, ​​ອົບ​ອຸ່ນ​ຖານ​ສະ​ຫາຍ​ອ້າຍ​ນ້ອງ ມາ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ປະ​ຊາ​ຊົນລາວ​.
ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາລາວ ໄດ້ຈັດໃຫ້ມີພິທີໂຮມຊຸມນຸມສວນສະໜາມ ສະເຫຼີມສະຫຼອງວັນຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2 /9/1945 - 2/9 /2025) ຜ່ານທາງອອນລາຍ ໃນວັນທີ 2 ກັນຍານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ