![]() |
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດ ວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ບົນພື້ນຖານການເປັນຄູ່ຮ່ວມມື ຍຸດທະສາດດ້ານຄວາມໝັ້ນຄົງ ຢູ່ໃນພາກພື້ນອາຊີ-ປາຊີຟິກ, ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຣັດເຊຍ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງໜັກແໜ້ນ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ.
ໃນຂະນະດຽວກັນ, ທ່ານ ພົນເອກ ເຊີເກ ໂຊຍກູ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສ. ຣັດເຊຍ ປະດັບຫຼຽນ ອາເລັກຊານເດີ ເນັບສະກີ ໃຫ້ແກ່ທ່ານ ທອງລຸນ ສີສຸລິດ, ຊຶ່ງຫຼຽນດັ່ງກ່າວ, ເປັນຫຼຽນສູງສຸດຂອງຣັດເຊຍ ຊຶ່ງໄດ້ຖືກນຳໃຊ້ຢ່າງເປັນທາງການ ນັບແຕ່ສະໄໝຈັກກະພົບຣັດເຊຍ, ອະດີດສະຫະ ພາບໂຊໂວດ ກໍຄື ສະຫະພັນຣັດເຊຍ ໃນປັດຈຸບັນ ຊຶ່ງເປັນຫຼຽນສູງສຸດຂອງປະທານາທິບໍດີ ແຫ່ງ ສະຫະ ພັນ ຣັດເຊຍ ຊຶ່ງການປະດັບຫຼຽນຄັ້ງນີ້, ເປັນຂີດໝາຍ ແລະ ສັນຍາລັກແຫ່ງການພົວພັນມິດຕະພາບ ລະຫວ່າງລາວ-ຣັດເຊຍ ທີ່ມີມາແຕ່ຍາວນານ ທັງເປັນການສັນລະເສີນຕໍ່ຜົນງານຂອງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.
![]() |
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ການປະດັບຫຼຽນ ອາເລັກຊານເດີ ເນັບສະກີ ຄັ້ງນີ້, ບໍ່ພຽງແຕ່ໄດ້ເປັນສັນຍາລັກ ທີ່ຂ້າພະເຈົ້າໄດ້ມີສ່ວນປະກອບເຂົ້າໃນການເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີທີ່ແໜ້ນແຟ້ນ ແລະ ການເປັນຄູ່ຮ່ວມຍຸດທະສາດ ທີ່ໄດ້ຮັບການເສີມສ້າງມາເປັນເວລາຍາວນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ. ພ້ອມນີ້, ຍັງຂໍໃຫ້ສະຫະພັນ ຣັດເຊຍ ເພື່ອນມິດສາມາດໝັ້ນໃຈໄດ້ວ່າ ສປປ ລາວ ຍັງຄົງເປັນເພື່ອນທີ່ໄວ້ວາງໃຈໄດ້ ຢ່າງສະເໝີຕົ້ນສະເໝີປາຍ ແລະ ພ້ອມແລ້ວທີ່ຈະເສີມສ້າງມິດຕະພາບຂອງສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ຈະເລີນງອກງາມຕະຫຼອດໄປ. ຫຼຽນອາເລັກຊານເດີ ເນັບສະກີແມ່ນ “ ສັນຍະລັກຂອງຄວາມກ້າຫານ, ຄວາມອົດທົນ ແລະ ການຮັບໃຊ້ປະເທດຊາດ ຂອງຊາດຣັດເຊຍ ” ທີ່ມອບໃຫ້ຄັ້ງນີ້, ຈະເປັນກຳລັງໃຈອັນໃຫຍ່ຫຼວງ ໃຫ້ຂ້າພະເຈົ້າ ແລະ ປະຊາຊົນລາວທັງໝົດ ສືບຕໍ່ເສີມສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງກວ່າເກົ່າ ແລະ ແຕກດອກອອກຜົນຍິ່ງຂຶ້ນ. (ຂ່າວ: ກິດຕາ-ພາບ: ຂັນໄຊ)


ຄໍາເຫັນ