ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ມີ​ນາ​ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເຂດ​ໃໝ່​ສົງ​ອ່ານ​ແຂວງ​ເຫີ​ເປີຍ​ຂອງ​ຈີນ. ໃນ​ໂອ​ກາດ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ​​ທີ່​ມີຄຸນ​ນະ​ພາບ​ສູງ ໂດຍ​​ເນັ້ນ​ໜັກ​ວ່າ: ຕ້ອງ​ກຳ​ແໜ້ນຖາ​ນະ​ບົດ​ບາດ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ພະ​ຍາ​ຍາມ​ສ້າງ​ເຂດ​ທ່າ​ແຮງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃນ​ຍຸກ​ໃໝ່ ແລະ ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​​ທີ່​ມີ​ຄຸນ​ນະ​ພາບ​ສູງ.

 

ກ່ອນໜ້ານີ້ ຄືວັນທີ 10 ພຶດສະພາ 2023, ທ່ານ ສີຈິ້ນຜິງ ເຄີຍໄປຢ້ຽມຢາມເຂດໃໝ່ສົງອ່ານ ແລະ ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການກໍ່ສ້າງເຂດໃໝ່ສົງອ່ານຕາມມາດຕະຖານສູງ ແລະ ຄຸນນະພາບສູງ. ພາຍໃນເວລາບໍ່ຮອດ 3 ປີ, ທ່ານ ສີຈິ້ຜິງ ໄດ້ເປັນປະທານກອງປະຊຸມສຳມະນາ 2 ຄັ້ງ ເພື່ອສຸມໃສ່ການສ້າງສາພັດທະນາເຂດໃໝ່ແຫ່ງນີ້ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງຂອງສູນກາງພັກທີ່ມີຕໍ່ “ຕົວເມືອງອະນາຄົດ” ແຫ່ງນີ້. ໃນກອງປະຊຸມສຳມະນາ 2 ຄັ້ງດັ່ງກ່າວ, ການສ້າງສາພັດທະນາເຂດໃໝ່ສົງອ່ານທີ່ມີຄຸນນະພາບສູງໄດ້ສອດຫ້ອຍມາໂດຍຕະຫຼອດ.

ໃນກອງປະຊຸມສຳມະນາທີ່ຈັດຂຶ້ນໃນວັນທີ 23 ມີນານີ້, ທ່ານ ສີຈິ້ນຜິງ ໄດ້ສະເໜີຄວາມຮຽກຮ້ອງໃໝ່ຕໍ່ການກຳແໜ້ນຖານະບົດບາດຂອງເຂດໃໝ່ສົງອ່ານ, ເນັ້ນໜັກໃຫ້ຊຸກຍູ້ການຜ່ອນຄາຍ ແລະ ຮັບເອົາບົດບາດທີ່ບໍ່ແມ່ນຂອງນະຄອນຫຼວງປັກກິ່ງຢ່າງແຂງແຮງ ແລະ ເປັນລະບຽບຮຽບຮ້ອຍກວ່າເກົ່າ. ພ້ອມທັງຮຽກຮ້ອງໃຫ້ “ສືບຕໍ່ຍົກສູງຄວາມສາມາດດ້ານການຮອງຮັບສັງລວມຂອງເຂດໃໝ່ສົງອ່ານ, ຕ້ອງວາງແຜນຢ່າງເປັນລະບົບ, ດຳເນີນການສ້າງສາທີ່ມີຄຸນນະພາບສູງ ແລະ ການປົກຄອງຢ່າງມີປະສິດທິຜົນສູງໃຫ້ດີພ້ອມກັນ.”

ໃນດ້ານການຄຸ້ມຄອງຢ່າງມີປະສິດທິຜົນສູງ, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳຊີ້ນຳໃນຫຼາຍດ້ານເປັນຕົ້ນ: ການກໍ່ສ້າງພັກເພື່ອນຳພາການຄຸ້ມຄອງເຂດໃໝ່, ປັບປຸງລະບົບການບໍລິການສາທາລະນະ ແລະ ສຸມໃສ່ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ນອກຈາກນີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ແຈ້ງຈຸດສຳຄັນຂອງການປະຕິຮູບ ແລະ ການປະດິດສ້າງຢູ່ເຂດໃໝ່ສົງອ່ານຕື່ມອີກວ່າ: “ຕ້ອງຖືເອົາການປະຕິຮູບ ແລະ ການປະດິດສ້າງເປັນແຮງຂັບເຄື່ອນໃໝ່, ຊຸກຍູ້ໃຫ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ກັບ ການປະດິດສ້າງດ້ານອຸດສາຫະກຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ບົ່ມເພາະລະບົບອຸດສາຫະກຳທັນສະໄໝທີ່ສອດຄ່ອງກັບສະພາບຕົວຈິງຂອງເຂດໃໝ່.”

ຄໍາເຫັນ

ຂ່າວຕ່າງປະເທດ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ-ຈີນ ຍີ່​ປຸ່ນ ​ສ ເກົາຫຼີ ສືບ​ຕໍ່​ມີ​ຄວາມ​ໝັ້ນ​ທ່ຽງ

ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊຽນ-ຈີນ ຍີ່​ປຸ່ນ ​ສ ເກົາຫຼີ ສືບ​ຕໍ່​ມີ​ຄວາມ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ ​ກິ​ດ​ມະ​ຫາ​ພາກ​​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ​ ເກົາຫຼີ ໄດ້​ປະ​ກາດບົດ​ລາຍ​ງານ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ທະ​ນາ​ຄານ​ຢູ່​ພາກ​ພື້ນ​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ສະ​ບັບ 2026 ແລະ ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ປີ 2026 ສະ​ບັບ​ປັບ​ປຸງ​ໃໝ່​ໃນ​ເດືອນ​ຕຸ​ລາ ຢ່າງ​ເປັນ​ທາງ​ການ. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ລັງ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ນີ້​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV

ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ກອງປະຊຸມຄັ້ງທີ 4 ຄະນະບໍ​ລິ​ຫານ​ງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໄດ້ເປີດຂຶ້ນຢ່າງສົມກຽດ. ໂດຍການເປັນປະທານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະທານປະເທດ ຫວຽດ​.
ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ. ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ພາກຕາເວັນອອກຂອງຍີ່ປຸ່ນມີຝົນຕົກໜັກຫຼາຍກວ່າສອງເທົ່າຂອງປະລິມານນ້ຳຝົນສະເລ່ຍໃນເດືອນກັນຍາ ຊຶ່ງສູງທີ່ສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 1946. ໃນຂະນະດຽວກັນ, ຈຳນວນຊົ່ວໂມງທີ່ມີແສງແດດໃນເດືອນດັ່ງກ່າວໄດ້ຫຼຸດລົງຕໍ່າສຸດ ມີພຽງແຕ່ປະມານເຄິ່ງໜຶ່ງຂອງລະດັບປົກກະຕິເທົ່ານັ້ນ.
ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບ ເປີດເຜີຍໃນວັນທີ 2 ຕຸລາຜ່ານມາ ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາໄດ້ເພີ່ມຂຶ້ນເປັນ 3.8%, ເພີ່ມຂຶ້ນ 0.6% ຈາກລະດັບ 3.2% ໃນເດືອນສິງຫາຜ່ານມາ ຊຶ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ.
ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ແມ່ນວັນຄົບຮອບ 13 ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລໃນສະຕະວັນທີ 21”. ການກໍ່ສ້າງເສັ້ນທາງສາຍໄໝທາງທະເລສາຍນີ້ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດໃນພາກພື້ນ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ ແລະ ອາເມຣິກາລາຕິນ ຢ່າງມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ເພີ່ມເຕີມ