ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່

ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່

ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່
ໃນໂອກາດເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ໃນຕອນເຊົ້າວັນທີ 31 ມີນາຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກ 7 ບັນຫາ ໃຫ້ຄະນະລັດຖະບານຊຸດທີ X ເອົາໃຈໃສ່ຕໍ່ບັນດາວຽກງານຈຳນວນໜຶ່ງ ຄື:
ປະທານປະເທດເນນ 7 ບນຫາໃຫລດຖະບານຊດທ X ເອາໃຈໃສ - image 1
 


ຕ້ອງຂຸ້ນຂ້ຽວປັບປຸງກົນໄກເຮັດວຽກທີ່ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານທີ່ວາງອອກໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ;
ຕ້ອງບຸກທະລຸ ໃນການຫັນເປັນທັນສະໄໝ ຊຶ່ງບັນຫານີ້ ຕ້ອງໄດ້ເລັ່ງລັດ ປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ;
ຕ້ອງບຸກທະລຸຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆ ຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້;
ລັດຖະບານຊຸດທີ X ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານທີ່ຮັບຜິດຊອບ.
ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ເລັ່ງລັດໂຄງການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ປັບປຸງປົວແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງຍຸດທະສາດໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ປະຕິບັດບັນດາໂຄງການລະດັບໃຫຍ່ທີ່ເປັນກໍາລັງແຮງໃຫ້ແກ່ອະນາຄົດ ດ້ວຍຫຼາຍຮູບແບບການລົງທຶນ ແລະ ມີຄວາມວ່ອງໄວ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າຢ່າງເປັນຮູບປະທໍາ;ແກ້ໄຂບັນຫາໜີ້ສິນສາທາລະນະໃຫ້ໄດ້ຕາມແຜນທີ່ວາງໄວ້; ເລັ່ງທວງເອົາໜີ້ທີ່ຕ້ອງຮັບ ຢ່າງເຂັ້ມງວດ-ເດັດຂາດ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບໄລຍະຂ້າມຜ່ານໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາແຕ່ນີ້ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃຫ້ໄດ້ຫຼາຍ.
ກວດກາຄືນທັງໝົດບັນດາໂຄງການລົງທຶນຂອງພາຍໃນ ແລະ ຕ່າງປະເທດທີ່ອະນຸມັດໄປແລ້ວໂດຍເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ;
ສືບຕໍ່ປະຕິບັດຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ.
ຂ່າວ: ຫສນຍ, ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X ໄດ້ປິດລົງໃນຕອນເຊົ້າ ວັນທີ 31 ມີນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍຫຼັງດຳເນີນມາ 2 ວັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X

ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ໃນຕອນເຊົ້າ ວັນທີ 30 ມີນານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງຄົບຖ້ວນ.
ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ພິທິເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາທີ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີອະດີດຮອງນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ, ເລຂາພັກແຂວງ, ຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ

ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ

ພິທີມອບ-ຮັບໂຮງຮຽນມັດທະຍົມສົມບູນບ້ານເລົ່າຄຳ ເມືອງເຟືອງ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ມີນາ ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານເລຂາພັກແຂວງວຽງຈັນ, ບັນດາທ່ານຮອງລັດຖະມົນຕີ, ທ່ານປະທານຄະນະກຳມະການປົກຄອງແຂວງວຽງຈັນ, ພ້ອມດ້ວຍການນຳເມືອງເຟືອງ, ບັນດາພະແນກການຂອງແຂວງ, ປະທານບໍລິສັັດນິກສັນພັດທະນາບໍ່ແຮ່ ຈຳກັດ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ທ່ານ ນາງ ທຸມ​ມາ​ລີ ວົງ​ພະ​ຈັນ ປະ​ທານ​ກຳ​ມາ​ທິ​ການກົດ​ໝາຍ ແລະ ຍຸ​ຕິ​ທຳ ໄດ້ຊີ້ແ​ຈງ​ຕໍ່​ຄຳ​ຊັກ​ຖາມ ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສພຊ) ກ່ຽວ​ກັບແຜນ​ການ​ສ້າງ ແລະ ປັບ​ປຸງ​ກົດ​ໝາຍ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ 5 ປີ ( 2026-2030) ຂອງສະພາແຫ່ງຊາດ ຊຸດທີ X ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ທ່ານນາງ ຈັນທະຄອນ ສີອຳພອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳເຫັນຕໍ່ທິດທາງແຜນການ 5 ປີ ຕິດພັນກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ (ສພຊ) ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ໃນວັນທີ 26 ມີນາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານມະຊະໂຕະ ຄັນດະ (Mr. MasatoKanda) ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ26 ມີນາ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ສພຊ ວາງວິໃສທັດຮອດປີ 2030 ໃຫ້ມີກົດໝາຍເປັນລະບົບຄົບຖ້ວນໃນທຸກຂະແໜງການ

ສພຊ ວາງວິໃສທັດຮອດປີ 2030 ໃຫ້ມີກົດໝາຍເປັນລະບົບຄົບຖ້ວນໃນທຸກຂະແໜງການ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ