ພາຍຫຼັງ,ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 12 ພະຈິກນີ້,ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດປະທານກອງປະຊຸມໄດ້ມີຄຳຖາມເຈາະຈິ້ມ ແລະ ເນັ້ນ ໃຫ້ບັນດາສະມາຊິກສະພາແຫ່ງ ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ ຊຶ່ງມີຄຳຖາມເຈາະຈີ້ມດັ່ງນີ້:
1.ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມ 6 ວຽກຈຸດສຸມ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10/8/2021 ແລະ ມະຕິເລກທີ 110/ສພຊ, ລົງວັນທີ 21/11/2023ກໍຄືໃນໄລຍະ5ປີຜ່ານມາ (2021-2025), ບັນດາທ່ານເຫັນວ່າມີດ້ານດີຜົນໄດ້ຮັບ-ດ້ານອ່ອນຂໍ້ຄົງຄ້າງແລະສາເຫດຄືແນວໃດ?
2. ຄວາມເປັນເຈົ້າການຮັບຜິດຊອບຂອງຄະນະພັກ-ຄະນະນໍາ ຂອງບັນດາກະຊວງ-ອົງການແລະອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນໃນການນໍາພາ-ຊີ້ນໍາ, ຄຸ້ມຄອງ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດມີດ້ານດີ-ດ້ານອ່ອນຄືແນວໃດ? ການເຂົ້າຮ່ວມຂອງທົ່ວລະບົບການເມືອງແລະທົ່ວສັງຄົມຕໍ່ວາລະແຫ່ງຊາດດັ່ງກ່າວເປັນຄືແນວໃດ?
3.ການແກ້ໄຂບັນຫາຢາເສບຕິດຂອງເຈົ້າໜ້າທີ່ພວກເຮົາໃນໄລຍະຜ່ານມາສາມາດບັນລຸໄດ້ບັນດາຄາດໝາຍໃນດ້ານຕ່າງໆ ຕາມເນື້ອໃນມະຕິຂອງສະພາແຫ່ງຊາດຮັບຮອງເອົາແລ້ວຫຼືບໍ່? ການຈັດຕັ້ງປະຕິບັດ 3 ຫຼັກການ: ເດັດຂາດ, ໂປ່ງໃສແລະເປັນມືອາຊີບນັ້ນມີຄວາມເຂັ້ມງວດ ແລະ ຜົນໄດ້ຮັບເປັນຄືແນວໃດ?
4.ຕໍ່ກັບທິດທາງແຜນການໃນຊຸມປີຕໍ່ໜ້າ (ປີ 2026-2030) ຂອງລັດຖະບານ ຈະສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ມີທັດສະນະ ຄວນກໍານົດມາດຕະການ ແລະ ວິທີການແນວໃດຕື່ມ ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າໃຫ້ມີປະສິດທິຜົນກວ່າເກົ່າ ?
(ຂ່າວ:ສຳນານ,ພາບ:ບຸນຕອມ).
ຄໍາເຫັນ